ໝາກກອກດ່ອນ / Mokha

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Schrebera swietenioides Roxb. / Oleaceae
ຊື່ພ້ອງ
Nathusia swietenioides (Roxb.) Kuntze
Schrebera pubescens Kurz
Schrebera swietenioides var. pubescens (Kurz) Kurz
ຊື່ອື່ນ
ຊໍື່ໄທ: ໝາກກອກດອກ, ໝາກກອກດອນ, ໝາກກອກໂຄກ, ໝາກກອກເຜືອກ, ໝາກກັກປ່າ.
ຊື່ສາກົນ: Mushka, Mokshakaka, ghunti, shikhari, Mokhdi, moka, banpalas, mokha, Bula, gante, mogalingamara, Manimaram, mokadi, nakti, golidha, ghantapatali, kastapatola, mogalingam, pasari, mogalinga, makalinka.
ຊື່ຫວຽດ: Sơn biên, Quả gỗ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ລຳຕົ້ນສູງ 15-25 ມ. ໃບປະສົມແບບຂົນນົກປາຍຄີກ, ອອກກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ກ້ານໃບຍາວ 6.5-9 ຊມ. ໃບຍ່ອຍມີ 2-3 ຄູ່, ຮູບໄຂ່ປົນຮູບຮີ, ກ້ວາງປະມານ 3.5 ຊມ, ຍາວປະມານ 6.5 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ, ເສັ້ນກາງໃບໂນນຂຶ້ນທາງຜິວໃບດ້ານລຸ່ມຢ່າງໜາແໜ້ນ, ກ້ານໃນຍາວ 5-6 ມມ. ຊໍ່ດອກແບບກະຈຸກ, ອອກຕາມປາຍກິ່ງ ຫຼື ປາຍຍອດ, ຍາວປະມານ 10 ຊມ, ກ້ານຊໍ່ດອກຍາວ 1-2 ຊມ. ດອກຍ່ອຍມີຈຳນວນຫຼາຍ, ກ້ານດອກຍາວ 1-5 ມມ. ກາບດອກເຊຶ່ອມຕິດກັນຮູບຖ້ວຍ, ຍາວປະມານ 2.5 ມມ, ປາຍແຍກອອກເປັນ 2-3 ແສກ, ຮູບກົມ, ຍາວປະມານ 1 ມມ, ສີຂຽວອ່ອນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.8-1 ຊມ, ປາຍແຍກອອກເປັນ 5-6 ແສກ, ຮູບຫອກ ຫຼື ຮູບໄຂ່ປີ້ນ, ຍາວ 6-7 ມມ, ດ້ານນອກເປັນສີຂາວອົມຂຽວ, ກ້ຽງ, ດ້ານໃນເປັນສີຂາວ, ມີຂົນສີນ້ຳຕານກະຈາຍຢູ່ຢ່າງໜາແໜ້ນ. ເກສອນເພດຜູ້ມີ 2 ອັນຕິດຢູ່ປາຍຫຼອດກີບດອກ, ຍາວປະມານ 6.5 ມມ, ຖົງລະອອງຮູບຮີ. ເຕົ້າໄຂ່ຈັບເຖິງ, ຮູບເຄິ່ງວົງກົມ, ມີເສັ້ນຜ່າສູນກາງປະມານ 2 ມມ, ປາຍຮວງຮັບສີນ້ຳຕານເຂັ້ມ. ໝາກຮູບຫອກປີ້ນ, ແຫ້ງແລ້ວແຕກອອກເປັນ 2 ແສກ. ແກ່ນຮູບໄຂ່ແປ, ມີປີກ.

ບັນຍາຍການນຳໃຊ້

ເປັນອາຫານ: ໃບ ຫຼື ຍອດອ່ອນໃຊ່ປຸງແຕງອາຫານ, ຕົ້ມ ຫຼື ລວກກິນກັບເກືອ, ແຈ່ວໄດ້.

ສັບພະຄຸນ: ຮາກ, ເປືອກ ແລະ ໃບ ຊ່ວຍຈະເລີນອາຫານ, ຊ່ວຍໃນການຍ່ອຍອາຫານ, ຮັກສາກະເພາະ, ແກ້ອາການຖອກທ້ອງ, ຊ່ວຍຂັບປັດສະວະ, ໃຊ້ພອກເພື່ອຮັກສາແຜ່ທັງໃນຄົນ ແລະ ສັດລ້ຽງ. ຮາກ: ຊ່ວຍຮັກສາພະຍາດເຮື້ອນ, ຊ່ວຍຕ້ານອານຸມູນອິດສະຫຼະ, ຕ້ານການອັກເສບ ແລະ ຊ່ວຍຫຼຸດໄຂມັນ. ເປືອກ: ຮັກສາອາການເຈັບຄໍ, ເລືອດຈາງ ແລະ ພະຍາດເບົາຫວານ. ໝາກ: ຊ່ວຍຮັກສາອາການ Hydrocele (ອາການບວມໃນຖົງອັນທະຂອງເດັກ), ແກ້ອາການອາຫານບໍຍ່ອຍ, ພະຍາດຜິວໜັງ, ພະຍາດເຮື້ອນ, ພະຍາດເລືອດຈ່າງ, ຊ່ວຍແກ້ອາການຜິດປົກກະຕິຂອງທະວານໜັກ, ຮັກສາຝີ ແລະ ແຜໄຟໄໝ້. 

ພືດປະດັບ: ບາງຄັ້ງຍັງຖືກນຳມາປູກເປັນພືດປະດັບຕາມແຄມຮົ້ວບ້ານ.

ການປະກອບສ່ວນ