ຕົ້ນຈິກດົງ / Chik Dong

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Vatica odorata (Griff.) Symington / Dipterocarpaceae
ຊື່ພ້ອງ
Anisoptera odorata (Griff.) Kurz
Hopea faginea Wall.
Perissandra laotica Gagnep.
Sunaptea grandiflora (Wall. ex A.DC.) Kurz
Sunaptea odorata Griff.
Vatica astrotricha Hance
Vatica bantamensis Burck
Vatica curtisii King
Vatica dyeri Pierre ex Laness.
Vatica dyeri King
Vatica faginea Dyer
Vatica grandiflora (Wall. ex A.DC.) Dyer
Vatica odorata subsp. tonkinensis (A.Chev.) P.S.Ashton
Vatica tonkinensis A.Chev.
ຊື່ອື່ນ
ຊື່ລາວ: ຊີດານ, ຈິກດົງ.
ຊື່ໄທ: ເຕັງດົງ, ຂີ້ມອດ, ຊັນ, ຊີ, ຊີດົງ, ດ່າງ, ຕຳເສົາ, ພັນຈຳ, ຢາງໜູ, ຢາງໜູ ແລະ ລືເສາະ.
ຊື່ຫວຽດ: TÁU MUỐI.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນຈິກດົງຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 25 ມ, ເປືອກສີນ້ຳຕານ ຫຼື ສີເທົາ, ພາກສ່ວນອ່ອນສີຂຽວ, ມີຂົນຮູບດາວກະຈາຍຫ່າງໆ ຫຼື ກ້ຽງ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 5.5-12 ຊມ, ກົກໃບມົນ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 0.7-2 ຊມ. ຫູໃບຮູບຂອບຂະໜານຍາວປະມານ 4 ມມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 2-8 ຊມ. ດອກຍ່ອຍມີ 2-5 ດອກ, ກາບດອກມີ 5 ກາບ, ຮູບໄຂ່, ຍາວປະມານ 4 ມມ, ດ້ານນອກມີຂົນສັ້ນອ່ອນນຸ້ມ, ສີນ້ຳຕານ. ກີບດອກຮູບໃບຫອກປີ້ນ, ປາຍມົນ, ຍາວ 0.9-1.2 ຊມ, ສີຂາວ. ເກສອນເພດຜູ້ຍາວປະມານ 1.5 ມມ, ກ້ານຊູຖົງລະອອງຍາວເທົ່າໆກັບຖົງລະອອງ. ເຕົ້າໄຂ່ມີຂົນສັ້ນອ່ອນນຸ່ມຢ່າງໜາແໜ້ນ. ໝາກມີເສັ້ນຜ່າສູນກາງປະມານ 5 ມມ, ປາຍປາຍຕິ່ງແຫຼມ, ກ້ານຍາວ 2-3 ມມ, ມີປີກຍາວ 2 ອັນ, ຍາວ 4-6 ຊມ, ປີກສັ້ນ 3 ປີກ, ຍາວ 0.7-2 ຊມ, ສີແດງ.

ບັນຍາຍການນຳໃຊ້

ສັບພະຄຸນ: ແກ່ນຕົ້ມປະສົມໝາກເດື່ອປ້ອງ, ແກ່ນກາວບົກ ແລະ ແກ່ນປີບດື່ມແກ້ອາການໄອ.

ພືດປະດັບ: ເນື່ອງຈາກລຳຕົ້ນມີຂະໜາດໃຫຍ່ ແລະ ດອກມີຄວາມງົດງາມຈື່ງນິຍົມປູກເປັນພືດປະດັບຕາມສວນສາທາລະນະ.

ລຳຕົ້ນ: ນຳໃຊ້ເຂົ້າໃນການປຸກສ້າງ ຫຼື ປະດິດເປັນເຄື່ອງໃຊ້ສອຍໃນເຮືອນ.

ການປະກອບສ່ວນ