ຕົ້ນຈິກດົງ / Chik Dong
APA 6th ed. ຕົ້ນຈິກດົງ / Chik Dong. (2020, December 14). Retrieved from https://www.phakhaolao.la/index.php/kb/0000966
MLA 8th ed. ຕົ້ນຈິກດົງ / Chik Dong. Pha Khao Lao, 14 December 2020, https://www.phakhaolao.la/index.php/kb/0000966.
Chicago 17th ed. Pha Khao Lao. 2020. "ຕົ້ນຈິກດົງ / Chik Dong." Published December 14, 2020. https://www.phakhaolao.la/index.php/kb/0000966.
Hopea faginea Wall.
Perissandra laotica Gagnep.
Sunaptea grandiflora (Wall. ex A.DC.) Kurz
Sunaptea odorata Griff.
Vatica astrotricha Hance
Vatica bantamensis Burck
Vatica curtisii King
Vatica dyeri Pierre ex Laness.
Vatica dyeri King
Vatica faginea Dyer
Vatica grandiflora (Wall. ex A.DC.) Dyer
Vatica odorata subsp. tonkinensis (A.Chev.) P.S.Ashton
Vatica tonkinensis A.Chev.
ຊື່ໄທ: ເຕັງດົງ, ຂີ້ມອດ, ຊັນ, ຊີ, ຊີດົງ, ດ່າງ, ຕຳເສົາ, ພັນຈຳ, ຢາງໜູ, ຢາງໜູ ແລະ ລືເສາະ.
ຊື່ຫວຽດ: TÁU MUỐI.
ຕົ້ນຈິກດົງຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 25 ມ, ເປືອກສີນ້ຳຕານ ຫຼື ສີເທົາ, ພາກສ່ວນອ່ອນສີຂຽວ, ມີຂົນຮູບດາວກະຈາຍຫ່າງໆ ຫຼື ກ້ຽງ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 5.5-12 ຊມ, ກົກໃບມົນ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 0.7-2 ຊມ. ຫູໃບຮູບຂອບຂະໜານຍາວປະມານ 4 ມມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 2-8 ຊມ. ດອກຍ່ອຍມີ 2-5 ດອກ, ກາບດອກມີ 5 ກາບ, ຮູບໄຂ່, ຍາວປະມານ 4 ມມ, ດ້ານນອກມີຂົນສັ້ນອ່ອນນຸ້ມ, ສີນ້ຳຕານ. ກີບດອກຮູບໃບຫອກປີ້ນ, ປາຍມົນ, ຍາວ 0.9-1.2 ຊມ, ສີຂາວ. ເກສອນເພດຜູ້ຍາວປະມານ 1.5 ມມ, ກ້ານຊູຖົງລະອອງຍາວເທົ່າໆກັບຖົງລະອອງ. ເຕົ້າໄຂ່ມີຂົນສັ້ນອ່ອນນຸ່ມຢ່າງໜາແໜ້ນ. ໝາກມີເສັ້ນຜ່າສູນກາງປະມານ 5 ມມ, ປາຍປາຍຕິ່ງແຫຼມ, ກ້ານຍາວ 2-3 ມມ, ມີປີກຍາວ 2 ອັນ, ຍາວ 4-6 ຊມ, ປີກສັ້ນ 3 ປີກ, ຍາວ 0.7-2 ຊມ, ສີແດງ.
ສັບພະຄຸນ: ແກ່ນຕົ້ມປະສົມໝາກເດື່ອປ້ອງ, ແກ່ນກາວບົກ ແລະ ແກ່ນປີບດື່ມແກ້ອາການໄອ.
ພືດປະດັບ: ເນື່ອງຈາກລຳຕົ້ນມີຂະໜາດໃຫຍ່ ແລະ ດອກມີຄວາມງົດງາມຈື່ງນິຍົມປູກເປັນພືດປະດັບຕາມສວນສາທາລະນະ.
ລຳຕົ້ນ: ນຳໃຊ້ເຂົ້າໃນການປຸກສ້າງ ຫຼື ປະດິດເປັນເຄື່ອງໃຊ້ສອຍໃນເຮືອນ.