ຕົ້ນບົງຫອມ / Sudalan

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Phoebe cathia (D.Don) Kosterm. /Arecaceae
ຊື່ພ້ອງ
Cinnamomum cathia D.Don
Cinnamomum tomentosum D.Don
Laurus cathia Buch.-Ham. ex Meisn.
Laurus paniculata Wall.
Ocotea paniculata Nees
Ocotea pubescens Nees
Persea cathia Spreng.
Persea tomentosa Spreng.
Phoebe paniculata (Nees) Nees
Phoebe pubescens Nees
ຊື່ອື່ນ
Thai: Sa Thip
ບັນຍາຍລັກສະນະພືດສາດ

ໄມ້ຢືນຕົ້ນ, ປ່ຽນໃບຕາມລະດູການ, ສູງເຖິງ 13 ແມັດ, ເຮືອນຍອດເປັນຟຸ່ມຊົງກົມ, ຂ້ອນຂ້າງມີກີ່ງງ່າຫ່າງ, ເປືອກຂອງລຳດ້ານນອກແຕກເປັນຮ່ອງຕາມລວງຍາວຂອງລຳຕົ້ນ, ສີນ້ຳຕານ. ໃບດ່ຽວ, ຈັບວຽນສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່ແກມຮູບຮີ, ຂະໜາດ 5-9 x 10-30 ຊັງຕິແມັດ, ປາຍໃບແຫຼມ, ຖານໃບແຫຼມ, ຂອບລຽບ, ຍອດອ່ອນມີຂົນສີນ້ຳຕານ, ໃບແກ່ດ້ານເທີງກ້ຽງ, ມີຂົນສະເພາະເສັ້ນກາງໃບ, ດ້ານລຸ່ມມີຂົນ, ເສັ້ນໃບຍ່ອຍມີ 6-12 ຄູ່. ດອກອອກເປັນຊໍ່ແບບຊໍ່ແຕກແໜງ ທີ່ງ່າມໃບ ແລະ ປາຍກິ່ງ. ຊໍ່ດອກບໍ່ມີໃບປະດັບຮອງຮັບ. ກາບດອກ  6 ອັນ ລຽນເປັນ 2 ຊັ້ນ, ຊັ້ນລະ 3  ກິບ, ແຕ່ລະກິບເປັນຮູບຂອບຂະໜານ, ປາຍແຫຼມ, ສີຂຽວ. ບໍ່ມີກິບດອກ. ເກສອນຜູ້ 12 ອັນ ທີ່ສືບພັນໄດ້ມີ 9 ອັນ ແລະ ທີ່ເປັນໝັນ 3 ອັນ, ຮວງຮອງຮັບເປັນແຜ່ນ. ໝາກມີເນື້ອ, ຂ້ອນຂ້າງກົມ, ຂະໜາດ 0,7-0,8 x 0,8-1,2 ຊັງຕິແມັດ, ຜິວກ້ຽງ. ທີ່ຖານມີຊັ້ນກາບດອກທີ່ຕິດຢູ່, ເມື່ອໝາກສຸກເປັນສີດຳ.

ບັນຍາຍການນຳໃຊ້

ເປັນໄມ້ທີ່ມີເນື້ອໄມ້ ແລະ ເປືອກຫອມ ເຊິ່ງນິຍົມນຳມາເຮັດເປັນທູບ ແລະ ນອກນັ້ນຍັງນຳມາໃຊ້ເປັນໄມ້ໂຄງສ້າງເຮືອນ, ຕູບ, ຖຽງໄຮ່-ນາ ແລະ ໄມ້ຟືນ.

ການປະກອບສ່ວນ