ຫົວກິ້ງກາງດົງ / Aerial Yam
APA 6th ed. ຫົວກິ້ງກາງດົງ / Aerial Yam. (2019, December 4). Retrieved from https://www.phakhaolao.la/index.php/kb/0000793
MLA 8th ed. ຫົວກິ້ງກາງດົງ / Aerial Yam. Pha Khao Lao, 4 December 2019, https://www.phakhaolao.la/index.php/kb/0000793.
Chicago 17th ed. Pha Khao Lao. 2019. "ຫົວກິ້ງກາງດົງ / Aerial Yam." Published December 4, 2019. https://www.phakhaolao.la/index.php/kb/0000793.
Polynome bulbifera (L.) Salisb.
Dioscorea tamifolia Salisb.
Dioscorea crispata Roxb.
Dioscorea heterophylla Roxb.
Dioscorea pulchella Roxb.
Dioscorea tenuiflora Schltdl.
Dioscorea latifolia Benth.
Dioscorea hoffa Cordem.
Dioscorea hofika Jum. & H.Perrier
Dioscorea anthropophagorum A.Chev.
Dioscorea longipetiolata Baudon
Dioscorea rogersii Prain & Burkill
Dioscorea korrorensis R.Knuth
Dioscorea perrieri R.Knuth
Thai: มันขมิ้น ว่านพระฉิม
ເປັນພືດເຄືອທີ່ມີຫົວຢູ່ໃຕ້ດິນ, ເຄືອຍາວເຖິງ 5 ມ. ຫົວໃຕ້ດິນມົນກົມເກີດເປັນຈຸ້ມ. ຫົວອາກາດເກີດຕາມຊອກໃບ, ບາງຄັ້ງເກີດຢູ່ງ່າມຊໍ່ດອກຜູ້, ເປັນຫົວມົນກົມຂະໜາດນ້ອຍ ແລະ ເປັນປົມ, ມີຂະໜາດເສັ້ນຜ່າສູນກາງປະມານ 3 ຊມ, ດ້ານນອກເປັນສີນ້ຳຕານເທົາ, ດ້ານໃນເປັນສີຂາວອົມສີສົ້ມເມື່ອຖຶກອາກາດ, ມີເມືອກ. ໃບດ່ຽວຈັບສະຫຼັບ, ແຜ່ນໃບຮູບຫົວໃຈ, ປາຍໃບແຫຼມ, ກ້ຽງທັ້ງສອງດ້ານ. ດອກແຍກເພດຢູ່ຕ່າງຕົ້ນ, ເປັນຊໍ່ຍາວຕາມຊອກໃບ, ດອກມີຂະໜາດນ້ອຍ. ດອກຜູ້ຈະເປັນຊໍ່ຫ້ອຍລົງ, ມີເກສອນຜູ້ 6 ອັນ, ເປັນໝັນທັ້ງໝົດ ຫຼື ເປັນໜັນເຄິ່ງໜື່ງ, ດອກມີກີ່ນຫອມອ່ອນໆ, ເປັນສີຂາວ ຫຼື ສີຂາວອ່ອນ, ກິບດອກມີ 6 ອັນ, ລຽງເປັນສອງຊັ້ນ. ດອກແມ່ຈະມີຂະໜາດນ້ອຍກວ່າດອກຜູ້, ເມື່ອບານຈະໃຫຍ່ກວ່າດອກຜູ້. ໝາກແບບແຫ້ງແຕກ, ຮູບຮີ, ຂອບຂະໜານ, ມີປິກສີນ້ຳຕານ.
ຫົວນຳມາຕົ້ມໃຫ້ສຸກດີເປັນຢາຮັກສາທ້ອງບິດ, ຮັກສາອາກາດປວດທ້ອງ, ລຳໄສ້ອັບເສັບ, ຮັກສາລິດສິດວງທະວານ ແລະ ຂັບປັດສະວະ. ຫົວມາຝານເປັນແຜ່ນບາງໆ, ໃຊ້ປິດບາດແຜ ແລະ ແກ້ອັບເສບ. ນອກນັ້ນຫົວຍັງສາມາດນຳມາແປຮູບເປັນແປ້ງເພື່ອຜະລິດເປັນເຂົ້າໜົມຫວານປະເພດຕ່າງໆ.