ຕົ້ນໝາກຄອມ

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Microcos tomentosa Sm. / Malvaceae
ຊື່ພ້ອງ
Grewia affinis Hassk.
Grewia blumei Hassk.
Grewia cumingiana Turcz.
Grewia paniculata Roxb. ex DC.
ຊື່ອື່ນ
Thai: ພັບພາ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນໄມ້ຢືນຕົ້ນຂະໜາດກາງ, ສູງ 15 ຕົ້ນ, ລໍາຕົ້ນຕັ້ງຊື່, ເປືອກລໍາຕົ້ນເປັນສີເທົາ ແລະ ຫລົ່ນເປັນສະເກັດບາງໆ, ເປືອກດ້ານໃນເປັນສີບົວ ແລະ ມີເສັ້ນໃຍຮຽງຕົວເປັນຊັ້ນ, ຢູ່ກິ່ງອ່ອນ ແລະ ກ້ານໃບຈະມີຂົນລັກສະນະເປັນຮູບດາວ. ໃບເປັນໃບດ່ຽວອອກລຽງສະລັບ, ລັກສະນະຂອງໃບເປັນຮູບວົງຮີແກມຮູບຂອບຂະໜານ ຫຼື ເປັນຮູບວົງຮີແກມຮູບໄຂ່ກັບ ຫຼື ເປັນຮູບຂອບຂະໜານແກມຮູບໄຂ່ກັບ, ກົກໃບມົນສ່ວນໃບປາຍແຫຼມ, ຂອບໃບຫຍັກແບບແຂ້ວເລື່ອຍ, ໃບກວ້າງ 3-10 ຊມ ແລະ ຍາວ 6.5-9 ຊມ, ແຜ່ນໃບດ້ານເທິງເປັນສີຂຽວເຂັ້ມສ່ວນດ້ານລຸ່ມເປັນແຜ່ນສີຂຽວໝົ່ນ. ອອກດອກເປັນຊໍ່ກະຈຸກແຍກຂະແໜງຕາມງ່າມໃບ ຫຼື ປາຍກິ່ງ, ລັກສະນະຂອງດອກຕູມກົມ, ມີດອກຈໍານວນຫຼາຍ, ກີບດອກເປັນສີເຫຼືອງ, ໃບປະດັບເປັນຮູບແຖບ ຫຼື ຮູບໃບຫອກ, ກາບດອກມີ 5 ກາບແຍກອອກຈາກກັນເປັນອິດສະຫຼະ, ລັກສະນະຄ້າຍຮູບບ່ວງ, ສ່ວນກີບດອກມີ 5 ກີບແຍກອອກຈາກກັນເປັນອິດສະຫຼະ, ມີລັກສະນະເປັນຮູບໄຂ່ແກມຮູບໃບຫອກ. ໝາກມີລັກສະນະເປັນຮູບຊົງກົມແກມຮູບໄຂ່ກັບ, ໝາກມີຂະໜາດ 0.6-1 ຊມ ແລະ ຍາວ 1-1.2 ຊມ, ຜະໜັງຊັ້ນໃນຂອງໝາກແຂງ, ໝາກເປັນສີຂຽວເມື່ອສຸກຈະເປັນສີມ່ວງດໍາ.

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກສຸກຮັບປະທານໄດ້.
   - ເປືອກໃຫ້ເສັ້ນໃຍສາມາດນໍາໃຊ້ເຮັດເຊືອກແບບຫຍາບໆໄດ້.
   - ເນື້ອໄມ້ມີຄວາມທົນທານຈຶ່ງມັກນິຍົມນໍາໄປໃຊ້ເຮັດເຟີນິເຈີ ຫຼື ເຮັດເຄື່ອງເຮືອນ.
ສັບພະຄຸນ:
   - ເປືອກໃຊ້ປຸງເປັນຢາບໍາລຸງເລືອດຜູ້ຍິງ.
   - ໝາກແກ່ຊ່ວຍກະຈາຍເລືອດ.
   - ລໍາຕົ້ນໃຊ້ເປັນຢາປະກອບຮັກສາພະຍາດລໍາໄສ້.
   - ໝາກແກ່ມີລົດສົ້ມໃຊ້ຮັບປະທານເປັນຢາລະບາຍ.

ການປະກອບສ່ວນ