ຜັກຊານາລີ / Celery

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Apium graveolens L. / APIACEAE
ຊື່ພ້ອງ
Apium celleri Gaertn.
Apium decumbens Eckl. & Zeyh.
Apium dulce Mill.
Apium graveolens var. bashmensis Hosni
Apium graveolens var. butronensis D.Gómez & G.Monts.
Apium graveolens subsp. butronensis (D.Gómez & G.Monts.) Aizpuru
Apium graveolens var. dulce (Mill.) DC.
Apium graveolens var. lusitanicum (Mill.) DC.
Apium graveolens f. lusitanicum (Mill.) J.Helm
Apium graveolens var. maritimum Dumort.
Apium graveolens subsp. rapaceum (Mill.) P.D.Sell
Apium integrilobum Hayata
Apium lobatum Gilib.
Apium lusitanicum Mill.
Apium maritimum Salisb.
Apium palustre Thore
Apium rapaceum Mill.
Apium vulgare Bubani
Carum graveolens (L.) Koso-Pol.
Celeria graveolens (L.) Britton
Selinum graveolens (L.) E.H.L.Krause
Seseli graveolens (L.) Scop.
Sium apium Roth
Sium graveolens (L.) Vest
ຊື່ອື່ນ
Thai: ຂື້ນຊ່າຍ
Eng: Celery
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

  ຜັກຊານາລີເປັນພືດລົ້ມລຸກ, ມີຄວາມສູງ 30 ຊມ, ສ່ວນລໍາຕົ້ນມີລັກສະນະອວບ, ມີກິ່ນຫອມທັ້ງຕົ້ນ, ມີອາຍຸປະມານ 1-2 ປີ ແລະ ມີຢູ່ດ້ວຍກັນ 3 ຊະນິດຄື: ຕົ້ນສີຂາວ, ຕົ້ນສີຂຽວ ແລະ ຕົ້ນສີນໍ້າຕານຂຽວ. ໃບມີລັກສະນະເປັນໃບປະສົມແບບຂົນນົກ, ອອກກົງກັນຂ້າມກັນ, ໃບມີສີຂຽວອົມເຫຼືອງ, ໃບຍ່ອຍມີລັກສະນະເປັນຮູບຫຼີ້ມຫຍັກ, ຂອບໃບແຂ້ວເປັນແຊກ ແຕ່ລະແຊກເປັນຮູບສາມຫຼ່ຽມ ຫຼື ຮູບຫ້າຫຼ່ຽມ, ກ້ານໃບຍາວແຜ່ອອກເປັນກາບ. ດອກມີຂະໜາດນ້ອຍ, ມີສີຂາວ, ເປັນດອກສົມບູນເພດ, ອອກດອກເປັນຊໍ່ແບບຊີ່ລົ່ມ, ຢູ່ຍອດດອກນັ້ນແຜ່ເປັນລັດສະໝີ. ໝາກມີລັກສະນະກົມຣີ, ມີສີນໍ້າຕານ, ມີຂະໜາດນ້ອຍຫຼາຍ ແລະ ມີກິ່ນຫອມ ຈະໃຫ້ໝາກພຽງຄັ້ງດຽວ.

ບັນຍາຍການນຳໃຊ້

ປະໂຫຍດ:
 -  ສາມາດນໍາໄປປະກອບອາຫານໄດ້ຫຼາຍເມນູເຊັ່ນ: ນໍາໄປຍໍາກັບວຸ້ນເສັ້ນ, ຜັດເຕົ້າຫູ້, ເປັນຜັກກັບ ແລະ ອື່ນໆ.
 -  ນອກຈາກນໍາໄປປະກອບອາຫານແລ້ວຍັງສາມາດນໍາຜັກຊານາລີມາຄັ້ນເປັນນໍ້າດື່ມສະໝູນໄພເພື່ອສຸຂະພາບໄດ້.
 -  ຊ່ວຍຕໍ່ຕ້ານອະນຸມຸນອິດສະຫຼະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ.
 -  ຊ່ວຍບໍາລຸງສະໝອງ ຊ່ວຍເລື່ອງຄວາມຈື່ຈໍາ.
ສັບພະຄຸນ:
 -  ຊ່ວຍເຮັດໃຫ້ຈະເລີນອາຫານ, ກະຕຸ້ນໃຫ້ເກີດຄວາມຍາກອາຫານ.
 -  ຊ່ວຍບໍາລຸງຫົວໃຈ ແລະ ຮັກສາພະຍາດຫົວໃຈ.
 -  ຊ່ວຍຫຼຸດອາdານຂອງພະຍາດຫອບຫືດ.
 -  ຊ່ວຍຂັບລົມໃນກະເພາະອາຫານ.
 -  ຊ່ວຍບໍາລຸງຕັບໄຕໃຫ້ແຂງແຮງ.
 -  ຊ່ວຍດັບຄວາມຮ້ອນໃນຮ່າງກາຍແກ້ອາການຮ້ອນໃນ.

ການປະກອບສ່ວນ