ເຄືອຄາຍເຂົ້າ / Calabao

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Uvaria grandiflora Roxb. ex Hornem / Annonaceae
ຊື່ພ້ອງ
Unona grandiflora Lesch. ex DC.
Uva grandiflora (Lesch. ex DC.) Kuntze
Uvaria cardinalis Elmer
Uvaria flava Teijsm. & Binn.
Uvaria grandiflora var. tuberculata (King) Sinclair
Uvaria platypetala Champ. ex Benth.
Uvaria purpurea Blume
Uvaria purpurea var. alba Scheff.
Uvaria purpurea var. flava (Teijsm. & Binn.) Scheff.
Uvaria purpurea var. subbiflora Miq.
Uvaria purpurea var. tuberculata King
Uvaria rhodantha Hance ex Walp.
Uvaria rubra C.B.Rob.
ຊື່ອື່ນ
Lao: ເຄືອຄາຍເຂົ້າ, ເຄືອເຂົ້າຈີ່ລືສີ
Thai: ກ້ວຍໝູສັງ
Eng: Calabao
ບັນຍາຍລັກສະນະພືດສາດ

ເຄືອຄາຍເຂົ້າຈັດໄມ້ເຄືອເນື້ອແຂງ, ມີຂະໜາດໃຫຍ່, ແຕກກິ່ງງ່າເປັນຊົງຟຸ່ມ, ເລືອຕາມຕົ້ນໄມ້ອື່ນ, ຍາວ 30 ມ, ຍອດອ່ອນມີຂົນສີນໍ້າຕານອ່ອນປົນສີເຫຼືອງ. ໃບດ່ຽວອອກລຽງສະຫຼັບກັັນ, ແຜ່ນໃບຮູບຮີແກມໄຂ່ກັບ, ກວ້າງ 5-10 ຊມ ແລະ ຍາວ 12-25 ຊມ, ແຜ່ນໃບມີຂົນທັ້ງສອງດ້ານ, ດ້ານເທິງຈະເປັນສີຂຽວເຂັ້ມເປັນມັນ, ສ່ວນດ້ານລຸ່ມໃບຈະເປັນສີຂຽວນວນ. ດອກເປັນດອກດ່ຽວ, ເກີດຢູ່ປາຍກິ່ງ ແລະ ຕາມກິ່ງ, ອອກກົງກັນຂ້າມ, ດອກເປັນສີແດງສົດ. ຈະສົ່ງກິ່ນຫອມອ່ອນໆໃນຊ່ວງຕອນຄາຍແລງ ແລະ ກາງຄືນ, ມີນໍ້າຫວານຈໍານວນຫຼາຍອ້ອມຖານດອກ, ກີບດອກມີ 6 ກີບ, ອອກລຽງສະຫຼັບກັນ 2 ຊັ້ນ ຊັ້ນລະ 3 ກີບ, ກີບດອກເປັນສີແດງສົດ ຫຼື ສີແດງເລືອດນົກ, ກົກກີບດອກເປັນສີເຫຼືອງອ່ອນ, ກີບດອກຄ່ອນຂ້າງໜາ, ສ່ວນກີບດອກມີ 3 ກີບ ສີຂຽວອົມເຫຼືອງ, ກີບລ້ຽງຂ້ອນຂ້າງບາງ, ຜິວດ້ານໃນກ້ຽງສ່ວນຜິວດ້ານນອກມີຂົນສັ້ນ. ອອກໝາກເປັນກຸ່ມ, ແຕ່ລະກຸ່ມມີໝາກຍ່ອຍຈໍານວນຫຼາຍປະມານ 6-15 ໝາກ, ກ້ານຊໍ່ 4-6 ຊມ, ໝາກອ່ອນເປັນສີຂຽວ ສ່ວນໝາກສຸກເປັນສີເຫຼືອງປົນສົ້ມ, ມີລົດຫວານສົ້ມໃຊ້ຮັບປະທານໄດ້, ພາຍໃນໝາກມີແກ່ນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ:
-  ໝາກສຸກເປັນສີເຫຼືອງອົມສົ້ມ ມີກິ່ນຫອມ ແລະ ມີລົດຫວານສົ້ມ ໃຊ້ຮັບປະທານໄດ້.
-  ເຄືອນໍາມາໃຊ້ປະໂຫຍດແທນຫວາຍ.
-  ເຄືອປໍຟານເປັນພັນໄມ້ທີ່ໃຫ້ດອກງາມສາມາດປູກເປັນໄມ້ເລື້ອປະດັບໄດ້.
ສັບພະຄຸນ:
-  ໃບ ແລະ ຮາກ ນໍາມາຕົ້ມກັບນໍ້າກິນເປັນຢາບໍາບັດອາການເຈັບທ້ອງ.
-  ໃບນໍາມາຕົ້ມກັບເຂົ້າກິນເປັນຢາບັນເທົາອາການທ້ອງເຟີໄດ້.

ການປະກອບສ່ວນ