ຕົ້ນກົ້ນໝໍ້ / Malabar gooseberry
APA 6th ed. ຕົ້ນກົ້ນໝໍ້ / Malabar gooseberry. (2022, August 1). Retrieved from https://www.phakhaolao.la/index.php/kb/0000634
MLA 8th ed. ຕົ້ນກົ້ນໝໍ້ / Malabar gooseberry. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000634.
Chicago 17th ed. Pha Khao Lao. 2022. "ຕົ້ນກົ້ນໝໍ້ / Malabar gooseberry." Published August 1, 2022. https://www.phakhaolao.la/index.php/kb/0000634.
Melastoma candidum D. Don
Melastoma cavaleriei H. Lév. & Vaniot
Melastoma esquirolii H. Lév.
Melastoma malabathricum subsp. malabathricum
Melastoma malabathricum var. normale (D. Don) R.C. Srivast.
Melastoma malabathricum subsp. normale (D. Don) Karst. Mey.
Melastoma normale D. Don
Melastoma polyanthum Blume
Eng: Malabar gooseberry, Malabar melastome, Melastoma, Indian rhododendron, Singapore rhododendron, Straits rhododendron
ຕົ້ນກົ້ນໝໍ້ຈັດເປັນໄມ້ຟຸ່ມ, ສູງ 1-3 ມ, ລໍາຕົ້ນ ແລະ ກິ່ງເປັນສີນໍ້າຕານແດງ, ກິ່ງເປັນຫຼ່ຽມ, ທຸກສ່ວນຂອງລໍາຕົ້ນມີຂົນລະອຽດສີນໍ້າຕານອ່ອນປົກຄຸມ, ຂະຫຍາຍພັນດ້ວຍວິທີການໃຊ້ແກ່ນ ແລະ ວິທີການແຍກຕົ້ນ. ໃບດ່ຽວ, ຈັບກົງກັນຂ້າມເປັນຄູ່ໆ ແລະ ສະຫຼັບຕັ້ງສາກ, ລັກສະນະຂອງໃບເປັນຮູບຫອກ, ປາຍໃບ ແລະ ກົກໃບແຫຼມ, ມີຂະໜາດກວ້າງປະມານ 1.7-5 ຊມ ແລະ ຍາວປະມານ 4-14 ຊມ, ແຜ່ນໃບຂ່ອນຂ້າງແຂງ. ເກີດດອກເປັນຊໍ່ຢູ່ປາຍຍອດ, 3-5 ດອກຕໍ່ຊໍ່, ດອກເມື່ອບານຈະມີຂະໜາດເສັ້ນຜ່າສູນກາງ 4-5 ຊມ, ດອກເປັນສີມ່ວງອົມສີບົວ, ໂດຍທົ່ວໄປຈະມີກີບດອກ 5 ກີບ ຫຼື 4 ກີບ ຫຼື 6 ກີບ, ສ່ວນກາບດອກມີ 5 ກີບ, ຖານຮອງດອກປົກຄຸມດ້ວຍເກັດແປ. ດອກສົມບູນເພດ. ໝາກມີລັກສະນະຄ້າຍໝາກຂ່າງ, ກວ້າງປະມານ 0.6 ຊມ ແລະ ຍາວ 0.8-1 ຊມ ແລະ ເນື້ອໃນໝາກເປັນສີແດງອົມມ່ວງ, ໝາກເມື່ອແກ່ເປືອກໝາກຈະແຫ້ງແລ້ວແຕກອອກຕາມຂວາງ, ຍາວ 0.5-1.2 ຊມ, ພາຍໃນໝາກມີແກ່ນຂະໜາດນ້ອຍຈໍານວນຫຼາຍ.
ປະໂຫຍດ:
- ໃບເປັນອ່ອນໃຊ້ເປັນອາຫານ ຮັບປະທານເປັນຜັກສົດທົ່ວໄປ.
- ໝາກສຸກສາມາດຮັບປະທານໄດ້ ໂດຍມີລົດຫວານອົມຝາດ.
- ປະຈຸບັນເລິ່ມໄດ້ຮັບຄວາມນິຍົມໃຊ້ປູກເປັນໄມ້ປະດັບ.
ສັບພະຄຸນ:
- ດອກເປັນຢາລະງັບປະສາດ.
- ຮາກຊ່ວຍບໍາລຸງທາດໃນຮ່າງກາຍ.
- ຮາກໃຊ້ປຸງເປັນຢາແກ້ມະເຮັງ.
- ໃບໃຊ້ຕົ້ມກັບນໍ້າ ຫຼື ນໍ້າຄັ້ນຈາກໃບ ໃຊ້ເປັນຢາບ້ວນປາກ ເພື່ອໃຊ້ແກ້ເຊື້ອລາໃນຊ່ອງປາກ ຫຼື ລໍາຄໍ.
- ຮາກໃຊ້ເປັນຢາບໍາລຸງທາດຫຼັງແມ່ຍິງເກີດລູກ.
- ຮາກໃຊ້ບໍາລຸງໄຕ ແລະ ບີ.