ຕົ້ນເດື່ອຮ່າງ / Sea Fig

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ficus subpisocarpa Gagnep. / Moraceae
ຊື່ພ້ອງ
Ficus superba var. japonica Miq.
ຊື່ອື່ນ
Thai: ຕົ້ນໄກຣ
Eng: Sea Fig, Deciduous Fig
Chinese: 筆管榕
ບັນຍາຍລັກສະນະພືດສາດ

ຕົ້ນເດື່ອຮ່າງຈັດເປັນພັນໄມ້ຢືນຂະໜາດໃຫຍ່, ສູງ 8-10 ມ, ມີຢາງສີຂາວ, ເປືອກຕົ້ນຂ້ອນຂ້າງລຽບເປັນສີເທົາ. ໃບດ່ຽວອອກຈັັບວຽນສະຫຼັບ ແຜ່ນໃບເປັນຮູບຮີແກມຮູບຂອບຂະໜານ ຫຼື ຮູບໄຂ່ກັບ, ສ່ວນຂອບໃບລຽບ ຫຼື ເປັນຄື່ນ, ກວ້າງ 5-13 ຊມ ແລະ ຍາວ 12-25 ຊມ, ແຜ່ນໃບຂ້ອນຂ້າງໜາ ແລະ ໜຽວ, ສີຂຽວເຂັ້ມ ແລະ ເປັນມັນ, ໃບອ່ອນເປັນສີແດງ. ດອກເປັນສີຂຽວອົມເຫຼືອງ ອອກດອກເປັນຊໍ່ຮູບຮ່າງຄ້າຍໝາກ, ຊໍ່ດອກຈະເລີນແຜ່ຂະຫຍາຍໃຫຍ່ເປັນກະເປາະ, ມີຮູບເປີດປາຍໂອບດອກໄວ້, ດອກນັ້ນມີຂະໜາດນ້ອຍເປັນແບບແຍກເພດໃນກະເປາະ. ໝາກເປັນໝາກສົດ, ສີຂາວອົມບົວ, ລັກສະນະຂອງໝາກເປັນຮູບກົມແກມຮູບໄຂ່ກັບ, ກົມແປ້ນ, ອອກເປັນຄູ່ຢູ່ກິ່ງ, ໝາກມີຂະໜາດປະມານ 1.8-2.5 ຊມ, ໝາກເປັນສີຂຽວ, ມີຈຸດສີຄີມກະຈາຍຢູ່ທົ່ວໝາກ, ເມື່ອໝາກສຸກຈະປ່ຽນເປັນສີນໍ້າຕານອົມບົວມີຈຸດນໍ້າຕານ. 

ບັນຍາຍການນຳໃຊ້

ປະໂຫຍດ: 
-  ໝາກສຸກໃຊ້ຮັບປະທານໄດ້ ແລະ ເປັນອາຫານຂອງນົກ ແລະ ສັດຕ່າງໆ.
-  ໃບອ່ອນສາມາດນໍາມາຮັບປະທານເປັນຜັກໄດ້.
-  ໃຊ້ປູກເປັນໄມ້ແຄະດັບ.
ສັບພະຄຸນ:
-  ເນື້ອໄມ້ໃຊ້ເປັນຢາສະມານ ແລະ ຄຸມທາດ.
-  ໃບໃຊ້ເປັນຢາແກ້ຜົດຜື່ນຄັນ, ເຂົ້າຍາຝີ, ແກ້ຣິດສີດວງ.
-  ຮາກໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ພະຍາດທາງປັດສະວະ, ແກ້ຂັດເບົາ, ແກ້ຕັບພິການ ແລະ ເປັນຢາລະບາຍ.
-  ເປືອກຕົ້ນໃຊ້ເປັນຢາແກ້ເຈັບທ້ອງ, ຖອກທ້ອງ. 

ການປະກອບສ່ວນ