ຕົ້ນປ່ອງກິ່ວ / Pong Kiew

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dasymaschalon lomentaceum Finet & Gagnep/Annonaceae
ຊື່ພ້ອງ
Desmos lomentaceus (Finet & Gagnep.) P.T.Li
ຊື່ອື່ນ
Thai: ໂປ່ງກິ່ວ
ບັນຍາຍລັກສະນະພືດສາດ

ຕົ້ນປ່ອງກິ່ວຈັດເປັນພັນໄມ້ພຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່ ແຕກກິ່ງຈໍານວນຫຼາຍ, ມີຄວາມສູງ 1-2 ມ, ເປືອກລໍາຕົ້ນເປັນສີນໍ້າຕານອົມດໍາ, ໃບເປັນໃບດ່ຽວ, ອອກລຽງສະຫຼັບໃນແຫຼວດຽວກັນ, ໃບເປັນຮູບຂອບຂະໜານຮູບວີ, ໃບມີຂະໜາດກວ້າງ 3-5 ຊມ ແລະ ຍາວ 7-12 ຊມ. ອອກດອກດ່ຽວໂດຍອອກຕາມງ່າມໃບໃກ້ປາຍກິ່ງ ຫຼື ອອກຢູ່ປາຍກິ່ງ, ອອກອ່ອນເປັນສີຂາວອົມຂຽວ, ດອກບານນເປັນສີຂຽວແກມເຫຼືອງ ກ້ານດອກຍາວ 5 ມລມ ກີບດອກຕິດກັນເປັນກວຍຍາວ 2-3 ຊມ. ອອກໝາກເປັນກຸ່ມ ມີໝາກຍ່ອຍປະມານ 6-12 ໝາກ, ລັກສະນະຂອງໝາກເປັນຮູບຊົງກະບອກຍາວອອກມາຈາກຈຸດດຽວກັນ, ໝາກອ່ອນເປັນສີຂຽວອົມຂາວ ເມື່ອແກ່ແລ້ວຈະປ່ຽນເປັນສີແດງສົດ ຫຼື ສີແດງປົນດໍາ ກ້ານຊໍ່ຍາວປະມານ 5 ມມ, ພາຍໃນໝາກມີແກ່ນສີນໍ້າຕານ 2-5 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ: ຕໍາລາຢາໄທຈະນໍາຕົ້ນປ່ອງກິ່ວມາຜະສົມກັບລໍາຕົ້ນກັນແສງ ແລະ ລໍາຕົ້ນພີພ່າຍໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ອາການປວດເມື່ອຍ.
ສັບພະຄຸນ: ນອກຈາກຈະໃຊ້ເປັນຢາແລ້ວຍັງໃຊ້ປູກເປັນໄມ້ປະດັບ ແລະ ເປັນອາຫານສັດ.

ການປະກອບສ່ວນ