ຜັກສົ້ມ / Pigweed purslane

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Portulaca oleracea L. / Portulacaceae
ຊື່ພ້ອງ
Portulaca oleracea L.
Portulaca oleracea f. alba Alef.
Portulaca oleracea f. aurantia Alef.
Portulaca oleracea f. aurea Alef.
Portulaca oleracea f. caryophyllina Alef.
Portulaca oleracea f. gillesii Alef.
Portulaca oleracea subsp. granulatostellulata (Poelln.) Danin & H.G.Baker
Portulaca oleracea var. granulatostellulata Poelln.
Portulaca oleracea f. haageana Alef.
Portulaca oleracea subsp. impolita Danin & H.G.Baker
Portulaca oleracea var. macrantha Eggers
Portulaca oleracea var. macrantha Maire
Portulaca oleracea var. micrantha Eggers
Portulaca oleracea subsp. nicaraguensis Danin & H.G.Baker
Portulaca oleracea subsp. nitida Danin & H.G.Baker
Portulaca oleracea subsp. oleraceaວ Portulaca oleracea var. opposita Poelln.
Portulaca oleracea subsp. papillatostellulata Danin & H.G.Baker
Portulaca oleracea f. parvifolia (Haw.) Alef.
Portulaca oleracea var. parvifolia (Haw.) Griseb.
Portulaca oleracea f. rosea Alef.
Portulaca oleracea var. sativa DC.
Portulaca oleracea f. sativa (DC.) Alef.
Portulaca oleracea subsp. sativa (Haw.) Čelak.
Portulaca oleracea subsp. stellata Danin & H.G.Baker
Portulaca oleracea f. striata Alef.
Portulaca oleracea f. sulfurea Alef.
Portulaca oleracea subsp. sylvestris (Garsault) Thell.
Portulaca oleracea f. violacea Alef.
ຊື່ອື່ນ
ລາວ: ຜັກສົ້ມ, ຜັກຕາກົ້ງ, ຜັກບົ້ງກື
ໄທ: ຜັກຕາໂຄ້ງ, ຜັກອີຫລູ, ຜັກເບ້ຍດອກເຫຼືອງ, ຜັກເບ້ຍໃຫ່ຍ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກທີ່ມີອາຍຸພຽງປີດຽວ ລໍາຕົ້ນແຕກແໝງເລືອຕາມໝ້າດິນ ບາງຄັ້ງປາຍກໍ່ຕັ້ງຂື້ນໄດ້ສູງປະມານ 5-10 ຊມ. ແຕກກິ່ງກ້ານແຜ່ອອກໄປ ລໍາຕົ້ນອາບນໍ້າເປັນສີຂຽວອົມແດງ, ກ້ານກົມ. ໃບດ່ຽວແບບກົງກັນຂ້າມ ຫຼື ກ້ຽວວຽນ, ກ້ານໃບສັ້ນ ແຜ່ນໃບຮູບໄຂ່ປີ້ນ ຍາວ 1-2 ຊມ, ກ້ວາງ 1-2 ຊມ, ກົກໃບແຫຼມ, ຂອບໃບລຽບ, ປາຍໃບມົນ, ຜິວໃບດ້ານເທິງສີຂຽວ, ດ້ານລຸ່ມສີຂຽວອ່ອນເປັນນວນ. ດອກອອກເປັນດ່ຽວ ຫຼື ບາງທີ່ກໍ່ອອກເປັນຊໍ່, ກ້ານດອກສັ້ນ, ດອກສົມບູນເພດ ຢູ່ໃນດອກດຽວກັນ ດອກມີຂະໝາດນ້ອຍສີເຫຼືອງສົດ ໂດຍທົ່ວໄປມັກອອກເປັນກຸ່ມປະມານ 3-5 ດອກ ກາບດອກມີ 4-5 ກີບ, ເປັນຮູບສາມຫຼ່ຽມ, ຂະໝາດນ້ອຍຊ້ອນກັນເປັນຄູ່ໆ, ສ່ວນກີບດອກມີ 5 ກີບ, ສີເຫຼືອງສົດ ແຕ່ລະກີບມີລັກສະນະເປັນຮູບໄຂ່ກັບ ຫຼື ຫົວໃຈວໍ່າລົງປາຍກີບດອກ, ກ້ານສັ້ນມີຂົນ ຫຼື ເຍື່ອບາງໆຮອບໂຄນດອກ, ເກສອນເພດຜູ້ມີ 8-12 ອັນ. ເຕົ້າໄຂ່ມີ 1 ຫ້ອງ, ເປັນຮູບສີປ້ອມຍາວປະມານ 2 ມມ, ປາຍເກສອນແມ່ແຍກອອກເປັນ 6 ແສກ. ໝາກເປັນຮູບກົມ ຫຼື ຮູບຮີ, ເມື່ອແກ່ເປັນສີນໍ້າຕານແລ້ວແຕກອອກ ພາຍໃນມີແກ່ນຈໍານວນຫຼາຍ ສີດໍາ ຫຼື ສີເທົາດໍາເປັນເງົາ.

ບັນຍາຍການນຳໃຊ້

ຍອດອ່ອນນໍາເອົາມາລວກກັບແຈ່ວ. ກັບປົ່ນ ແລະ ຊຸບກັບຜັກຊະນິດອື່ນໆ. ນອກຈາກນີ້ ໃບສົດຕໍາຄັ້ນເອົານໍ້າ ປະສົມນໍ້າຕານ ແລະ ນໍ້າເຜິ້ງ ດື່ມແກ້ອາການຮ້ອນໃນ. ຄຸນຄ່າທາງໂພສະນາການຂອງຜັກສົ້ມ ຈະປະກອບໄປດ້ວຍໂປຕີນ 2.2 ກຼາມ. ທາດແປ້ງ 0.3 ກຼາມ, ເສັ້ນໃຍອາຫານ 1.1 ກຼາມ. ນໍ້າ 87.5%, ແຄຊຽມ 115 mg, ທາດເຫຼັກ 1.4 mg, ຟົດສະຟໍ 40 mg, ວິຕາມິນເອ 2,200 mg, ວິຕາມິນບີ 10.06 mg, ວິຕາມິນຊີ 21 mg.

ການປະກອບສ່ວນ