ຜັກກູດແດງ / Swamp Fern

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Stenochlaena palustris (Burm.f.) Bedd. / Pteridaceae
ຊື່ພ້ອງ
Acrostichum palustre (Burm. f.) C.B. Clarke
Lomaria scandens Willd.
Lomariopsis palustris (Burm. f.) Kuhn
Lomariopsis scandens Mett.
Olfersia scandens (Willd.) C. Presl
Polypodium palustre Burm. f.
Pteris scandens (Willd.) Roxb.
Stenochlaena scandens J. Sm.
ຊື່ອື່ນ
ລາວ: ຜັກກູດແດງ
ໄທ: ລໍາເທັງ, ລໍາເພັງ, ຜັກຍອດແດງ, ຜັກກູດມອນ, ປຣງສວນ, ຜັກກູດແດງ
ບັນຍາຍລັກສະນະພືດສາດ

ຜັກກູດແດງເປັນພືດລົ້ມລຸກ ມີເຫົ້ງາເລືອຕາມໝ້າດິນ ຫຼື ພັນໄປກັບຕົ້ນໄມ້ອື່ນ. ໃບປະສົມແບບຂົນນົກ, ອອກລຽງສະຫຼັບກັນເປັນຄູ່ ໃບມີຢູ່ 2 ຊະນິດຄື: ໃບມີກຸ່ມສະປໍ ຈະມີຄວາມຍາວຂອງໃບປະມານ 45-80 ຊມ, ມີໃບຍ່ອຍຮູບຮີແຄບ, ໂຄນໃບມົນ, ປາຍໃບແຫຼມ, ແຜ່ນໃບລຽບມີສີຂຽວເປັນມັນ ຂອບໃບຫຍັກຄ້າຍຄືຟັນເລື່ອຍ ມີຂະໝາດຄວາມກ້ວາງປະມານ 2.5 ຊມ. ຍາວປະມານ 12.5 ຊມ. ກ້ານໃບຍາວເປັນສີນໍ້າຕານ, ໃບແກ່ຈະເປັນສີຂຽວ, ໃບອ່ອນຈະເປັນສີແດງ ສ່ວນໃບທີ່ສ້າງສະປໍມັກເກີດທີ່ປາຍຍອດ ໂດຍທີ່ແຜນໃບທັ້ງດ້ານເທິງ ແລະ ດ້ານລຸ່ມຈະປົກຄຸມໄປດ້ວຍກຸ່ມຂອງສະປໍ ແຕ່ບໍລິເວນເສັ້ນກາງໃບຈະບໍ່ມີ ມີຄວາມກ້ວາງປະມານ 3 ຊມ, ຍາວ 20 ຊມ.

ບັນຍາຍການນຳໃຊ້

ໃບ ແລະ ຍອດອ່ອນສາມາດນໍາມາກິນເປັນຜັກສົດ ຫຼື ນໍາມາປຸງແຕ່ງເປັນອາຫານໄດ້ ຫຼື ລວກເຮັດຊຸບປົນກັບຜັກຊະນິດອື່ນ, ກັບປົ່ນ, ກັບແຈ່ວ ແລະ ນໍາມາຂົ້ວ. ລໍາຕົ້ນມີຄວາມໝຽວ ແລະ ທົນທານ ສາມາດນໍາມາສານເຮັດເປັນກະຕ໋າໄດ້. ຮາກໃຊ້ເປັນຢາຮັກສາຈາກງູກັດໄດ້, ໃບ ແລະ ຍອດອ່ອນເປັນຢາບໍາລຸງໂລຫິດ. ຢາລະບາຍ.

ການປະກອບສ່ວນ