ຜັກອີ່ເລີດ / Heart Leaf Betel
APA 6th ed. ຜັກອີ່ເລີດ / Heart Leaf Betel. (2019, April 3). Retrieved from https://www.phakhaolao.la/index.php/kb/0000387
MLA 8th ed. ຜັກອີ່ເລີດ / Heart Leaf Betel. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000387.
Chicago 17th ed. Pha Khao Lao. 2019. "ຜັກອີ່ເລີດ / Heart Leaf Betel." Published April 3, 2019. https://www.phakhaolao.la/index.php/kb/0000387.
Piper baronii C. DC.
Piper brevicaule C. DC.
Piper lolot C. DC.
Piper pierrei C. DC.
Piper saigonense C. DC.
ໄທ: ຜັກປູນາ, ຜັກພູນົກ, ພູລີງ, ປູລີງ, ປູລິງນົກ, ຜັກແຄ, ຜັກນາງເລີດ, ຜັກອີ່ເລີດ
ເປັນພືດຜັດລົ້ມລຸກ, ຄວາມສູງປະມານ 30-80 ຊມ. ລໍາຕົ້ນກົມ ທຸກພາກສ່ວນຂອງຕົ້ນມີກິ່ນຫອມ. ໃບດ່ຽວຈັບແບບລຽບສະຫຼັບ, ກ້ານໃບກົມ, ໃບເປັນຮູບຫົວໃຈ ຄວາມຍາວ 7-16 ຊມ, ກ້ວາງ 5-10 ຊມ, ມີເສັ້ນຜ່າກາງໃບມີ 5-7 ເສັ້ນ ກົກໃບຕັດ ຫຼື ມົນ, ຂອບໃບລຽບ, ປາຍໃບມັນຈະແຫຼມ, ໃບເປັນສີຂຽວເຂັ້ມ, ຈະມີລົດຊາດເຜັດອ່ອນໆ, ຜິວໃບມັນເຫຼື້ອມ, ຊໍ່ດອກແບບຮວງຫ້ອຍລົງ ຫຼື ຮວງຕັ້ງແຈບ, ອອກຢູ່ບໍລິເວນປາຍຍອດ ແລະ ຕາມງ່າມໃບ, ດອກແຍກເພດຮ່ວມຕົ້ນ ດອກເປັນສີຂາວອັດແໝ້ນ.
ໃບນໍາມາປຸງແຕ່ງໃສ່ກັບອາຫານ ໃບມີກິ່ນຫອມ ລົດຊາດເຜັດໝ້ອຍໝື່ງ ໃບນໍາເອົາມາແກງໃສ່ຊີ້ນ ແລະ ເພັ້ຍງົວ ຫຼື ຄວາຍ ໃບສົດນໍາມາເປັນຜັກພັນໝ້ຽງ ພັນປາ ແລະ ອາຫານປະເພດພັນອື່ນໆ ທາງພາກໃຕ້ສອຍຜັກອີ່ເລີດຕໍາໃສ່ໝາກມ່ວງ ມີຣົດຊາດດີ ຮາກໃຊ້ຕົ້ມນໍ້າດື່ມ ເປັນຢາປົວເບົາຫວານ ແລະ ຂັບໄລ່ລົມໃນກະເພາະ.