ຕົ້ນໝາກຂຽບ / Custard Apple

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Annona squamosa L. / Annonaceae
ຊື່ພ້ອງ
Annona squamosa Delile [Illegitimate].
Annona squamosa Vell. [Illegitimate].
Annona squamosa f. parvifolia Kuntze
ຊື່ອື່ນ
ລາວ: ໝາກຂຽບ.
ໄທ: ນ້ອຍໜ່າ, ນໍແຟ, ລາໜັງ, ຕຽມ, ນ້ອຍແນ່, ມະລໍແນ່, ມະອໍຈ້າ.
ພະມ້າ: ຕຽບ.
ບັນຍາຍລັກສະນະພືດສາດ

ລຳໄມ້ຢືນຕົ້ນ, ປະເພດຟຸ່ມຂະໜາດນ້ອຍ, ສູູງ 2–6 ແມັດ, ລຳຕົ້ນກ້ຽງສີນ້ຳຕານອ່ອນຫາສີຂຽວໝົ່ນ. ໃບ ແມ່ນໃບປະເພດດ່ຽວ, ສັບຊ້ອນແບບສະຫຼັບຈັບຢູ່ຕາມກິ່ງ ແລະ ງ່ານ້ອຍ. ໃບມີຮູບຍາວປາຍແຫຼມ, ແຄມເນື້ອໃບກ້ຽງ, ຍາວ 1–15 ຊັງຕີແມັດ, ກວ້າງ 3–6 ຊັງຕີແມັດ, ໃບເບື້ອງເທີງມີສີຂຽວເຂັ້ມ, ເບື້ອງລຸ່ມມີສີຂຽວອົມສີຟ້າ. ກ້ານໃບສັ້ນ, ມີຂະໜາດ 1–2 ຊັງຕີແມັດ, ມີຮູບກົມ, ກົກຂອງກ້ານໃບອອກສີຂຽວເຂັ້ມ. ດອກ ແມ່ນດອກປະເພດດ່ຽວ, ຢູ່ໂດດດ່ຽວ ຫຼື ຢູ່ຈຸ້ມກັນ, ອອກສີເຫຼືອງອົມຂຽວ, ແມ່ນດອກປະເພດ 3  ແລະ ມີເພດຮ່ວມຈັບຢູ່ຕາມກິ່ງແກ່, ງ່ານ້ອຍ ຫຼື ຈັບຢູ່ຈຸດໃດຈຸດໜຶ່ງຂອງລຳຕົ້ນ, ດອກຢ່ອນ ແລະ ປິ່ນປາກລົງລຸ່ມ. ກາບດອກນ້ອຍຫຼາຍ ສ່ວນກີບດອກຍາວ ແລະ ໜາ, ຂ້າງໃນ ແລະ ຂ້າງນອກຂອງກີບດອກມີຂົນບົ່ວແຈກຢາຍຢູ່ຫ່າງໆ. ເຕົ້າໄຂ່ ແລະ ເກສອນມີຈຳນວນຫຼາຍ. ໝາກ ແມ່ນປະເພດໝາກເນື້ອ, ແມ່ນໝາກທີ່ສັບສົນ, ມີເນື້ອສີຂາວ ແລະ ມີແກ່ນຫຼາຍ. ໃບ ແລະ ໝາກດິບມີກິ່ນຂີວພືດນີ້ບັນຈຸອານກາໂລອີດຈຳນວນໜຶ່ງເຊັ່ນ: ອາໂນນາອີນ (Anonaine), ຮີເຊນາມີນ (Hyenamine), ເຣຕີກຸຍລີນ (Reticuline) ແລະ ທາດທີ່ໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍຈຳນວນໜຶ່ງ.

ບັນຍາຍການນຳໃຊ້

ການນຳໃຊ້ໝາກຂຽບໃນການຮັກສາໂຣກພົບວ່າມີການນຳສ່ວນຕ່າງໆຂອງໝາກຂຽບມາໃຊ້ເຊັ່ນ: ຮາກນຳມາຕົ້ມນ້ພດື່ມເປັນຢາລະບາຍ, ເປືອກນຳມາຝົນກັບຫີນໃຊ້ເປັນຢາສະໝານແຜ, ໃບ ໃຊ້ເປັນຢາຂ້າເຊື້ອໂຣກ, ຂັບພະຍາດລຳໄສ້ໂດຍນຳມາທຸບໃຫ້ລະອຽດແລ້ວນຳມາພອກແກ້ຟົກຊ້ຳ, ຮັກສາຂີ້ກາກ, ເຮື້ອນ ແລະ ໂຣກຜີວໜັງອຶ່ນໆ ລວມເຖີງຊ່ວຍໃນການຮັກສາແຜ, ແກ່ນ ແລະ ໃບ ໃຊ້ເປັນຢາຂ້າເຫົາ ( ໂດຍນຳແກ່ນ 10 ແກ່ນ ຫຼື ໃບສົດ 1 ກຳມື ຫຼື ຢ່າງໃດຢ່າງໜຶ່ງມາຕຳໃຫ້ລະອຽດປະສົມນ້ຳມັນພືດ 1–2 ຊ້ອນໂຕະ ແລ້ວນຳມາໃສ່ຜົມໃຫ້ທົ່ວໃຊ້ຜ້າຄຸມໄວ້ປະມານ 30 ນາທີແລ້ວຈິ່ງລ້າງອອກ) ນອກຈາກນັ້ນແກ່ນສາມາດນຳມາສະກັດເອົານ້ຳມັນເຮັດສະບູ ຫຼື ໃຊ້ປະໂຫຍດໃນດ້ານບຳລຸງຜີວ ຫຼື ຄວາມສວຍ, ຄວາມງາມ ສ່ວນກາກທີ່ເຫຼືອສາມາດນຳມາເຮັດປຸ໋ຍໄດ້.

ການປະກອບສ່ວນ