ໄມ້ສະໂກ / Purple Neo-Cheesewood

ການນຳໃຊ້
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Neonauclea purpurea (Roxb.) Merr. / Rubiaceae
ຊື່ພ້ອງ
Anthocephalus chinensis Walp.
Bancalus purpureus (Roxb.) Kuntze
Nauclea elliptica Dalzell & A.Gibson
Nauclea purpurea Roxb.
ຊື່ອື່ນ
THAI: Krathùm
Chinese: 无柄新 乌檀
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖີງ 20 ມ. ເປືອກເປັນສີເທົາ, ແຕກເປັນເກັດບໍ່ສະໝໍ່າສະເໝີ, ດ້ານໃນສີເຫຼືອງ. ກີ່ງງ່າອ່ອນເປັນສີ່ຫຼ່ຽມ, ກີ່ງງ່າແກ່ບໍ່ມີຫຼ່ຽມ, ກ້ຽງ. ໃບດ່ຽວ, ຈັບກົງກັນຂ້າມ, ຕັ້ງສາກ, ຫູໃບໃຫຍ່, ຮູບໄຂ່, ຈະຫຼົ່ນງ່າຍ, ເປັນຮອຍເມື່ອຫຼົ່ນ. ກ້ານໃບຍາວ 1-2 ຊມ, ກ້ຽງ, ແຜ່ນໃບ ຮູບຮີ, ຮູບຮີ-ຮູບໄຂ່ກັບ, 8.5-16 x 4-12 ຊມ, ປາຍແຫຼມ, ຖານໃບມົນ, ຮູບຕັດ, ຂອບໃບລຽບ, ເນື້ອໃບໜາ, ກ້ຽງດ້ານລຸ່ມ, ກ່າງໃບລຽບດ້ານເທີງ, ເສັ້ນໃບ 6-8 ຄູ່, ເສັ້ນໃບເຫັດຊັດເຈັນດ້ານທ້ອງໃບ. ຊໍ່ດອກເກີດຕາມຊອກໃບ ຫຼື ປາຍກີ່ງງ່າ, ເປັນຊໍ່ມົມກົມ, ດອກຂະໜາດນ້ອຍ, ສີຂາວປົນສີມ່ວງ. ໝາກຈັບຢູ່ຕາມຊໍ່ມົນ. ແກ່ນມີຈຳນວນຫຼາຍ.

ບັນຍາຍການນຳໃຊ້

ເນື້ອໄມ້ຊະນິດນີ້ ມີນ້ຳໜັກເບົາ ແລະ ມີຄວາມໜຽວລະດັບປານກາງ. ເນື້ອໄມ້ສາມາດຜະລິດເປັນເຈ້ຍ, ວຽກງານກໍ່ສ້າງພາຍໃນຂະໜາດເບົາ, ເຮັດກັບໃສ່ເຄື່ອງ, ໄມ້ເພດານດ ເຮັດເກີບ, ເຄື່ອງຫຼີ້ນເດັກນ້ອຍດ ໄມ້ຖູ່, ແກະສະລັກ, ເຮັດສໍ, ເຮັດເຟີນິເຈີ, ໄມ້ຝານ ແລະ ໄມ້ອັດ. ໄມ້ສາໂກເປັນໄມ້ທີ່ໃຫຍ່ໄວເຊີ່ງເໝາະສົມສຳຫຼັບການປູກເພື່ອຟື້ນຟູເນື້ອທີໂປກຫົ້ນ ແລະ ເໝາະສົມສຳຫຼັບພືດກະສິກຳ. ໃບ ແລະ ເປືອກຂອງມັນສາມາດໃຊ້ເປັນຢາໄດ້. ນອກຈາກນີ້ ໃບຂອງມັນຍັງໃຊ້ເປັນອາການຂອງງົວຄວາຍໄດ້ອີກດ້ວຍ. ຊໍ່ດອກ ແລະ ໝາກຂອງມັນສາມາດກິນໄດ້. ສ່ວນຮາກ ແລະ ເປືອກຂອງມັນສາມາດນຳໃຊ້ເປັນສີຍ້ອມຜ້າທີ່ເປັນສີເຫຼືອງ. 

ການປະກອບສ່ວນ