ຫວາຍຕາເລິກ / Square Leaf Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Korthalsia laciniosa (Griff.) Mart. / Arecaceae
ຊື່ພ້ອງ
Calamosagus harinifolius Griff.
Calamosagus laciniosus Griff.
Calamosagus wallichiifolius Griff.
Korthalsia andamanensis Becc.
Korthalsia grandis Ridl.
Korthalsia scaphigera Kurz [Illegitimate]
Korthalsia teysmannii Miq.
Korthalsia wallichiifolia (Griff.) H.Wendl.
ຊື່ອື່ນ
ກຳປູເຈຍ: ພເຣຍພເດົາ, ພເດົາກຣາຮອມ
ລາວ: ຫວາຍຕາເລິກ
ຫວຽດ: ເໝີຍຕຳວົງ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກິດເປັນສຸມ (ລຳຕົ້ນແຕກກີ່ງງ່າຢູ່ເໜືອໜ້າດິນຂຶ້ນມາ) ເປັນເຄືອ, ເສັ້ນລຳຍາວເຖິງ 75 ມ, ເສັ້ນຜ່າສູນກາງ 3.5 ຊມ; ກາບໃບສີຂຽວ, ປົກຫຸ້ມດ້ວຍຂົນສີນ້ຳຕານ, ມີໜາມສີດຳ, ຮູບສາມຫຼ່ຽມ, ຍາວ 1.9 ຊມ, ປົກຫຸ້ມກະແຈກກະຈາຍ; ມີຫູໃບຍາວ 20 ຊມ, ໂອບຫຸ້ມລຳຫຼົມໆ ເປັນຕາໜ່າງຄ້າຍຄືຮັງນົກເມື່ອແກ່; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 10 ຊມ; ກ້ານກາງໃບຍາວ 2 ມ, ໃບຍ່ອຍຮູູບດອກຈັນ, ແຕ່ລະຂ້າງມີ 7-11 ໃບ, ໃບຍ່ອຍຮຽງສະໝໍ່າສະເໝີ, ໃບຍາວ 24-33 ຊມ, ກວ້າງ 11-18 ຊມ, ປາຍໃບເປັນຢັກໆຄ້າຍຄືແຂ້ວເລື້ອຍ, ທ້ອງໃບເປັນສີຂາວເງິນ; ມືເກາະຢູ່ປາຍໃບຍາວ 1.2 ມ; ຊໍ່ດອກຍາວ 0.8 ມ; ໝາກກົມສ້ວຍ, ຍາວ 2 ຊມ ແລະ ກວ້າງ 1.5, ສີນ້ຳຕານ. ການກະຈາຍພັນ ແລະ ຖິ່ນກຳເນີດ: ກຳປູເຈຍ, ລາວ ແລະ ຫວຽດນາມ, ອັນດາມັນ, ເກາະນິໂນບາ, ມຽນມາ, ໄທ, ຈາວາ, ມາເລເຊຍ, ເປນີຊູລາ, ພິລິປິນ, ສີງກະໂປ ແລະ ສຸມາຕຣາ. ເກີດຢູ່ຕາມປ່າດົງດິບເຂດຕໍ່າ, ເຄິ່ງປ່າດົງດິບ, ປ່າເຂດສູງ, ຢູ່ລະດັບຄວາມສູງຈາກໜ້ານ້ຳທະເລ 224-1000 ມ.ເປັນໝາກເດືອນທັນວາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນລຳຕົ້ນມີຄຸນນະພາບປານກາງໃຊ້ສຳລັບເຮັດເຄື່ອງເຮືອນ ແລະ ເຮັດກະຕ່າ. ຍອດສາມາດກີນໄດ້ ແລະ ໝາກສູກເປັນອາຫານຂອງສັດປ່າ.

ການປະກອບສ່ວນ