ເອື້ອງເກົ້າກີ້ວ / Nobile Dendrobium
APA 6th ed. ເອື້ອງເກົ້າກີ້ວ / Nobile Dendrobium. (2021, February 5). Retrieved from https://www.phakhaolao.la/index.php/kb/0000120
MLA 8th ed. ເອື້ອງເກົ້າກີ້ວ / Nobile Dendrobium. Pha Khao Lao, 5 February 2021, https://www.phakhaolao.la/index.php/kb/0000120.
Chicago 17th ed. Pha Khao Lao. 2021. "ເອື້ອງເກົ້າກີ້ວ / Nobile Dendrobium." Published February 5, 2021. https://www.phakhaolao.la/index.php/kb/0000120.
Dendrobium coerulescens Wall. ex Lindl.
Dendrobium formosanum (Rchb.f.) Masam.
Dendrobium lindleyanum Griff.
Dendrobium nobile var. alboluteum Huyen & Aver.
Dendrobium nobile var. formosanum Rchb.f.
Dendrobium nobile var. nobilius Rchb.f.
Dendrobium nobile f. nobilius (Rchb.f.) M.Hiroe
Dendrobium nobile var. nobilus Burb.
Thai: Ueang Khao Kiu
ລຳຕົ້ນຕັ້ງຊື່, ເກີດເປັນເຫງົ້າ, ເປັນສູ່ມ, ເປັນຮ່ອງຕາມລວງຍາວ, ສີເຫຼືອງອ່ອນປົນສີຂຽວ. ໃບຈັບແບບສະຫຼັບ, ຮູບຂອບຂະໜານ, ມີໃບຈົນຮອດລະດູດອກອອກ, ຊໍ່ດອກສັ້ນ, ມີປະມານ 2-4 ດອກຕໍ່ຊໍ່, ດອກສີຂາວປົນສີມ່ວງ, ມີຈຸດສີມ່ວງເຂັ້ມຢູ່ເຄີ່ງກາງ, ດອກມີກີ່ນຫອມ, ດອກບານໄດ້ດົນຫຼາຍວັນ, ສ່ວນຫຼາຍຊໍ່ດອກມັກເກີດຕາມຂໍ້ທີ່ ປາຍລຳຕົ້ນ.
ເປັນດອກເຜິ້ງທີ່ພົບໃນເຂດປະເທດ ຈີນ, ອະຊຳ, ອິນເດຍ, ເນປານ, ບູຖານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດພົບມີຂະໜາດກາງ, ມັກເກີດບ່ອນອາກາດເຢັນ, ມັກເກີດຕາມຜາຫີນໃນປ່າປະສົມໃບກວ້າງ, ປ່າດົງ ດິບ, ປ່າປະສົມເຂດຕໍ່າ ແລະ ປ່າພູເຂົາສູງ ແລະ ຜາຫີນທີ່ອາກາດເຢັນ, ຈາກລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 200 ຫາ 2000 ມ.
ລຳຕົ້ນແຫ້ງສາມາດນ້ຳມາຊົງນ້ຳຮ້ອນດື່ມຄ້າຍຄືຊາ ເພື່ອໃຊ້ສຳຫຼັບພູມຄູ້ມກັນ, ບຳລູງກຳລັງ, ຢາປົວກະເພາະ, ລ້າງສານພິດ, ປົວວັນນະໂລກ. ເປັນພືດປະດັບ, ລຳຕົ້ນເປັນຢາ. ຂາຍ 80,000 ກິບຕໍ່ເຫງົ້າ, ລຳຕົ້ນ 30,000-100,000 ກິບຕໍ່ກິໂລສົດ, 150,000-300,000 ກິບຕໍ່ກິໂລແຫ້ງ