ວິທີເຮັດໄສ້ອົ່ວຊີ້ນ

Sakhone INTHAVONG
ຂັ້ນຕອນເຮັດໄສ້ອົ່ວຊີ້ນແຊບໆກິນເອງ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະສົມ

  1. ຊີ້ນງົວບົດ 1 ກິໂລກຣາມ.
  2. ຫົວກະທຽມຊອຍ 5 ບ່ວງແກງ.
  3. ຫົວສີໄຄຊອຍ 3 ບ່ວງແກງ.
  4. ໄສ້ໝູ 2 ກິໂລ.
  5. ຫົວກະທຽມແກະເປັນປ່ຽງ.
  6. ຕັບງົວ 300 ກຣາມ.
  7. ເກືອປົ່ນ 3 ½ ບ່ວງແກງ.
  8. ເຂົ້າໜຽວໜຶ້ງສຸກ ½ ຖ້ວຍ.
  9. ຂິງອ່ອນ, ໝາກເຜັດຂີ້ໜູ.

ຂັ້ນຕອນການເຮັດ

  1. ບົດເກືອ, ຫົວກະທຽມ ແລະ ຫົວສີໃຄໃຫ້ລະອຽດ.
  2. ປະສົມຊີ້ນ, ຕັບບົດ ແລະ ເຂົ້າໜຽວໜຶ້ງ ແລະ ເຄື່ອງປະສົມຕ່າງໆໃຫ້ເຂົ້າກັນດີ.
  3. ນຳມາບັນຈຸໄສ້ໝູໂດຍມັດອີກສົ້ນໜຶ່ງໄວ້.
  4. ໃຊ້ເຂັມແທງໄສ້ບັນຈຸໃຫ້ລົມອອກແລ້ວຍັດໃຫ້ແໜ້ນພໍປະມານ.
  5. ຫຼັງຈາກຍັດສຳເລັດແລ້ວໃຫ້ນຳໄປຕາກແດດເປັນເລວາ 3 ມື້ຈົນເປັນສີນ້ຳຕານເຂັ້ມ.
  6. ຈາກນັ້ນນຳມາແຂວນໄວ້ບ່ອນຮົ່ມ.
  7. ຫາກເກັບໄວ້ປະມານ 3-7 ວັນຈະມີລົດຊາດສົ້ມ ແລະ ເຄັມປານກາງ ( ເວລາຮັບປະທານຄວນນຳມາປຸງແຕ່ງໃຫ້ສຸກດ້ວຍການທອດ ຫຼື ປີ້ງ)

ທີ່ມາ:ຄູ່ມືການເພີ່ມສັກກະຍາພາບການຜະລິດງົວຊີ້ນຈາກການຈັດການຄວາມຮູ້ ແລະ ເຕັກໂນໂລຊີ.(ພາສາໄທ)

Contribute