ວິທີເຮັດກ້ອນແຮ່ທາດ

Sakhone INTHAVONG
ເຜີຍສູດການເຮັດກ້ອນແຮ່ທາດອາຫານສຳລັບສັດລ້ຽງ
ແນະນຳວິທີເຮັດ

 

ສະພາບທົ່ວໄປ

ແຫຼ່ງອາຫານທີ່ສໍາຄັນສໍາລັບລ້ຽງງົວຄວາຍແມ່ນທົ່ງຫຍ້າທໍາມະຊາດ ແລະ ເຟືອງ, ໂດຍສະເພາະໃນລະດູແລ້ງ ອາຫານຕົ້ນຕໍຂອງງົວ-ຄວາຍຈະມີແຕ່ໃບໄມ້, ຫຍ້າແກ່, ຫຍ້າແຫ້ງ ແລະ ເຟືອງແຫ້ງ, ເຊິ່ງອາຫານເຫຼົ່ານີ້ເປັນອາຫານທີ່ມີຄຸນນະພາບຕໍ່າ ເມື່ອສັດກິນເຂົ້າໄປກໍ່ບໍ່ສາມາດຍ່ອຍອາຫານເຫຼົ່ານັ້ນໄດ້ດີ ແລະ ບໍ່ສາມາດຕອບສະໜອງພະລັງງານ ແລະ ທາດຊີ້ນໃຫ້ພຽງພໍໄດ້ ເຊິ່ງເປັນສາເຫດເຮັດໃຫ້ສັດຈ່ອຍ, ນ້ຳໜັກຫຼຸດລົງ ແລະ ສັດທີ່ໃຊ້ເປັນແຮງງານລາກແກ່ກໍ່ມີສະພາບຮ່າງກາຍບໍ່ສົມບູນ ແລະ ບໍ່ພ້ອມສໍາລັບການອອກແຮງງານໃນລະດູການຜະລິດ.

ກ້ອນແຮ່ທາດອາຫານເສີມແມ່ນການລວບລວມເອົາສ່ວນປະກອບຕ່າງໆທີ່ມີຄຸນຄ່າທາງດ້ານອາຫານສໍາລັບສັດລ້ຽງ, ເພື່ອມາປະກອບເຂົ້າກັນເຮັດເປັນກ້ອນ ແລະ ນໍາໄປໃຫ້ສັດກິນ ເຊິ່ງກ້ອນແຮ່ທາດອາຫານເສີມສາມາດຊ່ວຍໃຫ້ສັດຍ່ອຍອາຫານໄດ້ດີຂຶ້ນ, ເຮັດໃຫ້ສັດສາມາດນໍາໃຊ້ອາຫານທີ່ມີຄຸນນະພາບຕໍ່າ ເຊັ່ນ: ຫຍ້າແຫ້ງ, ຫຍ້າແກ່, ເຟືອງ ແລະ ອື່ນໆມາເປັນປະໂຫຍດໄດ້ດີຂຶ້ນ.

ວິທີເຮັດ

ສ່ວນປະກອບທີ່ສໍາຄັນໃນການຜະລິດກ້ອນແຮ່ທາດອາຫານເສີມມີ: ຮໍາ, ປຸຍຢູເຣຍ, ເກືອ, ກະດູກປົ່ນ, ກາກນ້ຳຕານ, ປູນຂາວ, ຊີເມັນ ແລະ ດິນດາກ.

ອຸປະກອນຮັບໃຊ້ການຜະລິດ: ອ່າງສໍາລັບປະສົມ, ຈົກ, ຊວ້ານ, ຊິງຊັ່ງນ້ຳໜັກ ແລະ ໄມ້ແບບ.

                                                   ສູດປະສົມກ້ອນແຮ່ທາດອາຫານເສີມ

ວັດຖຸດິບ

 

 

ຄິດເປັນເປີເຊັນ

 

 

 

ສູດ1

ສູດ2

ສູດ3

ສູດ4

ສູດ5

ຮຳ

 40

 30

 45

 40

  50

ກາກນ້ຳຕານ

  5

 10

  0

  0

  0

ປູຍຢູເຣຍ

 10

 10

 10

 10

  10

ເກືອ

  5

  5

  5

  5

   5

ກະດູກປົ່ນ

  5

 10

  5

 10

   0

ປູນຂາວ

 10

 10

 10

 10

  10

ຊີເມັນ

 10

 10

 10

 10

  10

ດິນດາກ

 20

 20

 20

 20

  20

ລວມ

100

100

100

100

100

ນ້ຳ(ລິດ)

15-25

15-25

20-35

20-35

20-35

ໃນການຜະລິດກ້ອນແຮ່ທາດອາຫານເສີມ ຊາວກະສິກອນສາມາດຜະລິດໃຊ້ເອງ, ຊຶ່ງມີຂັ້ນຕອນການຜະລິດແບບງ່າຍໆດັ່ງນີ້:

  1. ລະລາຍປຸຍຢູເຣຍ ແລະ ເກືອຕາມອັດຕາມສ່ວນທີ່ກໍານົດໄວ້.
  2. ຫຼັງຈາກນັ້ນໃຊ້ນ້ຳທີ່ໄດ້ຈາກຂໍ້ 1 ມາປະສົມ ກັບກາກນໍ້າຕານ.
  3. ປະສົມສ່ວນທີ່ມີປະລິມານໜ້ອຍ (ກະດູກປົ່ນ, ປູນຂາວ ແລະ ຊີເມັນ) ໃຫ້ເຂົ້າກັນດີ.
  4. ປະສົມສ່ວນທີ່ມີຈໍານວນຫຼາຍ (ດິນດາກ ແລະ ຮໍາ) ໃຫ້ເຂົ້າກັນດີ.
  5. ຫຼັງຈາກນັ້ນນໍາສ່ວນປະສົມຈາກຂໍ້ 4 ແລະ 3 ມາປະສົມໃຫ້ເຂົ້າກັນດີ.
  6. ຈາກນັ້ນນໍາສ່ວນປະສົມຂໍ້ທີ່ 2 ມາໃສ່ສ່ວນປະສົມຂໍ້ 5 ແລ້ວຄົນໃຫ້ເຂົ້າກັນດີ.
  7. ແລ້ວນໍາມາໃສ່ແບບທີ່ກຽມໄວ້ ອາດຈະເປັນຮູບສີ່ລ່ຽມ ຫຼື ເປັນຮູບອື່ນໆກໍ່ໄດ້ (ຕາມຄວາມເຫມາະສົມ) ແລ້ວອັດໃຫ້ແຫນ້ນ.
  8. ເມື່ອຖອດແບບອອກ ແລ້ວປະກ້ອນແຮ່ທາດໄວ້ໃນບ່ອນຮົ່ມໃຫ້ແຫ້ງດີ (ປະມານ 1 ຫາ 2 ອາທິດ) ຈຶ່ງນໍາມາໃຫ້ສັດເລຍກິນ.

ການນໍາໄປໃຫ້ສັດກິນ:

ໃນກ້ອນແຮ່ທາດອາຫານເສີມ ມີປູຍຢູເຣຍປະກອບຢູ່ 10% ເພາະສະນັ້ນການເຮັດໃຫ້ສັດລຶ້ງເຄີຍກັບການກິນຢູເຣຍ ຈຶ່ງມີຄວາມຈໍາເປັນ. ໃນໄລຍະທຳອິດຄວນໃຫ້ສັດເລຍມື້ຫນຶ່ງປະມານ 1-2 ຊົ່ວໂມງ ຕິດຕໍ່ກັນເປັນໄລຍະ 10 ມື້ ຫຼັງຈາກນັ້ນຈຶ່ງປ່ອຍໃຫ້ສັດເລຍຕາມໃຈ.

ການໃຊ້ກ້ອນແຮ່ທາດອາຫານເສີມແມ່ນເປັນການເສີມອາຫານໃຫ້ແກ່ສັດ ຫຼັງຈາກທີ່ໄດ້ຮັບອາຫານຫຍາບ ທີ່ມີຄຸນນະພາບຕໍ່າເຊັ່ນ: ເຟືອງ, ອາຫານທີ່ໄດ້ຈາກທົ່ງນາ, ທົ່ງຫຍ້າທໍາມະຊາດ ແລະ ຕົ້ນໄມ້ທີ່ເປັນອາຫານສັດ, ດັ່ງນັ້ນໃນການໃຊ້ກ້ອນແຮ່ທາດອາຫານເສີມບໍ່ຄວນໃຫ້ສັດທີ່ຫີວກິນ ເພາະມັນຈະກິນຫຼາຍໂພດຈົນເຮັດໃຫ້ໄດ້ຈໍານວນຢູເຣຍຫຼາຍເກີນຄວາມຕ້ອງການເຊິ່ງຈະເປັນອັນຕະລາຍແກ່ສັດໄດ້.

ຈາກການສັງເກດໃນການໃຊ້ກ້ອນແຮ່ທາດອາຫານເສີມໃຫ້ແກ່ສັດ ໂດຍສະເລ່ຍແລ້ວສັດຈະກິນໄດ້ປະມານ 200-300 ກຣາມ/ວັນ. ຖ້າຜະລິດກ້ອນແຮ່ທາດນ້ໍາຫນັກ 10 ກິໂລກຣາມ ຈະກຸ້ມ 1 ເດືອນ.

ຂໍ້ມູນຈາກ: ສູນຄວບຄຸມມາດຕະຖານການລ້ຽງສັດ ແລະ ການປະມົງ

Contribute