ລ້ຽງປາເປັນສິນຄ້າສາມາດພາຄອບຄົວຫຼຸດພົ້ນຄວາມທຸກຍາກ

Bouavonh Thipphavanh
ຊີວະນາໆພັນກະສິກຳ
ລ້ຽງປາເປັນສິນຄ້າສາມາດພາຄອບຄົວຫຼຸດພົ້ນຄວາມທຸກຍາກ
ອາລຸນໄຊ

ການພັດທະນາເສດຖະກິດຄອບຄົວ ບໍ່ວ່າຈະເປັນການປູກຝັງ ລ້ຽງສັດ ຫຼື ຄ້າຂາຍບໍລິການຕ່າງໆ ທີ່ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ລັດວາງອອກລ້ວນແຕ່ເປັນການພັດທະນາຊິວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກີນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ເຊັ່ນດຽວກັນກັບຄອບຄົວຂອງທ່ານ ວົງພັນ ສຸກປະເສີດ ອາຍຸ 48 ປີ ບ້ານ ໂພນຊາຍ ເມືອງສົບເບົາ ແຂວງຫົວພັນ ເຊິ່ງເປັນຄອບຄົວແບບຢ່າງໃນການພັດທະນາຊີວິດຄອບຄົວ.

 ທ່ານ ວັນພອນ ລໍມາລາ ນາຍບ້ານໆໂພນຊາຍ ເມືອງສົບເບົາ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ ພາຍໃນບ້ານປະກອບມີ 64 ຫຼັງຄາເຮືອນ ມີທັງໝົດພົນລະເມືອງ 354 ຄົນ, ຍິງ 118 ຄົນ, ອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າ ແລະ ເອົາການປູກຝັງລ້ຽງສັດເປັນສໍາຮອງ ໃນນັ້ນການລ້ຽງປາເປັນສິນຄ້າກໍ່ຖືວ່າເປັນອີກທ່າແຮງໜື່ງທີ່ສຳຄັນຂອງບ້ານໃນການສ້າງລາຍຮັບເຂົ້າຄອບຄົວ ໃນປັດຈຸບັນມີຈຳນວນ 13 ຄອບຄົວທີ່ຫັນມາລ້ຽງປາເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວເຊີ່ງສາມາດເຮັດໃຫ້ຊິວິດການເປັນຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວໃນນັ້ນ ເດັ່ນກວ່າໝູ່ແມ່ນຄອບຄົວ ທ່ານ ວົງພັນ ສຸກປະເສີດ ທີ່ເປັນຄອບຄົວແບບຢ່າງໃນການລ້ຽງປາ.

ທັງນີ້ ທ່ານ ວົງພັນໄດ້ໃຫ້ຮູ້ວ່າ ເມື່ອກ່ອນອາຊີບຕົ້ນຕໍຂອງຄອບຄົວແມ່ນການເຮັດນາປູກເຂົ້າ ແລະ ຂາຍເຄື່ອງຍ່ອຍຈຳນວນໜື່ງ ເຊິ່ງລາຍໄດ້ບໍ່ຄົງທີ່ ຊີວິດການເປັນຢູ່ຂອງຄອບຄົວຍັງພົບຄວາມຫຍຸ້ງຍາກ ເພື່ອໃຫ້ຊີວິດການເປັນຢູ່ຂອງຄອບຄົວມີການພັດທະນາດີຂຶ້ນ ບວກກັບຄວາມສະຫງວນມັກໃນການລ້ຽງປາ, ໃນຕົ້ນປີ 2019 ຕົນເອງ ແລະ ຄອບຄົວຈີ່ງຕັດສິນໃຈ ຈົກດິນອ້ອມຂ້າງໜອງເກົ່າເພື່ອຂະຫຍາຍເນື້ອທີ່ໜອງອອກ ພ້ອມທັງຊື້ອຸປະກອນທີ່ຈຳເປັນໃນການລ້ຽງປາ ແລະ ນຳເອົາແນວພັນປາມາຈາກປະເທດເພື່ອນບ້ານ (ຫວຽດນາມ) ມາປ່ອຍຈຳນວນ 18 ພັນໂຕ ໂດຍນຳໃຊ້ທືນທັງໝົດ 60 ລ້ານກວ່າກີບ ຍ້ອນເຫັນເຖິງການບົວລະບັດຮັກສາກໍບໍ່ຫຍຸ້ງຍາກ ແລະ ໃຊ້ເວລາລ້ຽງ 3-4 ເດືອນກໍສາມາດນໍາໄປຈໍາໜ່າຍໄດ້ແລ້ວ ສ່ວນເຕັກນິກໃນການລ້ຽງແມ່ນອີງໃສ່ປະສົບການທີ່ຕົນເອງລ້ຽງມາຫຼາຍປີບວກກັບໄດ້ຮັບຄຳແນະນຳເຕັກນິກການລ້ຽງປາຈາກຫ້ອງການກະສິກຳເມືອງ ເຊິ່ງໃນປີ 2021 ທ່ານ ວົງພັນ ປ່ອຍປາທັງໝົດ 30 ພັນໂຕ ເນື້ອທີ່ 2600 ຕາແມັດ, ບ່ອນຈໍາໜ່າຍສ່ວນຫຼາຍແມ່ນຕະຫຼາດເທດສະບານເມືອງວຽງໄຊ, ຊຳເໜືອ ແລະ ສົບເບົາ ໃນປີຜ່ານມານີ້ປ່ອຍປາທັງໝົດ 30 ພັນໂຕ ລວມຕົ້ນທືນທັງໝົດ 68 ລ້ານກວ່າກີບ ຂາຍໄດ້ກໍາໄລ 45 ລ້ານກີບ.

ໃນຕໍ່ໜ້ານີ້ ທ່ານ ວົງພັນ ຍັງມີແຜນຂະຫຍາຍບ່ອນລ້ຽງໄກ່ຢູ່ອ້ອມຂ້າງໜອງປາເພື່ອໃຫ້ສີ່ງເສດເຫຼືອຂອງໄກ່ທີ່ຂັບຖ່າຍອອກໄດ້ເປັນອາຫານຂອງປາ ພ້ອມທັງເປັນການຫຼຸດຜ່ອນຕົ້ນທືນ ແລະ ຄາດຄະເນວ່າຈະປ່ອຍປາເພີ່ມຂຶ້ນເປັນ 40 ພັນໂຕຕໍ່ຊຸດ ເພື່ອຕອບສະໜອງແກ່ຜູ້ບໍລິໂພກໃນສັງຄົມ ແລະ ຫຼຸດຜ່ອນການນຳປາເຂົ້າມາຈາກບ່ອນອື່ນ.

ແຫຼ່ງຂໍ້ມູນຈາກ: ອາລຸນໄຊ

Contribute