ລາບຈີ່ນາຍ

bouavone thipphavanh
ຈີ່ນາຍ ຫຼື ຈີ່ຫຼໍ່ (ພາກໃຕ້ຂອງລາວ) ເປັນແມງໄມ້ທີ່ຢູ່ໃນຕະກຸນຂອງແມງຈິງຫຼີດ ແຕ່ມີລຳໂຕຂະໜາດໃຫຍ່, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊົນເຜົ່າ ກີຣ (ສະລາງ) ບ້ານວັງມะເນີ ເມືອງບົວລະພາ ແຂວງຄໍາມ່ວນ ນິຍົມນໍາມາປຸງແຕ່ງເປັນອາຫານເຊັ່ນ ລາບຈີ່ນາຍ.
ເຮືອນຄົວລາວ
ລາບຈີ່ນາຍ
www.phakhaolao.la

 

ສ່ວນປະກອບ:

  1. ຈີ່ນາຍ 45-50  ໂຕ
  2. ຜັກຫອມເຊັ່ນ: ຫອມເປ, ຜັກຫອມບົ່ວ, ຜັກແພວ ປະລິມານຕາມຕ້ອງການ
  3. ໝາກເຜັດປົ່ນ 1 ບ່ວງ
  4. ເກືອ 1/2  ບ່ວງກາເຟ

ການກະກຽມ: 

  • ເອົາຈີ່ນາຍໄປລ້າງນໍ້າໃຫ້ສະອາດ, ຫຼັງຈາກນັ້ນປິດເອົາປີກອອກ ແລ້ວນໍາໄປຟັກໃຫ້ລະອຽດ
  • ນໍາເອົາຜັກຫອມໄປລ້າງນໍ້າໃຫ້ສະອາດ ແລ້ວຊອຍໃຫ້ເປັນຂະໜາດນ້ອຍ ຫຼື ຂະໜາດຕາມທີ່ຕ້ອງການ

ການປຸງແຕ່ງ:  

  1. ຄ້າງໝໍ້ໃສ່ນໍ້າ 1 ຖ້ວຍນ້ອຍ
  2. ນຳຈີ່ນາຍທີ່ກຽມໄວ້ແລ້ວນັ້ນໃສ່ໝໍ້ແລ້ວ ແລ້ວຂົ້ວຈົນກວ່ານໍ້າຈະແຫ້ງ
  3. ຈາກນັ້ນປົງໝໍ້ ປະໄວ້ໃຫ້ເຢັນແລ້ວໃສ່ຫອມ ຄົນໃຫ້ເຂົ້າກັນ
  4. ປຸງດ້ວຍເກືອ ແລະ ໝາກເຜັດ ແລ້ວຄົນໃຫ້ເຂົ້າກັນ
  5. ຊິມ ແລະ ພ້ອມຮັບປະທານ
Contribute