ຈາກການປູກຜັກເພື່ອຮັບໃຊ້ໃນຄອບຄົວສູ່ການຜະລິດເພື່ອເປັນສິນຄ້າ

Bouavonh Thipphavanh
ຊີວະນາໆພັນກະສິກຳ
ຈາກການປູກຜັກເພື່ອຮັບໃຊ້ໃນຄອບຄົວສູ່ການຜະລິດເພື່ອເປັນສິນຄ້າ
www.phakhaolao.la

    ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນນຳມາປຸງແຕ່ງເປັນອາຫານຢ່າງຫຼວງຫຼາຍ ຊຶ່ງໃນປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນ ແລະ ຕະຫຼາດກໍຍັງໃຫ້ຄວາມຕ້ອງການຢ່າງກວ້າງຂວາງ ດັ່ງຄອບຄົວຂອງທ່ານ ບົກວ່າງ ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈຶ່ງໄດ້ຍຶດຖືເອົາການປູກຜັກກະລໍ່າປີເປັນສິນຄ້າ ແລະ ສ້າງລາຍຮັບເຂົ້າຄອບຄົວ ໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເທື່ອລະກ້າວ.

     ທັງນີ້ ທ່ານ ບົກວ່າງ ໄດ້ລາຍງານໃຫ້ຮູ້ວ່າ ຕົນເອງໄດ້ປູກຜັກກະລໍ່າປີໃນຊ່ວງ 2019 ເປັນຕົ້ນມາ ແລະ ຍັງໄດ້ປູກຜັກແບບປະສົມປະສານ ເປັນຕົ້ນແມ່ນ ປູກຫອມບົ່ວຫອມປ້ອມຜັກກາດໝາກແຕງໝາກຖົ່ວ ແລະ ໝາກຊູ ເຊິ່ງຕົນແມ່ນໄດ້ເລີ່ມເຮັດການກະສິກໍາ ໂດຍສະເພາະແມ່ນການປູກພືດແຕ່ປີ 1989 ເປັນຕົ້ນມາ ເຊິ່ງໃນເວລານັ້ນການປູກແມ່ນເນັ້ນໃສ່ໃນການບໍລິໂພກພາຍໃນຄອບຄົວເປັນສ່ວນໃຫຍ່ ແລະ ຍັງບໍ່ທັນມີທ່າແຮງຜະລິດເປັນສິນຄ້າ ໂດຍປູກແມ່ນປະຕິບັດຕາມເປັນຕາມເກີດປູກແບບພື້ນບ້ານ ແລະ ປະຖົມປະຖານ ໂດຍອາໄສທຳມະຊາດເປັນຕົ້ນຕໍແຕ່ມາຮອດໄລຍະການສ້າງຕັ້ງແຂວງໄຊສົມບູນ ໄດ້ມີເງື່ອນໄຂຫຼາຍຢ່າງທີ່ອຳນວຍຄວາມສະດວກ ດັ່ງນັ້ນ ຈິ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງ ໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍສໍາລັບໝາກຊູໝາກແຕງຫອມບົ່ວ ແລະ ຫອມປ້ອມ ເປັນການປູກແບບສຳຮອງ ພ້ອມດຽວກັນນີ້ ລາຍຮັບຈາກການຂາຍຕົວຈິງ ສຳລັບຜັກກະລໍ່າປີ ແມ່ນສາມາດສ້າງລາຍຮັບໄດ້ເຖິງ 10-20 ລ້ານກີບຕໍ່ງວດ ແລະ ພືດຜັກແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 5-6 ລ້ານກີບ ຕໍ່ເດືອນ ເຖິງວ່າຈະເປັນຈຳນວນເງິນທີ່ຍັງບໍ່ຫຼາຍ ແລະ ຍັງບໍ່ສາມາດເປັນຄອບຄົວຕົວແບບໄດ້ແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວໄດ້ເປັນຢ່າງດີ. 

     ສຳລັບການຂາຍ ແມ່ນຂາຍຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ຢູ່ຕາມທ້ອງຕະຫຼາດ ພາຍໃນແຂວງ ແລະ ສົ່ງຂາຍໃຫ້ບໍລິສັດ ພູເບ້ຍມາຍນິງ ໃນຈຳນວນ 500 ກິໂລກຣາມ ໃນທຸກໆ ອາທິດ ຕໍ່ໜຶ່ງຄັ້ງ ຊຶ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ-ແມ່ຄ້າ ໃນຕະຫຼາດແມ່ນ 3000 ກີບ ຕໍ່ກິໂລ ແລະ ສົ່ງໃຫ້ບໍລິສັດ ພູເບ້ຍ ມາຍນິງ ແມ່ນ 8000 ກີບ ຕໍ່ກິໂລ ນອກນີ້ ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະ ສົ່ງອອກຂາຍຢູ່ແຂວງວຽງຈັນຕື່ມອີກ.

ແຫຼ່ງຂໍ້ມູນຈາກ: ຈິນລະວອນ ວໍລະສົມບູນ

Contribute