ຄ່າໃຊ້ຈ່າຍການຂົນສົ່ງຄ້າກະສິກຳໃນເຂດຊົນນະບົດ

Sakhone INTHAVONG
ບັນຫາການຂົນສົ່ງສິນຄ້າກະສິກຳໃນເຂດຊົນນະບົດ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ການຜະລິດສິນຄ້າກະສິກາໍໃນລາວສ່ວນຫຼາຍແມ່ນຜະລິດເພື່ອບໍລິໂພກ ແລະ ຂາຍພາຍໃນທ້ອງຖິ່ນເທົ່ານັ້ນ ແຕ່ມີບາງຖິ່ນຖິ່ນໃນເຂດຫ່າງໄກຕົວເມືອງມີສິນຄ້າຫຼາຍປະເພດທີ່ຊາວສວນສາມາດປູກເອງໄດ້ໃນທ້ອງຖິ່ນ ແຕ່ພວກເຂົາບໍ່ສາມາດຂົນສົ່ງຜົນຜະລິດຂອງພວກເຂົາອອກໄປຂາຍເຂດອື່ນໄດ້ ເນື່ອງຈາກພື້ນທີ່ການຜະລິດຢູ່ຫ່າງໄກຕົວເມືອງມີຄວາມລຳບາກເສັ້ນທາງການສັນຈອນຂົນສົ່ງສິນຄ້າກະສິກໍາຂອງຊາວສວນມີຄວາມຫຍຸ້ງຍາກ ການຄົມມະນາຄົມຂົນສົ່ງເປເພຈຶ່ງເຮັດໃຫ້ຕົ້ນທຶນຂອງການຂົນສົ່ງສູງ ແລະຕ້ອງໃຊ້ເວລາໃນການຂົນສົ່ງຍາວນານຂຶ້ນຈຶ່ງສົ່ງຜົນໃຫ້ສິນຄ້າເນົ່າເສຍໄດ້ງ່າຍ ແລະ ລາຄາຕົກຕ່ຳ.

ກຸ່ມປູກຜັກອິນຊີບ້ານນາວຽງ ເມືອງຮ້ຽມ ແຂວງຫົວພັນ ທີ່ສ້າງຕັ້ງຂື້ນໃນປີ 2016 ມີສະມາຊິກ 25 ຄອບຄົວ ມີເນື້ອທີ່ການຜະລິດ 7,892 ຕາແມັດ ເຊິ່ງຕັ້ງຢູ່ຫ່າງ ໄກຕົວເມືອງຊໍາເຫນືອປະມານ 160 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງວຽງຈັນ 690 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງພະບາງປະມານ 400 ກິໂລແມັດ. ເມືອງຮ້ຽມເປັນເຂດພື້ນທີ່ອາກາດເຢັນດິນມີຄວາມອຸດົມສົມບູນເຫມາະສົມແກ່ການຜະລິດສິນຄ້າກະສິກຳເປັນຕົ້ນແມ່ນພືດປະເພດຫົວກະລົດ, ຫົວຜັກກາດຂາວໄດ້ດີ ຜ່ານມາຊາວສວນໄດ້ທົດລອງປູກຫົວກະລົດໃນພື້ນທີ່ທົ່ງນາພາຍຫຼັງລະດູການເກັບກ່ຽວເຂົ້າສຳເລັດໃນຮູບແບບຜັກອິນຊີປາກົດວ່າໄດ້ຮັບຜົນຜະລິດເກີນຄາດ ການປູກແມ່ນໃຊ້ເວລາປະມານ 4-5 ເດືອນ ກໍ່ສາມາດເກັບກ່ຽວໄດ້ ຜົນຜະລິດໃນລະດູການຫນຶ່ງສາມາດຜະລິດໄດ້ປະມານ 5 ໂຕນ ເຊິ່ງເກີນຄວາມຕ້ອງການບໍລິໂພກຂອງປະຊາຊົນໃນທ້ອງຖິ່ນເພາະຍັງເປັນເມືອງທີ່ນ້ອຍຕະຫຼາດຮັບຮອງຈຶ່ງມີໜ້ອຍ.

ເມື່ອຜົນຜະລິດຫຼາຍເກີນທີ່ຕະຫຼາດພາຍໃນເມືອງຊາວສວນຈຶ່ງໄດ້ທົດລອງຂົນສົ່ງຫົວກະລົດສູ່ຕະຫຼາດໃນນະຄອນຫຼວງວຽງຈັນ ໂດຍເຄືອຂາຍຊາວກະສິກອນລາວເປັນຜູ້ຊ່ວຍໃນການຫາຕະຫຼາດຮັບຮອງ ເຫັນວ່າການຂົນສົ່ງສິນຄ້າຈາກກຸ່ມຜະລິດມາເຖິງແມ່ຄ້າແມ່ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່າຕ້ອງໃຊ້ເວລາດົນ ແລະ ໃຊ້ທຶນໃນການຂົນສົ່ງສູງເຮັດໃຫ້ກາໍໄລຈາກການຜະລິດບໍ່ຄຸ້ມຄ່າໃນການຂົນສົ່ງ”.

ນາງ ສໍ ສີອາໍພອນ ຫົວຫນ້າກຸ່ມປູກຜັກອິນຊີ້ບ້ານນາວຽງ ກ່າວວ່າ: ກຸ່ມຂອງພວກເຮົາມີຄວາມຫຍຸ້ງຢາກຢູ 2 ປະການຄື: ມີຄວາມຫຍຸ້ງຍາກໃນການຂົນເພາະວາກຸ່ມຂອງພວກເຮົາຕັ້ງຢູເຂດຫ່ງໄກສອກຫຼີກ ຫາກຂົນສົ່ງສູ່ເມືອງຕ່າງໆກໍມີຄວາມຫຍຸ້ງຍາກ ແລະ ຄ່າຂົນສົ່ງທີ່ສູງ ເຊັ່ນການທົດລອງສົ່ງໄປຕະຫຼາດໃນນະຄອນຫຼວງງວຽງຈັນ ຄ່າຂົນສົ່ງຈະຢູ່ທີ່150,000 ກີບ/ແກັດ ຖ້າຄິດໄລ່ເປັນກິໂລຈະຢູ່ທີ່ 3000 ກີບ/ກິໂລ ຍ້ອນແນວນັ້ນຈຶ່ງເຮັດໃຫ້ພວກເຮົາຕົ້ນທຶນກັບຄືນເລີຍ ບາງກໍລະນີຫາກລົດຂົນສົ່ງເກີດມີບັນຫາຈະສົ່ງຜົນໃຫ້ການຂົນຍິ່ງຊ້າລົງຜັກກໍເນົ່າເສຍ ອີກບັນຫາໜອ່ງແມ່ນດ້ານການຕະຫຼາດເພາະພວກເຮົາຍັງບໍ່ທັນມີສັນຍາຮັບຮອງກັບຜູ້ຮັບຊື້ ຈຶ່ງເຮັດໃຫ້ການຂົນສົ່ງແຕ່ລະຄັ້ງມີຈຳນວນໜ້ອຍແຕ່ລາຄາຂົນສົ່ງພັດສູງ.

 ຕົ້ນທຶນທັງຫມົດ  ຫົວຫນ່ວຍ     ລາຄາ
ຕົ້ນທຶນການຜະລິດຈາກຊາວສວນ    
(ລວມຄາແນວພັນ, ຝຸ່ນ, ຄາແຮງງານ...)      1ກິໂລ         1.500 ກີບ    
ການຂົນສົ່ງ (ດ້ວຍລົດເມ) ຈາກເມືອງຮ້ຽມ     1ກິໂລ          3.000-4.000 ກີບ
ເຖິງຄິວລົດໂດຍສານນະຄອນຫຼວງປະມານ    
ລວມຕົ້ນທືນການຜະລິດ ແລະ ຄາຂົນສົ່ງທັງໝົດ    1ກິໂລ              5,500 ກີບ

 

ລາຄາຂາຍ:        ຫົວຫນ່ວຍ ລາຄາ    
ລາຄາຂາຍສົ່ງ   1ກິໂລ        6.000 ກີບ 
ກໍາໄລທີ່ຊາວສວນໄດ້ຮັບ     ຫົວຫນ່ວຍ        ລາຄາ 
ກໍາໄລທີຊາວສວນໄດ້ຮັບປະມານ        1 ກິໂລ        500 ກີບ  

                

ຕົ້ນທຶນທີ່ກ່າວມາຂ້າງເທິງນັ້ນແມ່ນສິນຄ້າຮອດຄິວລົດເທົ່ານັ້ນຍັງບໍ່ທັນໄດ້ຄິດໄລ່ຄ່າຂົນສົ່ງພາຍໃນນະຄອນຫຼວງເທື່ອ. ຈາກການຄິດໄລຕົ້ນທຶນແມ່ນເຫັນວ່າຊາວສວນເສຍງົບປະມານໃນການຂົນສົ່ງສູງ ກວ່າຕົ້ນທຶນໃນ ການຜະລິດ

ຈາກການທົດລອງຕະຫຼາດຊື້ຂາຍໃນນະຄອນຫຼວງວຽງຈັນແມ່ນມີຂໍ້ສະຫຼຸບດັ່ງນີ້:

ຂາຍໃນຕະຫຼາດອິນຊີວຽງຈັນເຊັນເຕີ: ແມ່ນຂາຍໄດ້ລາຄາປະມານ 15.000 ກີບ/ກິໂລ ແຕ່ປະລິມານໃນການຊື້-ຂາຍມີຫນ້ອຍ ເນື່ອງຈາກວ່າຈຳນວນຕະຫຼາດຍັງບໍ່ຫຼາຍເທົ່າທີ່ຄວນ ແລະ ບໍ່ໄດ້ເປີດທຸດມື້ ນອກຈາກນັ້ນ, ຜູ້ບໍລິໂພກຍັງມີຈໍານວນຈຳກັດໂດຍຕະຫຼາດມີຄວາມຕ້ອງການກະລົດປະມານ 7-8 ຫມື່ນ/ອາທິດເທົ່ານັ້ນ ເຊິ່ງບໍ່ຄຸ້ມຄ່າໃນການຂົນສົ່ງ ໃນແຕ່ລະຖ້ຽວ.

ການຫາຕະຫຼາດທົ່ວໄປທີ່ບໍ່ແມ່ນອິນຊີ: ຈາກການສຶກສາຕະຫຼາດໃນໄລຍະຜ່ານມາເຫັນວ່າໂດຍທົ່ວໄປແລ້ວກະລົດທີ່ຜູ້ຄົນນິຍົມກັນບໍລິໂພກແມ່ນນາໍເຂົ້າຈາກຕ່າງ ປະເທດ (ບໍ່ແມ່ນອິນຊີ) ເຊິ່ງລາຄາຂາຍສົ່ງປະມານ 6.000 ກີບ ແລະ ຂາຍຍ່ອຍໃນລາຄາ ປະມານ 8-10,000 ກີບ ໂດຍແມ່ຄ້ານິຍົມຊື້ກະລົດຈາກຕະຫຼາດ: ໄທ, ຈີນ, ຫວຽດນາມ ເຊິ່ງຜົນຜະລິດທີ່ນາໍເຂົ້າມີລັກສະນະຫົວໃຫຍ່, ງາມ ແລະ ລາຄາຖືກ.

ຂໍ້ສະເໜີຈາກຊາວສວນຕໍ່ກັບບັນຫາດັ່ງກ່າວຊາວສວນຈຶ່ງໄດ້ມີຂໍ້ສະເຫນີເພື່ອປັບປຸງແກ້ໄຂດັ່ງນີ້:

  1. ສົ່ງເສີມການຜະລິດເປັນສິນຄ້າໂດຍກໍານົດຂອບເຂດພື້ນທີ່ໃນການຜະລິດໃນເຂດໃກ້ຄຽງກັນໃຫ້ໄດ້ຈໍານວນຫຼາຍ ເພື່ອໃຫ້ຄຸ້ມຄ່າໃນການຂົນສົ່ງໃນແຕ່ລະຖ້ຽວ
  2. ມີການເຊັນສັນຍາການເກັບຊື້ລະຫວ່າງຊາວສວນກັບຫົວຫນ່ວຍທຸລະກິດຢ່າງລະອຽດຮັບປະກັນວ່າຜົນຜະລິດຂອງຊາວສວນວ່າຈະມີຕະຫຼາດຮອງຮັບທີ່ແນ່ນອນ
  3. ສະເໜີໃຫ້ມີການສົ່ງເສີມຄວາມຮູ້ທາງດ້ານເຕັກນິກນການຜະລິດ ແລະ ການເກັບຮັກສາເປັນຕົ້ນແມ່ນການບັນຈຸເພື່ອເກັບມ້ຽນຜົນຜະລິດ, ສາງເຢັນ ຫຼື ລົດຂົນສົງເຢັນ)...
  4. ສະເໜີໃຫ້ມີການຊ່ວຍໃນການທົດລອງການປູກ ແລະ ປຸງແຕ່ງຜະລິດຕະພັນແບບໃໝ່ທີ່ຈະເຮັດໃຫ້ມີນ້ຳໜັກນ້ອຍລົງເພື່ອສະດວກໃນການຂົນສົ່ງ

ທີ່ມາ: ເຄືອຂ່າຍຊາວກະສິກອນລາວ

Contribute