ຄວາມເປັນມາຂອງບຸນເຂົ້າພັນສາ

ฺิBouavone thipphavanh
ສວຍງາມແບບລຽບງ່າຍ
www.phakhaolao.la

ບຸນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 (ປະຕິທິນລາວ) ເປັນອິກວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນກັບຊາວພຸດທັງຫຼາຍ ໂດຍສະເພາະແມ່ນຊາວລາວທັງຊາດ ເປັນອີກວັນສຳຄັນທາງພຸດທະສາສະໜານັ້ນຄື ວັນເຂົ້າພັນສາ ເຊິ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ໜຶ່ງ ຕະຫຼອດໄລຍະເວລາລະດູຝົນທີ່ມີກຳນົດເປັນໄລະຍະເວລາ 3 ເດືອນ ຕາມທີ່ພຣະທຳວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີ່ຮຽກຕິດປາກກັນໂດຍທົ່ວໄປວ່າ ຈຳພັນສາ ນັ້ນເອງ ໂດຍເຫດທີ່ພຣະພິກຂຸໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາຣິກໂປດສັດ ແລະ ເຜີຍແຜ່ພຣະທຳຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີ່ບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳນິວ່າໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ (ພຸດທະການຕອນຕົ້ນ ພະສົງຍັງບໍ່ໄດ້ເຂົ້າພັນສາ) ພຣະພຸດທະເຈົ້າຈຶ່ງວາງລະບຽບການຈໍາພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ ປຸຣິມພັນສາ

ທັງນີ້ ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫຼັງ ແລະ ອອກພັນສາໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຮຽກວ່າ ປັຈສິມພັນສາ ເວັ້ນແຕ່ມີວຽກຈຳເປັນຄືເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍໄດ້ອະນຸຍາດໃຫ້ໄປແຮມຄືນໄດ້ ຄາວໜຶ່ງບໍ່ເກີນ 7 ຄືນ ຮຽກວ່າ ສັຕຕາຫະ ຫາກເກີນກໍານົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈໍາພັນສາ ຈັດວ່າພັນສາຂາດ.

ສຳລັບຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່

  • ການໄປຮັກສາພະຍາບານພິກສຸ ຫຼືຶ ບິດາມານດາ ທີ່ເຈັບປ່ວຍ
  • ການໄປລະງັບພິກຂຸສາມະເນນທີ່ຢາກຈະສິກບໍ່ໃຫ້ສິກໄດ້
  • ການໄປເພື່ອວຽກຂອງຄະນະສົງເຊັ່ນ ການໄປຫາອຸປະກອນມາຊ່ອມກຸຕິທີ່ຊຳລຸດເປ່ເພ
  • ຫາກຍາດໂຍມນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການບຳເພັນກຸສົນຂອງເຂົາໄດ້ ນອກຈາກນີ້ຫາກລະຫວ່າງ ເດີນທາງກົງກັບວັນຢຸດເຂົ້າພັນສາພໍດີ ພຣະພິກຂຸສົງເຂົ້າມາທັນໃນໝູ່ບ້ານ ຫຼື ໃນເມືອງກໍພໍຈະຫາທີ່ພັກພິງໄດ້ຕາມສົມຄວນ ແຕ່ຖ້າມາບໍ່ທັນກໍຕ້ອງເພິ່ງອາໄສເຫງົ້າໄມ້ໃຫຍ່ເປັນທີ່ພັກແຮມ ຊາວບ້ານເຫັນພຣະໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບ ເພື່ອໃຫ້ທ່ານໄດ້ອາໄສພັກຝົນ ຮ່ວມກັນຫຼາຍໆອົງ ທີ່ພັກດັ່ງກ່າວນີ້ຮຽກວ່າ ວິຫາຣ ແປວ່າ ທີ່ຢູ່ຂອງສົງ ເມື່ອໝົດແລ້ວ ພຣະສົງທ່ານອອກຈາຣິກຕາມພາລະກິດຂອງທ່ານຄັນຍາມ ເຖິງໜ້າຝົນໃໝ່ທ່ານກໍກັບມາພັກອິກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສດຖີມີຈິດສັດທາເຫຼື້ອມໃສໃນພຣະພຸດທະສາສນາ ກໍເລືອກຫາສະຖານທີ່ສະຫງົບງຽບບໍ່ຫ່າງໄກຈາກຊຸມຊົນປານໃດ ສ້າງທີ່ພັກ ຮຽກວ່າ ອາຣາມ ໃຫ້ເປັນທີ່ຢູ່ຂອງສົງດັ່ງເຊັ່ນປັດຈຸບັນນີ້.
Contribute