ຂໍ້ແນະນຳກ່ຽວກັບການນຳໃຊ້ພືດເປັນຢາ

Andy Souvanphakdy
ຕົ້ນໄມ້ເປັນຢາໜຶ່ງຕົ້ນມີຄຸນປະໂຫຍດໃນການປິ່ນປົວຢ່າງກວ້າງຂວາງ ແຕ່ຄຸນປະໂຫຍດເຫຼົ່ານັ້ນຈະໄດ້ມາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຫຼື ບໍ ນັ້ນ ວິທີ ແລະ ຂັ້ນຕອນການນຳໃຊ້ຄືສ່ວນທີ່ສຳຄັນ ແລະ ຈຳເປັນຫຼາຍ
ພູມປັນຍາທ້ອງຖິ່ນ
phakhaolao.la

ການນຳໃຊ້ຕົ້ນໄມ້ເປັນຢາ ຖ້າຫາກໃຊ້ໄດ້ຖືກວິທີ ຈະໄດ້ປະໂຫຍດອັນຄວນຢ່າງແທ້ຈິງ ແຕ່ກົງກັນຂ້າມຖ້າຫາກບໍ່ແມ່ນແລ້ວ ນອກຈາກຈະບໍ່ໄດ້ປະໂຫຍດແລ້ວ ຈະໄດ້ໂທດຫຼາຍກວ່າ ດັ່ງນັ້ນຈຶ່ງຄວນ ສຶກສາເຖິງຂໍ້ແນະນຳ ແລະ ວິທີທີ່ຖືກຕ້ອງສາກ່ອນ

ສຳລັບຂໍ້ແນະນຳໃນເບື້ອງຕົ້ນ ຈາກປຶ້ມຕົ້ນໄມ້ເປັນຢາໃນລາວ, ກະຊວງສາທາລະນະສຸກ, ສະຸຖາບັນການແພດ ແລະ ການຢາພື້ນເມືອງມີດັ່ງຕໍ່ໄປນີ້:

  1. ຄວນສຶກສາສາຂໍ້ມູນໃຫ້ຖືກຕ້ອງ ຈາກຜູ້ທີ່ມີຄວາມຮູ້ກ່ຽວກັບຢາພື້ນເມືອງ ກ່ອນນຳໄປໃຊ້

  2. ຕ້ອງໃຊ້ຢາໃຫ້ຖືກກັບພະຍາດ

  3. ໃຊ້ຕົ້ນໄມ້ເປັນຢາໃຫ້ຖືກຊະນິດ ເພາະຊື່ຕົ້ນໄມ້ເປັນຢາ ໃນແຕ່ລະທ້ອງຖິ່ນມັກຮ້ອງຊື່ຕ່າງກັນ

  4. ໃຊ້ຕົ້ນໄມ້ເປັນຢາໃຫ້ຖືກກັບພາກສ່ວນໃຊ້ ເຊັ່ນ: ຊະນິດທີ່ໃຊ້ຮາກ ຖ້າຫາກເອົາໝາກມາໃຊ້ກໍ່ຈະບໍ່ມີຜົນຕໍ່ການຮັກສາ

  5. ຕ້ອງໃຊ້ໃຫ້ຖືກປະລິມານ ຖ້າຫາກໜ້ອຍເກີນໄປຈະບໍ່ມີຜົນໃນການຮັກສາ ຖ້າຫຼາຍເກີນອາດເປັນພິດໄດ້

  6. ຕ້ອງປຸງແຕ່ງໃຫ້ຖືກວິທີ ຖ້າມີການຜິດພາດ ອາດເກີດເປັນພິດ ຫຼື ອາດມີຜົນຂ້າງຄຽງຕາມມາໄດ້

  7. ຄວາມສະອາດແມ່ນຕ້ອງໄດ້ຮັບການເອົາໃຈໃສ່ເຊັ່ນກັນ, ຖ້າບໍ່ເອົາໃຈໃສ່ດ້ານຄວາມສະອາດ ຈະພາໃຫ້ເກີດພະຍາດອື່ນຕາມມາ

  8. ການໃຊ້ຕົ້ນໄມ້ເປັນຢາທີ່ບໍ່ເຄີຍໃຊ້ຈັກເທື່ອມາກ່ອນ ໃຫ້ທົດລອງໃຊ້ຢາປະລິມານໜ້ອຍກ່ອນ ເຖິງວ່າຢານັ້ນຈະໃຊ້ພາຍນອກ ກໍ່ຕາມ

  9. ການກິນຢາ ບໍ່ຄວນກິນຕິດຕໍ່ກັນເປັນເວລາດົນ, ຕາມປົກກະຕິແລ້ວການໃຊ້ຢາແມ່ນ 2-3 ວັນ ອາການກໍ່ຈະດີຂຶ້ນ ຖ້າກິນຢາອາການບໍ່ດີຂຶ້ນ ຄວນປ່ຽນຢາ ດົນໆອາດຈະເກີດການສະສົມສິ່ງທີ່ເປັນພິດຕໍ່ຮ່າງກາຍໄດ້

Contribute