ການປູກເຜືອກ

Soulivanh BOUNTHAMMY
ການປູກເຜືອກ ພືດທີ່ເປັນຫົວ ແລະ ໃຫ້ທາດແປງສາມາດທົດແທນເຂົ້າໄດ້
ແນະນຳວິທີເຮັດ
https://www.google.com/search?q=%E0%B8%A7%E0%B8%B4%E0%B8%98%E0%B8%B5%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%80%E0%B8%9C%E0%B8%B7%E0%B8%AD%E0%B8%81&source=lnms&tbm=isch&sa=X&ved=0ahUKEwjV-cLjvPjjAhVMWH0KHUL0DsYQ_AUIEigC&cshid=1565446080294794&biw=1280&bih=610#imgrc=1JGP3lG0EuwZFM:
sentangsedtee.com

ການປູກ ແລະ ການບົວລະບັດຮັກສາ
- ຄວນເລືອກຫົວເຜືອກທີ່ສົມບູນແຂງແຮງດີ, ຫົວບໍ່ໃຫຍ່ຫຼາຍປະມານສໍ່າໜ່ວຍໄຂ່ໄກ່ ຫຼື ໄຂ່ເປັດ, ຄວນປູກຍາມອາກາດເຢັນເຢັນ/ຕາເວັນອ່ອນລົງ ແລະ ໃນໄລຍະທໍາອິດຫຼັງການປູກຕ້ອງໝັ່ນຫົດນໍ້າໃຫ້ດິນຊຸ່ມຢູ່ສະເໝີ, ເມື່ອເຫັນເຜືອກແຕ່ໜໍ່ແລ້ວຄ່ອຍຫົດນໍ້າຫນ້ອຍລົງ.
- ສັງເກດການອອກໜໍ່ຂອງເຜືອກເຮົາເລືອກ 1 ໜໍ່ທີ່ແຂງແຮງໄວ້ເຫຼືອນັ້ນຕັດຖິ້ມເພື່ອໃຫ້ຫົວເຜືອກໃຫຍ່. ເຜືອກຈະຂະຫຍາຍຕົວຂຶ້ນເລື້ອຍໆໃນໄລຍະ 4-5 ເດືອນ ແລະ ໄລຍະນີ້ຄວນບູນດິນປົກໃສ່ກົກເຜືອກເພື່ອໃຫ້ຫົວເຜືອກມີນ້ໍາໜັກສູງ.
ການເກັບກ່ຽວ
  ເມື່ອເຜືອກອາຍຸໄດ້ປະມານ 9-10 ເດືອນ ເຮົາຈຶ່ງເກັບໄດ້, ຖ້າກາຍນີ້ໄປຈະເຮັດໃຫ້ເຜືອກນໍ້າໜັກຫຼຸດລົງ.
ຄຸນຄ່າທາງໂພຊະນາການ:
   ເຜືອກເປັນພືດທີ່ໃຫ້ທາດແປ້ງທີ່ສາມາດກິນທົດແທນເຂົ້າໄດ້ໃນເຂດທີ່ການຜະລິດເຂົ້າບໍ່ກຸ້ມກິນ. ນອກຈາກນັ້ນ, ຍັງໃຫ້ວິຕາມິນ ເອ, ບີ, ຊີ ແລະ ອີ; ທາດໄຂມັນ, ໂປຣຕີນ, ໄຍອາຫານ, ນ້ໍາຕານ ແລະ ທາດເຫຼັກອີກດ້ວຍ, ໂດຍສະເພາະແຄວຊຽມ ແລະ ທາດເຫຼັກຈໍາເປັນຫຼາຍສໍາລັບແມ່ຍິງໄວຈະເລີນພັນ ແລະ ແມ່ຍິງຖືພາ. 
ການແປຮູບເຜືອກໄວ້ກິນຍາວນານ:
   ນໍາເອົາຫົວເຜືອກມາປອກ ແລະ ຝານເປັນປ່ຽງບາງໆ, ລ້າງນໍ້າໃຫ້ສະອາດ ແລ້ວນໍາໄປແຊ່ໃສ່ນໍ້າປູນຂາວປະມານ 10-15 ນາທີ, ຫຼັງຈາກນັ້ນນໍາໄປຕາກແດດປະມານ 1-2 ຊົ່ວໂມງ, ໃຫ້ສັງເກດຖ້າແຫ້ງດີບໍ່ມີນ້ໍາ ຫຼື ບໍ່ປຽກແລ້ວເກັບໃສ່ຖົງຢາງໄວ້ກິນຍາວນານໄດ້, ການປຸງແຕ່ງແມ່ນນໍາເອົາມາຈືນ, ໜື້ງ ຫຼື ເຮັດນ້ໍາຫວານກິນກໍໄດ້.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

Contribute