ການປູກຫອມເປ

Sakhone INTHAVONG
ເຕັກນິກການປູກຫອມເປ
ແນະນຳວິທີເຮັດ
phakhaolao.la
phakhaolao.la

 

ການປູກຫອມເປສາມາດປູກໄດ້ 2 ວິທີຄື:

1. ການປູກດ້ວຍການຫວ່ານແກ່ນ

  • ກ່ອນຫວ່ານແກ່ນຄວນກຳຈັດວັດສະພືດ ແລະ ໄຖພວນດິນໃຫ້ຍ່ອຍລະອຽດຕາກໄວ້ປະມານ 5-7 ວັນ ໂດຍເຮັດແບບນັ້ນ 2 ຄັ້ງ  ແລ້ວຈຶ່ງປັບດິນໃຫ້ສະເໝີກັນພ້ອມທັງປະສົມຝຸ່ນຄອກ ຫຼື ປຸ໋ຍໝັກລົງໄປໃຫ້ເຂົ້າກັນດີເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ດິນ.
  • ໃນພື້ນທີ່ 1 ໄລ່ແກ່ນພັນປະມານ 5 ກິໂລ ກ່ອນຫວ່ານແກ່ນຄວນໃຊ້ນ້ຳພົມເສຍກ່ອນເພື່ອໃຫ້ຈະເລີນງອກງາມໄດ້ດີແລ້ວຖົມດິນບາງໆ ແລະ ຫົດນ້້ຳໃນປະລິມານທີ່ພໍເໝາະ, ຢ່າໃຫ້ນ້ຳຂັງ, ການໃຫ້ນ້ຳແມ່ນວັນລະສອງຄັ້ງເຊົ້າແລງ, ສຳລັບປຸ໋ຍແມ່ນໃຊ້ສູດ 20-20-0 ປະສົມກັບສູດ 46-0-0 ໃນອັດຕາ 50 ກິໂລ/ໄລ່
  • ເມື່ອປູກໄດ້ປະມານ 2 ເດືອນ ແລະ ເລີ່ມມີຊໍ່ດອກຄວນບຳລຸງຕົ້ນໃຫ້ຈະເລີນເຕີບໂຕດ້ວຍການເດັດຊໍ່ດອກຖີ້ມ.

2. ການປູກຫອມເປດ້ວຍການແຍກເຫງົ້າ

  • ກ່ອນຍົກປູກຄວນໄຖພວນດິນ ແລະ ກຳຈັດວັດສະພືດເຊັ່ນດຽວກັບການຫວ່ານແກ່ນ ສ່ວນຂະໜາດໜານປູກທີ່ເໝາະສົມຄວນມີຄວາມກວ້າງປະມານ 1 ແມັດ, ຍາວປະມານ 20 ແມັດ, ໄລຍະຫ່າງລະຫວ່າງຂຸມປູກປະມານ 20 ຄູນ 20 ຊັງຕີແມັດ ຫຼັງຈາກນັ້ນນຳເຫງົ້າພັນທີ່ກຽມໄວ້ມາປູກຈຶ່ງຫົດນ້ຳໃຫ້ຊຸ່ມພໍດີ.
  • ເມື່ອຕົ້ນຜັກເລີມຕັ້ງໂຕໄດ້ແລ້ວວຄວນກຳຈັດວັດສະພືດ ແລະ ພວນດິນອີກຄັ້ງຫຼັ້ງຈາກນັ້ນໃຫ້ໃສ່ຝຸ່ນຄອກ. ທີ່ສຳຄັນຄວນກັນແສງໃຫ້ຜັກໂດຍການໃຊ້ໃບໝາກພ້າວ ຫຼື ຕາໜ່າງກັນແສງແດດປະມານ 60-80 ເປີເຊັນ ບໍ່ວ່າຈະປູກດ້ວຍວິທີໃດກໍຕາມ.

3 ການເກັບກ່ຽວ

ຫຼັງຈາກທີ່ປູກຫອມເປໄດ້ປະມານ 4 ເດືອນ ກໍສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ ເພື່ອໃຫ້ຫຼົກໄດ້ສະດວກຄວນຫົດນ້ຳໃຫ້ຊຸ່ມເສຍກ່ອນ ໂດຍຫຼົກໝົດຕົ້ນໃຫ້ມີຮາກຕິດຂຶ້ນມານຳ ຫຼື ຈະໃຊ້ມີດຕັດເທື່ອລະຕົ້ນກໍໄດ້ແລ້ວນຳໄປລ້າງໃຫ້ສະອາດ ແລະ ເລືອກໃບທີ່ບໍ່ງາມຖີ້ມແລ້ວນຳໄປມັດເພື່ອຈຳໜ່າຍ.

https://www.facebook.com/SuansoukOrganicFarm/photos/pcb.147136887036744/147136590370107/?type=3&theater

 

ທີ່ມາ: ວາລະສານກະຊວງກະສິກຳ ແລະ ປ່າໄມ້

Contribute