ການປູກສາລີດ້ວຍລະບົບນ້ຳຢອດ

Sakhone INTHAVONG
ເຕັກນິກການປູກສາສີລະດູແລ້ງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ກະກຽມອຸປະກອນ

ຈັກດູດນ້ຳ 1ເຄື່ອງ, ໝໍ້ກ່ອງຂີ້ເຫຍື້ອ 1 ອັນ, ທໍ່ນ້ຳໄຫຼໃນແປງ 40 ແມັດ/ໄລ່, ທໍ່ແຈກນ້ຳເຂົ້າແປງ 2,120 ແມັດ/ໄລ່, ຂໍ້ຕໍ່ແຈກນ້ຳ 53 ອັນ/ໄລ່, ຖັງ ຫຼື ຟຸຍ 1 ອັນ ແລະ ທໍ່ສົ່ງນ້ຳນັບແຕ່ແຫຼ່ງນ້ຳເຖິງພື້ນທີ່ຕົວຈິງ.

ການກະກຽມດິນ

ບໍ່ວ່າຈະເປັນດິນສວນ ຫຼື ດິນນາກໍໃຫ້ໄຖຕາກແດດ 2 ອາທິດເພື່ອຂ້າຫຍ້າຫຼັງຈາກນັ້ນຄາດດິນໃຫ້ແຕກລະອຽດດີແລ້ວຈຶ່ງວາງທໍ່ນ້ຳ.

ການວາງທໍ່ນ້ຳ

ຄວນວາງທໍ່ນ້ຳໃຫຍ່ໃນແປງລຽບຕາມແຈສວນ ຫຼື ລຽບຕາມແຄມນາຕາມທິດທາງທີ່ເໝາະສົມ ຈາກນັ້ນກໍວາງທໍ່ນ້ອຍຕາມໄລຍະການປູກ 75 ຊັງຕີແມັດ/ແຖວ ແລ້ວປີ້ນຮູນ້ຳຂຶ້ນທຸກທໍ່ຈາກນັ້ນຕໍ່ທໍ່ໃຫຍ່ ແລະ ທໍ່ນ້ອຍເຂົ້າກັນດ້ວຍຂໍ້ຕໍ່ແລ້ວຈຶ່ງຕອກໄມ້ດັນໄວ້ເພື່ອຈະບໍ່ໃຫ້ເຄື່ອນຍ້າຍໃນເວລາດຶງ ຈາກນັ້ນກໍວາງໄລຍະຫ່າງຂອງທໍ່ນ້ອຍຫົວ ແລະ ທ້າຍໃຫ້ເທົ່າກັນແລ້ວຈຶ່ງປູກ.

ການປູກ

ກ່ອນປູກໃຫ້ກຽມລະບົບນ້ຳໃຫ້ສົມບູນພ້ອມທັງອັດປາຍທໍ່ໃຫຍ່ ແລະ ນ້ອຍທຸກສາຍໃຫ້ແຈບດີ ແລ້ວຈຶ່ງຕິດຈັກເປີດນ້ຳປະມານ 20 ນາທີ ເພື່ອໃຫ້ເຫັນລັດສະໝີຂອງຄວາມຊຸ່ມຂອງນ້ຳທີ່ສາມາດກະຈາຍອອກໄປໄດ້ ພ້ອມທັງກວດເບິ່ງທໍ່ນ້ຳວ່າຖືກລະບົບດີແລ້ວບໍ່ ສຳລັບການປູກຫາກຮູທໍ່ນ້ຳຢອດໄລຍະຮູ 20 ຊັງຕີແມັດປູກແມ່ນ1 ເມັດ/ຂຸມ ແຕ່ໄລຍະຮູ 40 ຊັງຕີແມັດ ປູກ 2 ເມັດ/ຂຸມ ທີ່ສຳຄັນໃຫ້ປູກຫາກຈາກສາຍທໍ່ປະມານ 3 ນີ້ວມື, ເລິກປະມານ 2-5 ຊັງຕີແມັດ.

ປະລິມານການໃສ່ຝຸ່ນ ແລະ ການໃສ່ຝຸ່ນເຄມີ

ປະລິມານຝຸ່ນທີ່ດີຄວນວິໄຈດິນກ່ອນຈຶ່ງແນະນຳຖືກຕ້ອງ ແລະ ເໝາະສົມ ຢ່າງໃດກໍຕາມການແນະນຳແບບທົ່ວໄປ ແມ່ນໃຫ້ໃສ່ຝຸ່ນວິທະຍາສາດສູດ 15-15-15=50 ກິໂລ/ໄລ່ ແລະ ຝຸ່ນເລັ່ງ(ຢູເຣຍ) =50 ກິໂລ/ໄລ່ ໂດຍໃຫ້ແບ່ງຝຸ່ນອອກເປັນ 3 ສ່ວນເທົ່າກັນແລ້ວໃສ່ 3 ຄັ້ງ: ຄັ້ງທຳອິດໃສ່ຫຼັງຈາກໄດ້ 2 ອາທິດ, ຄັ້ງທີ  2 ຫຼັງປູກໄດ້ 3 ອາທິດ ແລະ ຄັ້ງສຸດທ້າຍຫຼັງຈາກປູກໄດ້ 4 ອາທິດ.

ສຳລັບການໃສ່ຝຸ່ນແມ່ນໃຫ້ແຊ່ຝຸ່ນສູດ 15-15-15 ໃນກະຖັງປະມານ 3-4 ຊົ່ວໄມງ, ສ່ວນຝຸ່ນເລັ່ງ(ຢູເຣຍ) ສູດ 46-0-0 ເປັນຝຸ່ນທີ່ລະລາຍງ່າຍເວລາຈະໃສ່ແມ່ນໃຫ້ເທລົງຖັງດຽວກັນໂດຍຄົນໃຫ້ລະອຽດເຂົ້າກັນດີເສຍກ່ອນ.

ກ່ອນປ່ອຍຝຸ່ນໄປໃຫ້ເປີດຈັກປ່ອຍນ້ຳເຂົ້າສວນເສຍກ່ອນປະມານ 10 ນາທີ ເພື່ອໃຫ້ນ້ຳແລ່ນເຕັມທຸກທໍ່ແລ້ວຈຶ່ງເປີດກັອກຝຸ່ນໄປພ້ອມກັນໂດຍຫົດປະມານ 30 ນາທີ. ການປ່ອຍຝຸ່ນໃຫ້ໄປຕໍ່ກັນໂດຍການຕື່ມນ້ຳໃສ່ເລື້ອຍໆຈົນຝຸ່ນໃນຖັງຈືດ ຫຼັງຈາກຝຸ່ນໝົດແລ້ວໃຫ້ເປີດນ້ຳຕໍ່ 10 ນາທີ  ເພື່ອລ້າງຝຸ່ນໃນທໍ່ບໍ່ໃຫ້ຕົກຕະກອນ ສຳລັບຊ່ວງເວລາທີ່ເໝາະໃນການໃສ່ຝຸ່ນແມ່ນຕອນແລງ.

ກໍລະນີທີ່ບໍ່ມີລະບົບຈັກແມ່ນໃຫ້ຕໍ່ທໍ່ດູດຝຸ່ນໃສ່ປາກທໍ່ໃຫຍ່ບບ່ອນປາກດູດນ້ຳຂຶ້ນເລີຍກໍໄດ້ ແຕ່ຫ້າມບໍ່ໃຫ້ດູດພຽງຝຸ່ນໄປຢ່າງດຽວແລ້ວປ່ອຍນ້ຳຕາມຫຼັງເດັດຂາດ ເພາະຝຸ່ນຈະບໍ່ທົ່ວເຖິງທຸກຕົ້ນຈະສົ່ງຜົນໃຫ້ສາລີງາມບໍ່ສະໝ່ຳສະເໝີ.

ການບົວລະບັດຮັກສາ

ການໃຫ້ນ້ຳ: ແມ່ນຂຶ້ນກັບສະພາບດິນ ແລະ ອາກາດໃນພື້ນທີ່, ໂດຍໃຫ້ສັງເກດຕາມຕົວຈິງວ່າຈັກມື້ທີ່ຄວນຫົດ, ອາດຈະໃຫ້ 2-3 ເທື່ືອ/ມື້ ໃຫ້ສັງເກດໃບສາລີໃນເວລາຕອນທ່ຽງຫາກມັນຫ່ຽວສະແດງວ່ານ້ຳບໍ່ພຽງພໍສະນັ້ນຕ້ອງເພີ່ມເວລາໃຫ້ນ້ຳຫຼາຍຂຶ້ນ.

ການນກຳຈັດວັດສະພືດ: ການປູກລະບົບນີ້ຈະບໍ່ຄ່ອຍມີບັນຫາເລື່ອງຫຍ້າ ແຕ່ຈະມີໃຫ້ເຫັນພຽງເລັກນ້ອຍເທົ່ານັ້ນ ຕາມແຖວສາລີຈຶ່ງບໍ່ຈຳເປັນຕ້ອງໄດ້ກຳຈັດຫຼສບ

ການເກັບຮັກສາທໍ່ນ້ຳ

ທໍ່ດັ່ງກ່າວສາມາດໃຊ້ໄດ້ 5-6 ເທື່ອໂດຍຂຶ້ນກັບການຮັກສາ ຫຼັງຈາກສິ້ນສຸດລະດູການໃນການໃຊ້ຄວນມ້ຽນມັດໃຫ້ດີເພື່ອບໍໍ່ໃຫ້ໜູກັດ

ການນຳໃຊ້ລະບົບນ້ຳຢອດດັ່ງກ່າວແມ່ນສາມາດນຳໃຊ້ໄດ້ກັບການປູດພືດຫຼາຍຊະນິດເຊັ່ນ: ໝາກແຕງ, ໝາກຖົ່ວ, ໝາກເຂືອ, ສາມາດນຳໃຊ້ໃນພື້ນທີ່ຫຼຸບໂນນເລັກນ້ອຍ, ປະຢັດນ້ຳ ແລະ ແຮງງານ ກວ່າການປູກສາລີແບບປ່ອຍນ້ຳເຂົ້າຕາມຮ່ອງ ແລະ ໃສ່ຝຸ່ນດ້ວຍການຫວ່ານແລ້ວຫົດນ້ຳແລ້ວຫົດນ້ຳລະລາຍຖືວ່າປະຢັດໃນການຫົດນ້ຳ, ໃສ່ຝຸ່ນເໝາະສຳລັບຜູ້ທີ່ມີແຫຼ່ງນ້ຳຂະໜາດນ້ອຍ ແລະ ພື້ນທີ່ບໍ່ຮຽບພຽງ.

 

ທີ່ມາ: ກົມຄຸ້ມຄອງ ແລະ ພັດທະນາກະສິກຳ

Contribute