ການຈັດຕັ້ງທີ່ເຂັ້ມແຂງຊ່ວຍເພີ່ມຕະຫຼາດໃຫ້ແກ່ຜະລິດຕະພັນຫຼາຍຂຶ້ນ

Sakhone INTHAVONG
ບົດຮຽນຈາກສະຫະກອນຊາວສວນໃຈກາເຟ ແຂວງຈຳປາສັກ
ຜະລິດຕະພັນທີ່ເປັນມໍລະດົກຂອງລາວ
phakhaolao.la
ການຈັດຕັ້ງທີ່ເຂັ້ມແຂງຊ່ວຍເພີ່ມຕະຫຼາດໃຫ້ແກ່ຜະລິດຕະພັນຫຼາຍຂຶ້ນ

ເມືອງປາກຊ່ອງ, ແຂວງຈຳປາສັກ ເປັນເມືອງໜຶ່ງທີ່ນິຍົມປູກກາເຟຂາຍເປັນສິນຄ້າ ແລະ ສາມາດສົ່ງກາເຟສູ່ຕະຫຼາດໂລກຫຼາຍກວ່າ 10,000 ໂຕນ/ປີ. ກາເຟປາກຊ່ອງນິຍົມກັນຫຼາຍໃນຕະຫຼາດການເກັບຊື້ກາເຟ  ເຊິ່ງມີຕະຫຼາດການເກັບຊື້ຈາກຕ່າງປະເທດໄດ້ຫຼັ່ງໄຫຼເຂົ້າມາເກັບຊື້ເປັນຈຳນວນຫຼາຍ.

ສະຫະກອນຊາວສວນໃຈກາເຟກໍເປັນອີກໜຶ່ງສະຫະກອນໃນເມືອງປາກຊ່ອງ ທີ່ໄດ້ຮັບຄວາມສົນໃຈຫຼາຍຈາກຕະຫຼາດຕ່າງປະເທດໂດຍກົງເປັນຕົ້ນແມ່ນຈາກ: ຢີ່ປຸ່ນ, ອາເມລິກາ, ເກົາຫຼີໃຕ້, ໄທ, ຫວຽດນາມ ແລະ ສິງກະໂປ, ນີ້ຖືວ່າເປັນຜົນດີແກ່ຊາວສ່ວນເພາະວ່າສິນຄ້າຈະບໍ່ຖືກກົດລາຄາ ແລະ ຍັງມີຫຼາຍທາງເລືອກວ່າຈະຂາຍໃຫ້ໃຜ ເພາະຕະຫຼາດເກັບຊື້ແຕ່ລະບ່ອນຈະມີຄວາມແຕກຕ່າງກັນທາງດ້ານຄຸນນະພາບ, ປະລິມານ ແລະ ລາຄາ, ຖ້າທຽບໃສ່ການຂາຍກາເຟໃນເມື່ອກ່ອນແມ່ນຈະຂາຍໃຫ້ແມ່ຄ້າທົ່ວໄປເທົ່ານັ້ນຈຶ່ງເຮັດໃຫ້ຊາວສວນບໍ່ມີທາງເລືອກໃນການຂາຍ ແລະ ຖືກກົດລາຄາ ເພາະພວກເຂົາບໍ່ມີກາເຟທີ່ມີຄຸນນະພາບໃນປະລິມານທີ່ພຽງພໍຕໍ່ການຕໍ່ລອງກັບຕະຫຼາດ ແລະ ບໍ່ມີຕະຫຼາດຮອງຮັບຫຼາຍເທົ່າທີ່ຄວນ.

ສະຫະກອນຊາວສວນໃຈກາເຟ ໃນໄລຍະກ່ອນທີ່ຈະມີການຈົດທະບຽນຊາວສວນນັ້ນ ແມ່ນໄດ້ມີການຈັດຕັ້ງເປັນກຸ່ມໃນປີ 2000 ເພື່ອຜະລິດສົ່ງຂາຍໃຫ້ບໍລິສັດຂອງຝຣັ່ງ ແລະ ບໍລິສັດເກັບຊື້ໃນປະເທດ, ໂດຍໂຄງການພູພຽງບໍລິເວນ (ໂຄງການຂອງຝຣັ່ງ) ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊ່ວຍສ້າງຕັ້ງເປັນກຸ່ມຂຶ້ນມາໂດຍມີສະມາຊິກພຽງແຕ່ 7 ຄອບຄົວ.

ຮອດປີ 2004 ກຸ່ມໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນເປັນ 45 ຄອບຄົວ ໂດຍມີບໍລິສັດ ATJ ຈາກປະເທດຢີ່ປຸ່ນເຂົ້າມາເກັບຊື້ໃນລາຄາ 17,000 ກີບ/ກິໂລ,  ເຊິ່ງຈະຂາຍເປັນກາເຟໝາກຂຽວ ຫຼື ເອີ້ນວ່າໝາກສ້ອມ. ໃນປີ 2007 ກຸ່ມໄດ້ຂະຫຍາຍເພີ່ມເປັນ 13 ກຸ່ມບ້ານ. ມາເຖິງປີ 2012 ຍ້ອນຜົນຜະລິດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດຈຶ່ງໄດ້ມີການຂະຫຍາຍສະມາຊິກກຸ່ມເປັນ 30 ກຸ່ມບ້ານ, ໂດຍມີ 3 ເມືອງ 3 ແຂວງ (ເມືອງທ່າແຕງມີ 5 ກຸ່ມບ້ານ, ເມືອງເລົ່າງາມມີ 5 ໝູ່ບ້ານ, ເມືອງປາກຊ່ອງມີ 20 ໝູ່ບ້ານ).

ເນື່ອງຈາກຕະຫຼາດໃນຕ່າງປະເທດມີຄວາມຕ້ອງການຫຼາຍຂຶ້ນ ມາຮອດປີ 2013 ຈຶ່ງໄດ້ຈົດທະບຽນເປັນສະຫະກອນຊາວສວນໃຈກາເຟ ດັ່ງນັ້ນຈຶ່ງໄດ້ມີການຂະຫຍາຍສະມາຊິກ ແລະ ຈົດທະບຽນອາກອນເພື່ອໃຫ້ສາມາດສົ່ງສິນຄ້າອອກຕ່າງປະເທດໄດ້ໂດຍມີພະແນກອຸດສາຫະກຳການຄ້າ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງເປັນຜູ້ນຳພາການສ້າງຕັ້ງ.

ການສ້າງຕັ້ງເປັນສະຫະກອນນອກຈາກຈະຊ່ວຍເພີ່ມຕະຫຼາດການຮັບຊື້ຜົນຜະລິດຂອງຊາວສວນໃຫ້ຫຼາຍຂຶ້ນແລ້ວ ຍັງສາມາດເປັນຕົວແທນໃຫ້ແກ່ສະມາຊິກໃນການຕໍ່ລອງລາຄາກັບຕະຫຼາດການຊື້ຂາຍວ່າ ພວກເຂົາມີຄວາມຕ້ອງການຊື້ໃນປະລິມານໜ້ອຍຫຼາຍພຽງໃດ, ຄຸນນະພາບແນວໃດ ເຊິ່ງການເຈລະຈາແມ່ນໃຫ້ສຳເລັດຢ່າງໜ້ອຍ 1 ເດືອນກ່ອນການເກັບກ່ຽວ ຈາກນັ້ນສະຫະກອນຈະແຈ້ງແຕ່ລະກຸ່ມເພື່ອສະເໜີຕໍ່ສະມາຊິກໃນກຸ່ມ ວ່າມີຄວາມສົນໃຈ ແລະ ຕ້ອງການສະໜອງໃຫ້ບໍລິສັດຫຼາຍໜ້ອຍປານໃດ. ສ່ວນການແບ່ງປັນປະລິມານການຊື້-ຂາຍກາເຟນັ້ນແມ່ນອີງຕາມຄວາມສະໝັກໃຈຂອງຊາວສວນເອງ  ເຊິ່ງຊາວສວນຈະຜະລິດກາເຟສົ່ງສະຫະກອນຕາມທີ່ໄດ້ຕົກລົງກັນໄວ້. ຫຼັງຈາກນັ້ນສະຫະກອນຈະເປັນຜູ້ກວດກາ ແລະ ຄັດຄຸນນະພາບຂອງຂອງກາເຟ ໂດຍການໝາຍລະຫັດໃສ່ໃນເປົາກາເຟ  ເພື່ອໃຫ້ຮູ້ວ່າກາເຟນັ້ນເປັນຂອງໃຜ ເພື່ອຈະສາມາດກວດສອບໄດ້ງ່າຍວ່າກາເຟທີ່ບໍ່ໄດ້ຄຸນະພາບກໍຈະແຈ້ງ ແລະ ຕັກເຕືອນເຈົ້າຂອງ ຫຼື ຈະນຳໄປຂາຍໃຫ້ລູກຄ້າອື່ນທີ່ບໍ່ຕ້ອງການຄຸນະພາບສູງປານໃດ ແຕ່ຈະໄດ້ລາຄາທີ່ຕ່ຳກວ່າ.

ການຜະລິດກາເຟຄຸນນະພາບນັ້ນຈະເຮັດໃຫ້ຊາວສວນສາມາດຂາຍກາເຟແກ່ຕະຫຼາດທີ່ໄດ້ລາຄາສູງເປັນຕົ້ນແມ່ນບໍລິສັດຈາກ ຢີ່ປຸ່ນ, ອາເມລິກາ, ສິງກະໂປ ໃນທາງກົງກັນຂ້າມຊາວສວນທີ່ບໍ່ສາມາດຜະລິດກາເຟຄຸນນະພາບໄດ້ຍ້ອນຕ້ອງໄດ້ເອົາໃຈໃສ່ສູງ ສະຫະກອນຈະຊ່ວຍໃນການຈັດເກດໃຫ້ຊາວສວນໂດຍອີງຕາມຄວາມຕ້ອງການຂອງທ້ອງຕະຫຼາດ ຫາກກາເຟຄຸນະພາບຕ່ຳຈະຂາຍໃຫ້ຕະຫຼາດອື່ນເຊັ່ນ: ຫວຽດນາມ ແລະ ໄທ.

ໃນນີ້ບໍລິສັດ ATJ ເປັນໜຶ່ງໃນບໍລິສັດທີ່ໄດ້ເລີ່ມເຂົ້າມາເກັບຊື້ກາເຟຈາກສະຫະກອນນັບແຕ່ປີ 2004 ໂດຍເກັບຊື້ກາເຟໝາກຂາວໃນລາຄາ 17,000 ກີບ/ກິໂລ, ແຕ່ມາເຖິງປັດຈຸບັນຍ້ອນຄວາມຕ້ອງການຂອງຕະຫຼາດ ແລະ ການຜະລິດທີ່ໄດ້ຮັບການປັບປຸງໃຫ້ມີຄຸນະພາບຫຼາຍຂຶ້ນຈຶ່ງເຮັດໃຫ້ລາຄາຢູ່ທີ່ 30,000 ກີບ/ກິໂລ, ສ່ວນໝາກສ້ອມແມ່ນລາຄາ 40,000 – 43,000 ກີບ/ກິໂລ, ໂດຍຈະລື່ນຈາກຕະຫຼາດທົ່ວໄປປະມານ 10,000 – 15000 ກີບ/ໂລ ເຊິ່ງເປັນກາເຟຄຸນນະພາບເກດ A. ສາຍພັນທີ່ຕະຫຼາດຕ້ອງການຫຼາຍແມ່ນສາຍພັນອາລາບິກ້າ, ຕິບີກ້າ ແລະ ຊາວາ. ຢີ່ປຸ່ນເປັນຄູ່ຮ່ວມມືການຄ້າທີ່ດີກັບຊາວກະສິກອນຖືວ່າຈັດໃນລະດັບຕົ້ນຂອງຄູ່ຮ່ວມການຄ້າໂດຍຈະຈ່າຍເງິນຄ່າກາເຟແກ່ຊາວສະຫະກອນກ່ອນ 70 ເປີເຊັນຂອງຈຳນວນເງິນ ແລະ ອີກ 30 ເປີເຊັນແມ່ນຈະຈ່າຍຫຼັງຈາກໄດ້ຮັບໝາກກາເຟຮຽບຮ້ອຍແລ້ວ.

ບໍລິສັດ Ethico ເປັນບໍລິສັດຈາກປະເທດອາເມລິກາທີ່ໄດ້ເລີ່ມເຂົ້າມາຊື້ກາເຟໃນປີ 2014 ໂດຍໄດ້ພົວພັນຊື້ກັບສະຫະກອນໂດຍກົງ, ນອກຈາກນັ້ນຍັງໄດ້ໃຫ້ຄວາມຮູ້ແກ່ສະຫະກອນໃນການຜະລິດກາເຟຄຸນະພາບ ໂດຍໄດ້ສະໜອງອຸປະກອນການຮຽນ ແລະ ຫາຕະຫຼາດມາໃຫ້ສະຫະກອນນຳອີກ. ສຳລັບສາຍພັນຕ້ອງການຂອງຕະຫຼາດອາເມລິກາແມ່ນສາຍພັນ ປີກ້າຕີປີກາ, ອາລາປີກ້າ ກາຕີມໍ ແລະ ໂລບັດຕ້າ ເຊິ່ງເປັນກາເຟທີ່ມີຄຸນລັກສະນະພິເສດ ສ່ວນລາຄາທີ່ອາເມລິກາຮັບຊື້ຕ່ຳສຸດແມ່ນ 45,000 – 50,000 ກີບ/ກິໂລ ໃນການຮັບຊື້ພະນັກງານບໍລິສັດຈະຊິມລົດຊາດທຸກຄັ້ງ ພາຍຫຼັງອານາໄມຮຽບຮ້ອຍແລ້ວຈຶ່ງມີການຕີລາຄາໃຫ້ແກ່ສວນ.

ສຳລັບບໍລິສັດຈາກປະເທດເກົາຫຼີໃຕ້ຈະເຂົ້າມາເກັບຊື້ປະມານ 2–3 ໂຕນ/ປີ ແຕ່ຈະເຂົ້າມາຊື້ໃນສະເພາະບາງປີເທົ່ານັ້ນ, ບໍລິສັດຈະເປັນຜູ້ກຳນົດລາຄາ, ຄຸນນະພາບ ແລະ ປະລິມານກ່ອນເກັບຊື້ທຸກຄັ້ງ ໂດຍລາຄາສຳລັບໝາກສ້ອມເກດ A ຈະຢູ່ທີ່ 43,000 ກີບ/ກິໂລ. ສາຍພັນທີ່ເລືອກແມ່ນ ຕີປີກາ ແລະ ກາຕີມໍ. ສຳລັບການເຂົ້າມາຮັບຊື້ແຕ່ລະຄັ້ງບໍລິສັດບໍ່ໄດ້ເຮັດສັນຍາການເກັບຊື້ເບື້ອງຕົ້ນ ແລະ ການໃຫ້ໂບນັດແກ່ສະຫະກອນ ແຕ່ຈະເຂົ້າຮ່ວມຕົກລົງການຮັບຊື້ກັບສະຫະກອນກ່ອນການເກັບກ່ຽວປະມານ 1 ເດືອນ.

ການຮັບຊື້ຂອງບໍລິສັດຈາກສິງກະໂປຈະໃຫ້ລາຄາຕ່ຳກວ່າຢີ່ປຸ່ນໜ້ອຍໜຶ່ງ ໂດຍລາຄາຈະຢູ່ທີ່ 30,000 – 38,000 ກີບ/ກິໂລ, ປະລິມານການສັ່ງຊື້ຈະຢູ່ທີ່ປະມານ 2–10 ໂຕນ/ປີ, ການຮັບຊື້ໃນແຕ່ລະປີຈະມີການເຮັດສັນຍາກັບສະຫະກອນກ່ອນການເກັບກູ້ຜົນຜະລິດ. ສຳລັບພັນທີ່ເລືອກແມ່ນອາລາປີກ້າ, ກາຕີມໍ ແລະ ຊາວາ, ສ່ວນການຮັບຊື້ແມ່ນຈະຈ່າຍພາຍຫຼັງໄດ້ຮັບກາເຟ ພາຍໃນ 10–20 ວັນ.

ບໍລິສັດຈາກປະເທດໄທຈະເຂົ້າມາເກັບຊື້ກາເຟກັບສະຫະກອນປະມານ 100 ໂຕນ/ປີ, ໃນລາຄາ 23,000–25,000 ກີບ/ກິໂລ. ສຳລັບສາຍພັນທີ່ຕ້ອງການແມ່ນພັນຕີປິກ້າ ແລະ ຊາວາ, ໂດຍການເກັບຊື້ນັ້ນຈະບໍ່ໄດ້ເຮັດສັນຍາການເກັບຊື້ ແລະ ຈະຈ່າຍເປັນເງິນສົດພາຍຫຼັງເກັບຊື້ເລີຍ.

ຕະຫຼາດຈາກຫວຽດນາມຈະຮັບຊື້ກາເຟຕົກເກດໃນລາຄາ 12,000–18,000 ກີບ/ກິໂລ, ໂດຍຈະຮັບຊື້ແບບບໍ່ຈຳກັດປະລິມານ ແລະ ສາຍພັນ. ສຳລັບລາຄາໃນແຕ່ລະປີແມ່ນຈະຂຶ້ນລົງຕາມທ້ອງຕະຫຼາດຂອງຫວຽດນາມ, ນອກຈາກໝາກສ້ອມແລ້ວຍັງຮັບຊື້ກາເຟໝາກດຳ ແລະ ໝາກແດງນຳອີກ. ພໍ່ຄ້າຫວຽດນາມບໍໄດ້ເຮັດສັນຍາການເກັບຊື້ ຫຼື ປະກອບສ່ວນສົ່ງເສີມໃຫ້ແກ່ສະຫະກອນ ແຕ່ຈະເຂົ້າເກັບຊື້ກັບຊາວສວນໂດຍກົງເລີຍ.

ນອກຈາກຈະມີການຮັບຊື້ຈາກຕະຫຼາດພາຍນອກແລ້ວ ຍັງມີຕະຫຼາດຮັບຊື້ພາຍໃນອີກເປັນຕົ້ນແມ່ນບໍລິສັດດາວເຮືອງ: ກ່ອນທີ່ຈະຮັບຊື້ບໍລິສັດຈະປ່ອຍເງິນກູ້ ໃນໄລຍະປະມານ 6-8 ເດືອນ ກ່ອນການເກັບກູ້ ເພາະຊາວສວນຕ້ອງການເງິນເພື່ອຈ່າຍຄ່າແຮງງານໃຫ້ກຳມະກອນ, ເຊິ່ງເງິນທີ່ກູ້ແມ່ນບໍ່ມີດອກເບ້ຍ ຫາກຊື້ກາເຟໃນນາມສະຫະກອນແມ່ນຈະໄລ່ໃຫ້ເປັນກາເຟຄຸນນະພາບດີ, ລາຄາສູງ ເຊິ່ງຈະຊື້ກາເຟໝາກແດງໃນລາຄາ 3,000–4,500 ກີບ/ກິໂລ.

ຊາວສະຫະກອນກາເຟຈະຂາຍກາເຟໝາກແດງ, ໝາກຂາວ ແລະ ໝາກຂຽວ ໂດຍອີງຕາມຄວາມຕ້ອງການຂອງທ້ອງຕະຫຼາດ, ແຕ່ສ່ວນຫຼາຍຈະນິຍົມຂາຍເປັນກາເຟໝາກແດງ ເຊິ່ງໄລຍະປີ 2018–2019 ສາມາດຂາຍໄດ້ເຖິງ 11,000 ໂຕນ ຫຼື ປະມານ 90 ເປີເຊັນຂອງຜົນຜະລິດທັງໝົດ ໃນລາຄາ 3,000–4,500 ກີບ, ເຖິງລາຄາຈະຕ່ຳກວ່າແຕ່ຊາວສວນກໍນິຍົມກັນຂາຍໝາກແດງ ເພາະບໍ່ຕ້ອງເສຍເວລາໃນການປຸງແຕ່ງ ແລະ ສາມາດຂາຍໄດ້ເລີຍ, ສ່ວນອີກ 10 ເປີເຊັນ ຈາກຜົນຜະລິດທັງໝົດແມ່ນຈະຂາຍໃນຮູບແບບຂອງໝາກສ້ອມອອກສູ່ຕະຫຼາດຕ່າງປະເທດ, ສຳລັບການຜະລິດໝາກຂາວ 1 ກິໂລ ແມ່ນຕ້ອງການກາເຟໝາກແດງເຖິງ 5-7 ກິໂລ ແລະ ກາເຟໝາກຂາວ 1 ກິໂລຈະໄດ້ກາເຟໝາກຂຽວ 800 ກຣາມ ໂດຍຕ້ອງໄດ້ຜ່ານຫຼາຍຂັ້ນຕອນນັບແຕ່ການຄັດເລືອກເອົາໝາກແດງ ຈາກນັ້ນຈຶ່ງນຳມາອິ້ວ, ລ້າງ, ຕາກແຫ້ງ ແລະ ສີ. ການຂາຍກາເຟໝາກສ້ອມສູ່ຕະຫຼາດພາຍໃນແມ່ນລາຄາ 12,000 ກີບ/ກິໂລ, ຖ້າຂາຍອອກສູ່ຕະຫຼາດຕ່າງປະເທດລາຄາຈະຢູ່ທີ່ 70,000 ກີບ/ກິໂລ.

ການຮັກສາລູກຄ້າໄວ້ກໍເປັນສິ່ງສຳຄັນຫຼາຍ ໂດຍສະແດງໃຫ້ເຫັນເຖິງຄວາມຊື່ສັດ ແລະ ໃຫ້ການຮ່ວມມື, ເອົາໃຈໃສ່ການຜະລິດ ແລະ ການຄັດສັນຄຸນນະພາບ ນີ້ຖືເປັນປັດໄຈຫຼັກໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຮັບຊື້ນັ້ນເອງ.

ທີ່ມາ: ເຄືອຄ່າຍຊາວກະສິກອນ

Contribute