ຕົ້ນກຳລັງເສືອໂຄ່ງມີຄຸນປະໂຫຍດທາງຢາພື້ນເມືອງ

ຕົ້ນກຳລັງເສືອໂຄ່ງມີຄຸນປະໂຫຍດທາງຢາພື້ນເມືອງ

Bouavonh Thipphavanh
ປະຫວັດ ແລະ ສັບພະຄູນຂອງຕົ້ນກຳລັງເສືອໂຄ່ງທີ່ມີຄຸນຄ່າທາງດ້ານຢາພື້ນເມືອງ ແລະ ຍັງສາມາດເປັນສິນຄ້າໄດ້
ຊີວະນາໆພັນກະສິກຳ

ຕົ້ນກຳລັງເສືອໂຄ່ງ ເປັນໄມ້ຟຸ່ມ ຫຼື ເຄືອ, ດອກຄ້າຍດອກກະທັນ, ໝາກເມື່ອສູກເປັນສີເຫຼືອງ, ມີລົດຫວານສາມາດກີນໄດ້. ໃນປີ 1877 ສະໄໜລາວຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ, ນັກສະມູນໄພຊາວຝຣັ່ງຊື່ວ່າທ່ານ François Jules Harmand ໄດ້ເຂົ້າມາສຳຫຼວດສະມູນໄພໃນແຫຼມອິນໂດຈີນ, ເພີ່ນໄດ້ເກັບຕົວຢ່າງຂອງຕົ້ນກຳລັງເສືອໂຄ່ງໄປເກັບໄວ້ທີ່ພິພິທະພັນປາຣີ, ຫຼັງຈາກນັ້ນ ທ່ານ Jean Baptiste Louis Pierre ນັກພືດສາດຂອງຊາວຝຣັ່ງກໍໄດ້ສຶກສາຕົວຢ່າງທີ່ທ່ານ François Jules Harmand ໄດ້ເກັບຈາກລາວ ແລະ ໄດ້ພົບວ່າພືດຊະນິດນີ້ຍັງບໍ່ທັນມີບັນທຶກໃສ່ມາກ່ອນໃນໂລກຈື່ງໄດ້ຕິພີມເປັນພືດຊະນິດໃໝ່ຢ່າງເປັນທາງການໃນປີ 1894, ໂດຍຕັ້ງຊື່ວິທະຍາສາດວ່າ Ziziphus attopensis Pierre, ຄຳວ່າ attopensis ໝາຍເຖິງແຫຼ່ງທີ່ພົບ ແລະ ເກັບຕົວຢ່າງທຳອິດໃນໂລກແມ່ນຢູ່ແຂວງອັດຕະປືທາງພາກໃຕ້ຂອງລາວນັ້ນເອງ. ເຊິ່ງຈັດຢູ່ໃນຕະກຸນດຽວກັນກັບໜາມເລັບແມວ ແລະ ຕົ້ນກະທັນ. ມີສັບພະຄຸນທາງຢາພື້ນເມືອງທີ່ນຳໃຊ້ມາແຕ່ບັນພະບູລຸດ ເຊັ່ນ: ແກນຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງທາງເພດ, ແກ້ປວດເມື່ອຍຕາມຮ່າງກາຍ, ຂັບລົມ, ບຳລຸງເສັ້ນເອັນ ແລະ ຊ່ວຍຈະເລີນອາຫານ ນອກນັ້ນເປືອກໄມ້ຍັງສາມາດຕົ້ມດື່ມຂັບລົມໃນລຳໄສ້, ເຮັດໃຫ້ເສັ້ນເອັນແຂງແຮງ ແລະ ເປືອກຕົ້ນມີນ້ຳມັນ ຫອມລະເຫີຍຊະນິດໜຶ່ງມີກິ່ນຫອມຊ່ວຍແກ້ອາການໜ້າມືດຕາລາຍ ສ່ວນໃບນຳມາຕົ້ມດື່ມແກ້ປວດເມື່ອຍຕາມຮ່າງກາຍ ເຊິ່ງລາຄາຊື້-ຂາຍຕາມທ້ອງຕະຫຼາດແມ່ນ 20.000-30.000 ກີບ/kg

http://coldb.mnhn.fr/catalognumber/mnhn/p/p01818559
ຕົວຢ່າງຕົ້ນແບບເກັບໂດຍທ່ານ François Jules Harmand ໃນປີ 1877 ຢູ່ທີພິພິທະພັນປາຣີ, ຝຣັ່ງ

 

Contribute