ເອາະໄກ່ໃສ່ໄຄແຫ່ວ

ເອາະໄກ່ໃສ່ໄຄແຫ່ວ

bouavone
ເອາະໄກ່ໃສ່ໄຄແຫ່ວອາຫານພື້ນເມືອງ ແຂວງຊຽງຂວາງ
ເຮືອນຄົວລາວ
phakhaolao.la
www.phakhaolao.la

 

ສ່ວນປະກອບ

  • ຊີ້ນໄກ່ 0,5kg
  • ໄຄແຫ່ວ ຕາມໃຈທີ່ຕ້ອງການ
  • ໝາກແຄ່ນ 1/2 ບ່ວງກາເຟ
  • ເຂົ້າເບຶອ 1 ບ່ວງແກງ
  • ໃບຫອມບົ່ວ ຕາມໃຈຕ້ອງການ
  • ເກືອ 1 ບ່ວງເກເຟ
  • ແປ້ງນົວ 1 ບ່ວງກາເຟ  
  • ໝາກເຜັດປົ່ນ 1/2 ບ່ວງກາເຟ

ຂັ້ນຕອນໃນການເຮັດ

  1. ຕັ້ງໝໍ້ກະທະຂຶ້ນແລ້ວນໍາໄຄແຫ້ວມາຂົ້ວໃຫ້ແຫ້ງ ຫຼັງຈາກນັ້ນຍ່ອງ ຫຼື ຄັ້ນໃຫ້ມຸ່ນລະອຽດ
  2. ຄ້າງໝໍ້ນໍ້າໃຫ້ຮ້ອນ ໃສ່ເກືອ ແລະ ໝາກເຜັດ, ລໍຖ້າໃຫ້ໝໍ້ຟົດແລ້ວໃສ່ຊິ້ນໄກ່ລົງໄປ
  3. ຕໍາເຂົ້າເບືອໃຫ້ມຸ່ນລະອຽດ ແລ້ວໃສ່ໝໍ້ຕົ້ມຊິ້ນໄກ່
  4. ຫຼັງຈາກທີ່ເຂົ້າເບືອສຸກ ກໍນຳໝາກແຄ່ນໄປຕໍາໃຫ້ລະອຽດແລ້ວໃສ່ລົງໝໍ້
  5. ຫຼັງຈາກນັ້ນເອົາໄຄແຫ້ວທີ່ຍອງມຸ້ນລະອຽດນັ້ນ ເທລົງໝໍ້, ໃຊ້ເວລາຕົ້ມປະມານ 2-3 ນາທີ ເປັນອັນວ່າແລ້ວຮຽບຮ້ອຍ.
Contribute