ວິທີເຮັດໂອດໃບບອນ

ວິທີເຮັດໂອດໃບບອນ

Andy Souvanphakdy
ໂອດເປັນ ອາຫານພື້ນບ້ານນຳມາເຮັດແຈ່ວໃສ່ປາ ຫຼື ກົບ ກໍແຊບດີ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ໃບບອນ
  • ເກືອ
  • ເຂົ້າໜຽວໜຶ້ງ

ວິທີເຮັດໂອດ

  1. ເກັບໃບບອນ ມາບົ່ມໄວ້ 3 ມື້ 3 ຄືນ, ຫຼັງຈາກນັ້ນກໍນຳມາຕາກແດດໃຫ້ແຫ້ງ
  2. ນຳມາຄັ້ນໃສ່ນໍ້າເກືອ, ຫຼັງຈາກນັ້ງກໍລ້າງອອກດ້ວຍນໍ້າສະອາດ ປະມານ 3 ນໍ້າ ຫຼື ຈົນກວ່ານໍ້າລ້າງບອນຈະໃສ
  3. ນຳມາຄັ້ນໃສ່ເກືອ, ກະທຽມ ແລະ ເຂົ້າໜຽວໜຶ້ງສຸກ ແລ້ວນວດໃຫ້ໃບບອນອ່ອນ
  4. ນຳມາໃສ່ຂວດ ໃຊ້ເວລາໝັກ 3 ມື້ ແຕ່ລະມື້ຕ້ອງປ່ຽນນໍ້າ (ເທນໍ້າເກົ່າອອກ ແລ້ວ ເອົານໍ້າໃສ່ໃໝ່)
  5. ຫຼັງຈາກຄົບ 3 ມື້ແລ້ວກໍນຳມາປັ້ນໃຫ້ຈືດ ແລ້ວຈີກ ຫຼື ຊອຍໃຫ້ເປັນຕ່ອນນ້ອຍໆ
  6. ນຳມາໜຶ້ງ ໃຊ້ເວລາປະມານ 1-2 ຊົ່ວໂມງ
phakhaolao.la
ການບົ່ມໃບບອນ

 

phakhaolao.la
ການໜຶ້ງ
Contribute