ເຫັດຕາບຟານ / Orange Termite Mushroom

ເຫັດຕາບຟານ / Orange Termite Mushroom

Use
Food
Income
Scientific Name / Family
Termitomyces aurantiacus (R. Heim) R. Heim / Lyophyllaceae
Synonyms
Termitomyces striatus var. aurantiacus R. Heim
Termitomyces cylindricus S.C. He
Other Names
Conservation Status
Least Concern
Botanical Description

ດອກເຫັດກວ້າງ 50-80 ມີນລີແມັດ, ໂຄ້ງນູນແລ້ວແຜ່ກວ້າງອອກ, ຈອມແຫຼມເລັກນ້ອຍ, ຂອບງໍລົງເມື່ອດອກແກ່, ສີສົ້ມປົນສີນ້ຳຕານ, ຜິວລຽບ, ມີຮອງຮອຍລະອຽດ. ກິບດອກແຄບເລັກນ້ອຍ, ບໍ່ຕິດກ້ານດອກ, ລຽນຖີ່ ແລະ ຈິກຂາດງ່າຍ, ສີຂາວແລ້ວເປັນສີຄຣີມອົມບົວ. ກ້ານດອກ 60-100 x 7-10 ມີນລີແມັດ, ຮູບຊົງກະບອກ, ແຂງ, ສີຂາວ. ຮາກທຽມຂະໜາດ 200-250 x 5-6 ມີນລີແມັດ, ຮຽວນ້ອຍລົງໄປຈອດຮອດຮັງປວກ, ສີຂາວ, ເນື້ອບາງ, ແໜ້ນ, ສີຂາວ. ສະປໍ 4-5 x 4-7 ໄມໂຄຣແມັດ, ຮູບໄຂ່ ຫຼື ຮູບຮີຂອບຂະໜານ, ຜິວລຽບ, ເຈ້ຍໜັງບາງ, ພາຍໃນມີສານແຂວນລອຍ, ສີຄຣີມປົນສີບົວ.

Description of Use

ເປັນເຫັດທີ່ນິຍົມເກັບມາບໍລິໂພກຕາມທ້ອງຖີ່ນ, ອອກຕາມລະດູການ, ຊອກຫາກີນຍາກ  ແລະ ລາຄາແພງ ພົບພຽງຕາມຕະຫຼາດທ້ອງຖີ່ນເທົ່ານັ້ນ. ສາມາດປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ແຈ່ວ, ແກງ, ຂົ້ວ ແລະ ປະກອບກັບອາຫານປະເພດອື່ນ.

Contribute