5 ວຶທີທົດສອບນ້ຳເຜິ້ງແທ້ ຫຼື ປອມ

5 ວຶທີທົດສອບນ້ຳເຜິ້ງແທ້ ຫຼື ປອມ

Sakhone INTHAVONG
ນ້ຳເຜິ້ງແທ້ ຫຼື ປອມທົດສອບດ້ວຍ 5 ວິທີນີ້
ຊີວະນາໆພັນກະສິກຳ
www.phakhaolao.la
https://www.hondurastips.hn

ນ້ຳເຜິ້ງເປັນອາຫານທີ່ຜະລິດຈາກເຜິ້ງໂດຍການນຳໃຊ້ນ້ຳຫວານຂອງດອກໄມ້ມີສັບພະຄຸນທາງຢາ ແລະ ມີຄຸນຄ່າທາງໂພຊະນາການ ຈຶ່ງເຮັດໃຫ້ນ້ຳເຜິ້ງມີລາຄາສູງ ແລະ ມີການສວາຍໂອກາດເຮັດນ້ຳເຜິ້ງປອມແປງມາຂາຍ ສະນັ້ນມື້້ນີ້ເຮົາຈຶ່ງນຳເອົາວິທີກວດສອບນ້ຳເຜິ້ງແທ້ມາຝາກກັນ.

ວິທີທົດສອບ

 ວິທີ 1

ຢອດນ້ຳເຜິ້ງລົງເຈ້ຍທິດຊູ່ ຫາກນ້ຳເຜິ້ງໄຫຼອອກເປັນລັກກສະນະວົງມົນແມ່ນນ້ຳເຜິ້ງປອມ.

ວິທີ 2

ຢອດນ້ຳເຜິ້ງລົງນ້ຳ ຫາກແມ່ນນ້ຳເຜິ້ງແທ້ຈະມີລັກສະນະເປັນກ້ອນກ້ອນແລ້ວຈຶ່ງລະລາຍເທື່ອລະໜ້ອຍ.

ວິທີ 3 

ເອົາໄມ້ຈຸບນ້ຳເຜິ້ງຂຶ້ນ ຫາກນ້ຳເຜິ້ງແທ້ມັນຈະໄຫຼເປັນສາຍບໍ່ຂາດ ແລ້ວຈະພັບເປັນກອງຊັ້ນໆແລ້ວຈຶ່ງລວມເປັນເນື້ອດຽວກັນ.

ວິທີ 4 

ເທນ້ຳເຜິ້ງລົງຝາມືແລ້ວຈຶ່ງໄປລ້າງຫາກລ້າງອອກງ່າຍ ແລະ ບໍ່ໜຽວສະແດງວ່າເປັນນ້ຳເຜິ້ງແທ້.

ວິທີ 5 

ຈຸ່ມໄມ້ຂີດໄຟລົງນ້ຳເຜິ້ງ ຫາກມັນຕິດໄຟສະແດງວ່າເປັນນ້ຳເຜິ້ງແທ້ແນ່ນອນ.

 

ທີ່ມາ:https://www.thaihealth.or.th/Content

Contribute