ໝາກຄາຍຕັ່ງໂທມ / Monkey-faced tree
APA 6th ed. ໝາກຄາຍຕັ່ງໂທມ / Monkey-faced tree. (2021, March 24). Retrieved from https://www.phakhaolao.la/kb/0001077
MLA 8th ed. ໝາກຄາຍຕັ່ງໂທມ / Monkey-faced tree. Pha Khao Lao, 24 March 2021, https://www.phakhaolao.la/kb/0001077.
Chicago 17th ed. Pha Khao Lao. 2021. "ໝາກຄາຍຕັ່ງໂທມ / Monkey-faced tree." Published March 24, 2021. https://www.phakhaolao.la/kb/0001077.
Croton coccineus Vahl
Croton distans Wall.
Croton laurifolius Noronha
Croton montanus Willd.
Croton philippensis Lam.
Croton punctatus Retz.
Echinus philippensis (Lam.) Baill.
Euonymus hypoleucus H.Lév.
Macaranga stricta (Rchb.f. & Zoll.) Müll.Arg.
Mallotus bicarpellatus T.Kuros.
Mallotus philippensis var. reticulatus (Dunn) F.P.Metcalf
Mallotus philippensis var. tomentosus Gamble
Mallotus philippinensis var. reticulatus (Dunn) F.P. Metcalf
Mallotus reticulatus Dunn
Mappa stricta Rchb.f. & Zoll.
Rottlera affinis Hassk.
Rottlera aurantiaca Hook. & Arn.
Rottlera philippensis (Lam.) Scheff.
Rottlera tinctoria Roxb.
Rottlera tinctoria var. monstruosa Ham. ex Dillwyn
Tanarius strictus (Rchb.f. & Zoll.) Kuntze
ອັງກິດ: Monkey-faced tree ແລະ Red berry.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-12 ມ ແລະ ອາດສູງຮອດ 15 ມ, ເປືອກລຳຕົ້ນແຕກເປັນຮ່ອງຕາມລວງຍາວ, ເປັນສີນ້ຳຕານປົນສີເທົາ, ພາກສ່ວນອ່ອນມີຂົນສີນ້ຳຕານ, ມີຢາງສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-8 ຊມ, ຍາວ 6-10 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໝາມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ລຽບກ້ຽງ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານກະຈາຍຢູ່ທົ່ວ. ກ້ານໃບຍາວ 1.5-5 ຊມ. ຫູໃບຮູບສາມຫຼ່ຽມແຄບ, ຍາວ 0.5-1.3 ຊມ. ຊໍ່ດອກແບບຫາງກະຫອກ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ, ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ຍາວປະມານ 18 ຊມ. ດອກຍ່ອຍອອກເປັນກຸ່ມ 3-4 ດອກ, ມີຂະໜາດເສັ້ນຜ່າສູນກາງປະມານ 0,2-0.3 ຊມ, ສີຂຽວ. ກາບດອກມີ 3-4 ກີບ. ບໍ່ມີກີບດອກ. ເກສອນເພດຜູ້ມີ 15-20 ອັນ. ດອກເພດແມ່ຍາວປະມານ 20 ຊມ. ດອກຍ່ອຍມີຂະໜາດເສັ້ນຜ່າສູນກາງປະມານ 0,3 ຊມ, ສີເຫຼືອງ ຫຼື ສີແດງ. ກາບດອກມີ 3-6 ກາບ. ເຕົ້າໄຂ່ມີ 2-3 ຫ້ອງ, ຄໍເຕົ້າໄຂ່ຍາວປະມານ 0,1 ຊມ, ປາຍແຍກອອກເປັນ 3 ແສກ, ແຕ່ລະແສກຍາວ 0,3-0,5 ຊມ, ມີຂົນປົກຄຸ່ມທົ່ວຊໍ່ດອກ. ໝາກຮູບກົມ, ແບ່ງອອກເປັນ 3 ແສກ, ມີຂະໜາດ 0,7-0,9 ຊມ, ຜິວມີຂົນສັ້ນ ແລະ ຕ່ອມຜົງຂະໜາດນ້ອຍສີແດງ ຫຼື ສີນ້ຳຕານເຂັ້ມ, ໝາກແຫ້ງຈະແຕກອອກເປັນ 3 ແສກ. ແກ່ນມີ 3 ແກ່ນ, ຮູບຮີ, ຍາວປະມານ 0,4 ຊມ, ສີດຳ.
ສັບພະຄຸນ:
ຮາກ, ໃບ ແລະ ຂົນຈາກໝາກ: ນຳມາຕຳລວມກັບດອກເຜິ້ງໃຊ້ທາຮັກສາແຜອັກເສບ ແລະ ແກ້ພິສັດກັດ.
ເປືອກຕົ້ນ: ຊ່ວຍບຳລຸງທາດ, ແກ້ອາການຖອກທ້ອງ, ຮັກສາພະຍາດກະເພາະ, ຮັກສາແຜ່ຊຳເຮື້ອ (ດອກ ແລະ ເປືອກຕົ້ນ) ແລະ ຊ່ວຍຮັກສາພະຍາດຜິວໜັງ.
ເນື້ອໄມ້: ນຳມາຕົ້ມດື່ມຊ່ວຍແກ້ປັດສະວະແດງ ຫຼື ເຫຼືອງ ແລະ ຮັກສາພະຍາດກ່ຽວກັບເສັ້ນ.
ໃບ: ຕົ້ົົມກິນເປັນແກ້ຫວັດ (ໝາກ ແລະ ໃບ) ແລະ ໃຊ້ຜອກຮັກສາແຜ (ໃບ ແລະ ດອກ).
ແກ່ນ: ແກ້ໄຂ້, ແກ້ອາການວຽນຫົວ, ເປັນຢາຂັບພະຍາດພິດ, ນຳມາບົດເປັນຜົງໃສ່ຮັກສາແຜ ແລະ ຮັກສາພະຍາດເຮື້ອນ.
ຂົນຈາກໝາກ: ໃຊ້ເປັນຢາຂັບພະຍາດຕົວກົມ, ພະຍາດຕົວແປ ແລະ ພະຍາດແມ່ທ້ອງກົມ.
ສານສະກັດຈາກໝາກ: ສາມາດຂ້າພະຍາດຜິດໄດ້ໝົດ.
ຄຸນປະໂຫຍດ:
ແກ່ນ: ໃຊ້ເປັນຢາເບື່ອປາ.
ຮາກ, ໃບ ແລະ ຂົນຈາກໝາກ: ນຳມາຕຳກັບນ້ຳເຜິ້ງທາຮັກສາສິວ ແລະ ຝ້າ.
ໝາກ: ໃຊ້ເຮັດເປັນສີຍ້ອມຜ້າໄດ້ສີແດງທີ່ເອີ້ນວ່າ Kamela dye.
ເນື້ອໄມ້: ໃຊ້ເຮັດເປັນຝືນໄດ້.