ເຕັກນິກການປູກຫອມບົ່ວໃສ່ຖາດໄຂ່

ເຕັກນິກການປູກຫອມບົ່ວໃສ່ຖາດໄຂ່

Sakhone INTHAVONG
ປຸກຫອມບົ່ວໃສ່ຖາດໄຂ່ງ່າຍໆໄວ້ກິນເອງ
ແນະນຳວິທີເຮັດ
www.phakhaolao.la
https://www.technologychaoban.com/bullet-news-today/article_91520

ຂັ້ນຕອນການປູກ 

  1. ນຳເອົາຖາດໄຂ່ແບບກະດາດມາຊ້ອນກັນໄວ້ 5 ອັນ ພ້ອມທັງເຈາະຮູທີ່ກົ້ນຂຸມທີ່ວາງໄຂ່ເລັກນ້ອຍເພື່ອໃຫ້ຮາກຫອມບົ່ວສາມາດຂະຫຍາຍຕົວໄດ້.
  2. ໃຊ້ນ້ຳຫົດຖາດໄຂ່ໃຫ້ຊູ່ມພໍປະມານຈົນທົ່ວ.
  3. ເລືອກເອົາຫອມທີ່ມີຄູນະພາບດີ ທີ່ບໍ່ເນົ່າ, ບໍ່ມີເຊື້ອລາ ເພື່ອມາປູກໃສ່ຖາດທີ່ກຽມໄວ້.
  4. ນຳເອົາຫົວຫອມບົ່ວມາວາງໃສ່ຖາດໃຫ້ຄົບທຸກຂຸມ.
  5. ຫົດນ້ຳທູກເຊົ້າ-ແລງ ໃຫ້ຊູ່ມພໍປະມານ.

ສຳລັບເຄັດລັບໃນການປູກຫອມບົ່ວໃນຖາດໄຂ່ນັ້ນ ຈະຕ້ອງໄດ້ຮັກສາຄວາມຊຸ່ມຢ່າງສະໝ່ຳສະເໝີ ຫຼັງຈາກປູກປະມານ 10 ວັນ ຫອມບົ່ວກໍຈະແຕກໜໍ່ອ່ອນອອກມາໃຫ້ເຫັນ ຫຼັງຈາກນັ້ນແມ່ນໃຫ້ບຳລຸງດ້ວຍການສີດນ້ຳໝັກຊີວະພາບຈະຊ່ວຍໃຫ້ພືດສາມາດຈະເລີນເຕີບໂຕໄດ້ດີ. ສຳລັບການປູກນັ້ນຈະເປັນການດີກວ່າຫາກເຮົາເອົາຖາດມາຊ້ອນກັນຫຼາຍຂຶ້ນ ເພາະມັນຈະຊ່ວຍຮັກສາຄວາມຊຸ່ມໄດ້ດີກວ່າ.

ທີ່ມາ:https://www.co.th/socia

Contribute