ການສຽບຍອດໝາກຂີ້ຫູດໃສ່ຕົ້ນໝາກນາວ

ການສຽບຍອດໝາກຂີ້ຫູດໃສ່ຕົ້ນໝາກນາວ

Sakhone INTHAVONG
ເຜີຍເຕັກນິກການສຽບຍອດໝາກຂີ້ຫູດໃສ່ຕົ້ນໝາກນາວແບບສຽບລີ່ມ
ແນະນຳວິທີເຮັດ
phakhaolao.la

ອຸປະກອນ

  1. ມີດຄັດເຕີ.
  2. ຖົງຢາງໃສ.
  3. ສິກຄັດເຕີ(ມີດຕັດກິ່ງໄມ້).
  4. ສະກອັດຄຽນໃສ.
  5. ເຊືອກຟາງ.

ການກະກຽມພັນ

  1. ການກຽມຕົ້ນໝາກນາວແມ່ນໄດ້ຈາກການກ້າແກ່ນທີ່ມີອາຍຸ6 ເດືອນ-1 ປີ.
  2. ການເລືອກກິ່ງພັນໝາກຂີ້ຫູດຕ້ອງເລືອກກິ່ງທີ່ມີຄວາມສົມບູນ ໂດຍການສັງເກດເບິ່ງສີເປັນນ້ຳຕານເຂັ້ມ ແລະ ຂະໜາດຂອງກິ່ງເທົ່າກັບກ້ານສໍດຳຂຶ້ນໄປ.

ວິທີເຮັດ

  1. ຫຼັງຈາກເລືອກຕົ້ນໝາກນາວທີ່ເໝາະສົມໄດ້ແລ້ວໃຊ້ມີດປາດໜາມຂອງມັນອອກ ແລ້ວໃຊ້ສິກຄັດເຕີຕັດປາຍໃຫ້ໄດ້ລຳຕົ້ນຍາວປະມານ 1  ຄືບ (ການຕັດແມ່ນຫ້າມບໍ່ໃຫ້ປາກບາດຊ້ຳ ເພາະມັນຈະເນົ່າ ຫາກກໍລະນີຕັດແລ້ວມັນຊ້ຳໃຫ້ໃຊ້ມີດຕັດອອກ).
  2. ຫຼັງຈາກນັ້ນໃຊ້ມີດຜ່າລຳຕົ້ນລົງປະມານ 2-3 ຊມ ໂດຍບໍ່ໃຫ້ຖືກທໍ່ລຳລຽງນ້ຳ.
  3. ຈາກນັ້ນນຳກິ່ງໝາກຂີ້ຫູດທີ່ເລືອກມາແລ້ວໃຊ້ສິກຄັດເຕີຕັດໃຫ້ໄດ້ຄວາມຍາວປະມານ 10 ຊມ ຈາກນັ້ນໃຊ້ມີດຕັດໜາມອອກ ຕັດສົ້ນກິ່ງໃຫ້ມີລັກສະນະສະຫລຽງທັງສອງເບື້ອງປະມານ 2-3 ຊມ ເທົ່າກັບປາກບາດຂອງຕົ້ນຕໍທີ່ເຮົາຜ່າໄວ້.
  4. ຫຼັງຈາກນັ້ນນຳຍອດໝາກຂີ້ຫູດມາສຽບໃສ່ຕົ້ນໝາກນາວ ແລ້ວໃຊ້ສະກັອດຄຽນພັນປາກບາດຈົນເຖິງສຸດກິ່ງໃຫ້ແໜ້ນ ຫຼື ຈະໃຊ້ຖົງຢາງໃສຄຸມກໍໄດ້ໂດຍເອົາເຊືອກຟາງມັດດ້ານລຸ່ມໄວ້ແໜ້ນ.
  5.  ຫຼັງຈາກສຳເລັດການຕໍ່ແລ້ວແມ່ນໃຫ້ນຳໄປໄວ້ສະຖານທີ່ ທີ່ອາກາດປອດໂປ່ງດີ ແລະ ບໍ່ຖືກແສງແດດແຮງເກີນໄປ.

ທີ່ມາ ເຕັກນິກການຜະລິດກະສິກຳ ແລະ ປ່າໄມ້

 

Contribute