ຊາວກະສິກອນເມືອງໄຊພູທອງ ຮຽນຮູ້ການຜະລິດຝຸ່ນບົ່ມ ແລະ ຝຸ່ນຊີວະພາບ

phakhaolao.la
ເສດຖະກິດ-ການຄ້າ Lao Economic Daily

ຫ້ອງການກະສິກໍາປ່າໄມ້ເມືອງໄຊພູທອງ ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນເຂດ ແລະ ພະນັກງານວິທະຍາໄລກະສິກໍາ-ປ່າໄມ້ ແຂວງ ໄດ້ລົງຝຶກອົບຮົມການຜະລິດຝຸ່ນບົ່ມ ແລະ ຝຸ່ນຊີວະພາບ ເພື່ອນຳໃຊ້ເຂົ້າໃນການປູກພືດຜັກອິນຊີໃຫ້ກັບຊາວກະສິກອນ ເຂດກຸ່ມບ້ານທີ 1 ບ້ານຄັນທ່າຈານ ເມືອງໄຊພູທອງ ແຂວງສະຫວັນນເຂດ ເມື່ອຕອນເຊົ້າຂອງວັນທີ 17 ພະຈິກທີ່ຜ່ານມາ ໂດຍມີເລຂາ-ນາຍບ້ານ,ຜູ້ປະສານງານໂຄງການພາຍໃນກຸ່ມບ້ານເຂົ້າຮ່ວມ.

ນໍ້າໝັກຊີວະພາບເປັນການນໍາເອົາເສດພືດຜັກ, ໝາກໄມ້ຕ່າງໆມາໝັກກັບນໍ້າຕານ ຫຼື ກາກນໍ້າຕານເຮັດໃຫ້ເກີດຈຸລິນຊີທີ່ເປັນປະໂຫຍດ ຊ່ວຍຍ່ອຍສະຫຼາຍສານອາຫານຕ່າງໆທີ່ຢູ່ໃນພືດ ເມື່ອເຮົານໍາມາໝັກແລ້ວປົດປ່ອຍສານຕ່າງໆອອກມາເຊັ່ນ: ໂປຣຕີນ, ກົດອິນຊີ, ທາດອາຫານ, ຮໍໂມນ, ເອນໄຊມ໌ ແລະ ວິຕາມິນ.

ການຜະລິດຝຸ່ນບົ່ມເປັນການປະສົມອິນຊີວັດຖຸທີ່ໄດ້ມາຈາກທຳມະຊາດເຊັ່ນ: ຝຸ່ນຄອກ ແລະ ສິ່ງເສດເຫຼືອຈາກການກະສິກຳ ໂດຍນຳມາປະສົມເຂົ້າກັນແລ້ວໃຊ້ຈຸລິນຊີເຂົ້າຊ່ວຍໃນການຍ່ອຍສະຫຼາຍໂດຍຜ່ານຂະບວນບົ່ມ ຫຼື ໝັກ ເພື່ອໃຫ້ວັດຖຸດິບຕ່າງໆນັ້ນຍ່ອຍສະຫຼາຍໂຕໄວຂຶ້ນໂດຍໃຊ້ເວລາບໍ່ດົນປານໃດ ຈຶ່ງໄດ້ກາຍມາເປັນຝຸ່ນບົ່ມ ເພື່ອສະໜອງສານອາຫານໃຫ້ແກ່ພືດ ແລະ ຊ່ວຍໃນການປັບປຸງໂຄງສ້າງຂອງດິນເຮັດໃຫ້ດິນດີ,ດິນງາມ.

ຊຶ່ງການຝຶກອົບຮົມດັ່ງກ່າວແມ່ນໄດ້ຮຽນຮູ້ກ່ຽວກັບຄວາມໝາຍຄວາມສໍາຄັນ ແລະ ຄຸນປະໂຫຍດຂອງຝຸ່ນບົ່ມ, ສະຖານທີ່ໃນການເຮັດຝຸ່ນບົ່ມ, ອຸປະກອນ ແລະ ວັດຖຸໃນການເຮັດຝຸ່ນບົ່ມ, ການບົວລະບັດກອງຝຸ່ນ, ຄຸນລັກສະນະຂອງຝຸ່ນບົ່ມທີ່ພ້ອມໃຊ້ງານ ແລະ ອັດຕາສ່ວນໃຊ້ຝຸ່ນບົ່ມເຂົ້າໃນການປູກພືດຜັກ, ໄມ້ໃຫ້ໝາກ, ດອກໄມ້ປະດັບ ແລະ ອື່ນໆ.

 

ທີ່ມາ laoedaily.com.la

 

 

Contribute