ແນວພັນໝູທີ່ຈະນໍາມາລ້ຽງອາດຈະເປັນແນວພັນໝູລາດທີ່ຫາໄດ້ງ່າຍໃນທ້ອງຖິ່ນ ແລະ ໝູລູກປະສົມ ຫຼື ໝູພັນກໍ່ສາມາດນໍາມາລ້ຽງໄດ້. ແຕ່ເຖິງແນວໃດກໍ່ຕາມຊາວກະສິກອນຕ້ອງຮູ້ຈັກຄວາມຕ້ອງການຂອງຕະຫລາດວ່າຄວນຈະລ້ຽງແນວພັນໃດດີ ແລະ ຂາຍໄດ້ລາຄາດີມີກໍາໄລ.

  • ໝູລາດເປັນແນວພັນທີ່ຊາວກະສິກອນເຂດຊົນນະບົດພູດອຍນິຍົມກັນຫຼາຍແຕ່ໝູລາດຈະມີອັດຕາການຈະເລີນເຕີບໂຕຕໍ່າປະມານ 200-300 ກຼາມ/ໂຕ/ວັນ. ສະນັ້ນ, ລ້ຽງໝູລາດ 5 ເດືອນຈະໃຫ້ນ້ຳໜັກປະມານ 45-50 ກິໂລ ເທົ່ານັ້ນຖ້າຕ້ອງການໄດ້ນ້ຳໜັກສູງກວ່ານີ້ຊາວກະສິກອນຕ້ອງໃຊ້ເວລາລ້ຽງ 8-10ເດືອນ.
  • ຖ້າເປັນໝູລູກປະສົມຊາວກະສິກອນຢູ່ບາງທ້ອງຖິ່ນກໍ່ມີຂະບວນການລ້ຽງໝູລູກປະສົມເພາະໃນປະຈຸບັນມີການບໍລິໂພກຊີ້ນໝູພັນຫຼາຍຂຶ້ນ, ໝູລູກປະສົມຈະມີອັດຕາການຈະເລີນເຕີບໂຕທີ່ດີກວ່າໝູລາດຄືປະມານ 400-500 ກຼາມ/ໂຕ/ວັນ. ຖ້າລ້ຽງ 5 ເດືອນຈະໄດ້ນ້ຳໜັກປະມານ 65-70 ກິໂລຈຶ່ງສາມາດຂາຍໄດ້.
  • ເລືອກຊື້ໝູທີ່ມີຂະໜາດໂຕ, ອາຍຸ ແລະ ນ້ຳໜັກເທົ່າກັນ ຫຼື ໃກ້ຄຽງກັນລ້ຽງໃນຄອກດຽວກັນ.
  • ຄວນເລືອກຊື້ແນວພັນໝູມາຈາກບ່ອນທີ່ເຊືື່ອຖືໄດ້ຄືຕ້ອງປອດພະຍາດ ແລະ ເປັນແນວພັນທີ່ດີລ້ຽງໃຫຍ່ໄວເປັນທີ່ຕ້ອງການຂອງຕະຫລາດ.
  • ຂະໜາດຂອງໝູ: ໝູນ້ອຍຄວນມີອາຍຸ 1,6 ເດືອນ ຫາ 2 ເດືອນ ຫຼື ມີນ້ຳໜັກປະມານ 15-20 ກິໂລ ແລະ ມີສຸຂະພາບແຂງແຮງ.
  • ຖ້າກໍລະນີໝູທີ່ຊື້ມາຍັງນ້ອຍຫຼາຍຕ້ອງໄດ້ລ້ຽງອານຸບານໃຫ້ໄດ້ນ້ຳໜັກ ແລະມີສຸຂະພາບແຂງແຮງສາກ່ອນຈຶ່ງປ່ອຍລົງລ້ຽງ
  • ຖ້າເປັນໝູເພດຜູ້ຄວນໄດ້ຕອນສາກ່ອນ (ຕອນໃນຊ່ວງອາຍຸ 2-3 ອາທິດຈະເປັນການດີ).
Contribute