ການລ້ຽງໝູຂຸມແມ່ນວິທີການລ້ຽງໝູທົ່ວໄປອາດຈະເປັນແນວພັນໝູລາດ, ໝູລູກປະສົມ ແລະ ໝູພັນກໍໄດ້ໂດຍເນັ້ນໃນການນໍາໃຊ້ວັດຖຸດິບທີ່ມີຢູ່ໃນທ້ອງຖິ່ນເປັນຫຼັກ ແລະ ຫາໄດ້ງ່າຍລາຄາຖືກ ເຊັ່ນ: ສິ່ງເສດເຫຼືອຈາກການຜະລິດກະສິກໍາໃຫ້ກັບຄືນມາເກີດປະໂຫຍດອີກເຊິ່ງເປັນການຊ່ວຍຫຼຸດຜ່ອນຕົ້ນທຶນການລ້ຽງໝູລົງຫຼາຍ.

   ການລ້ຽງໝູຂຸມຍັງເປັນການຜະລິດກະສິກໍາແບບປະສົມປະສານລະຫວ່າງການປູກພືດ ແລະ ການລ້ຽງສັດເພາະວ່າຂີີ້ສັດ ແລະ ວັດຖຸທີ່ຖືກຍ່ອຍສະລາຍ ແລະ ຖືກໝັກໂດຍເຊື້ອຈຸລິນຊີທີ່ມີປະໂຫຍດໃນພື້ນຄອກກາຍເປັນຝຸ່ນທີ່ດີໃນການປັບປຸງດິນ ແລະ ເປັນອາຫານພືດຜັກ, ໝາກໄມ້ໄດ້ດີ ແລະ ສິ່ງເສດເຫຼືອກະສິກໍາກໍ່ຈະກັບມາເປັນອາຫານສັດໃນການລ້ຽງໝູຂຸມອີກ. ນອກນັ້ນການລ້ຽງໝູຂຸມຍັງຊ່ວຍແກ້ໄຂບັນຫາເລື່ອງກິ່ນເໝັນຂອງຂີ້ໝູ, ບັນຫານ້ຳເສຍ, ເປັນການຊ່ວຍຮັກສາສະພາບແວດລ້ອມໄດ້ດີ ໂດຍສະເພາະການລ້ຽງໝູ ໃນເຂດຊຸມຊົນ ເພາະຈະຊ່ວຍໃນການແກ້ໄຂບັນຫາກິິ່ນເໝັນ, ແມງວັນ ແລະ ນ້ຳເສຍຫຼີກລຽງການນໍາໃຊ້ສານເຄມີ ແລະ ຢາຕ້ານເຊືົ້ອ, ຊີ້ນໝູຈະເປັນຊີ້ນໝູຊີວະພາບປອດສານພິດບໍ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ.

Contribute