ປາຕອງກາຍ / Royal Featherback

Use
Food
Income
Scientific Name / Family
Chitala blanci (d'Aubenton, 1965) / Notopteridae
Synonyms
Notopterus blanci d'Aubenton, 1965
Other Names
Cambodian: Trey krai
Thai: Pla tong lai
Viet: Ca com bo lang
English: Indochinese Featherback
Conservation Status
Near Threatened
Physical Description

ຮູບຮ່າງລັກສະນະ ລຳຕົວຮຽວຍາວ ແລະ ລັກສະນະລຳຕົວແປ, ສ່ວນຫົວມີຂະໜາດນ້ອຍ, ປາກກວ້າງ, ມຸມປາກຍາວເລີຍຂອງດ້ານທ້າຍຫາຕາ, ດ້ານຫຼັງມີລັກສະນະນູນໂຄ້ງ, ດ້ານທ້ອງແຄບ ມີລັກສະນະເປັນສັນຄົມ ຄ້າຍກັບປາຕອງຊະນິດອື່ນໆ, ຄີທ້ອງມີຂະໜາດນ້ອຍ, ຄີກົ້ນຍາວ ແລະ ເຊື່ອມຕໍ່ກັບຄີຫາງ, ເກັດຂະໜາດນ້ອຍ, ລຳຕົວມີສີຂາວ ແລະ ມີຈຸດສີດຳກະຈາຍຢູ່ທາງດ້ານຂ້າງ, ບໍລິເວນທ້າຍຂອງລຳຕົວມີແຖບລາຍສີດຳພາບຕາມແນວສຽງຈາກເທິງຫາລຸ່ມ, ຈາກບໍລິເວນກາງລຳຕົວໄປຈົນເຖິງຄິຫາງຫຼາຍແຖບ. ລຳຕົວຢວາຍປະມານ 30-90 ຊມ, ນ້ຳໜັກໂຕ 1-10 ກິໂລ.

Reproduction and Lifecycle

ປາຕອງກາຍເປັນປາພົບໃນແມ່ນ້ຳຂອງເປັນສ່ວນຫຼາຍ, ອາຍຸໄດ້ປະມານ 3 ປີ ແມ່ນເປັນໄວເໝາະສົມຕໍ່ການຈະເລີນພັນ, ເຊີ່ງພົບວ່າຕົວຜູ້ນ້ຳໜັກປະມານ 1.8 ກິໂລ ແລະ ໂຕແມ່ນ້ຳໜັງ 2.1 ກິໂລ, ໂດຍຕົວຜູ້ມີຄີທ້ອງຍາວກວ່າໂຕແມ່ເຖິງສອງເທົ່າ, ເມື່ອຈັບຄູ່ປະສົມພັນວາງໄຂ່ ປາຈະມີນິໄສໃຈຮ້າຍ ຈະໄລ່ກັດປາຊະນິດອື່ນທີ່ມາລົບກວນ ຫຼື ມີຢູ່ໃກ້. ເມື່ອເຖິງລະດູວາງໄຂ່ຂອງປາຕອງກາຍຢູ່ເດືອນກຸມພາ-ມີນາ ແມ່ປາຈະວາງໄຂ່ທັ້ງໝົດ 5 ຄ້ັງ, ຄັ້ງລະປະມານ 200-400 ໜ່ວຍ, ການວາງໄຂ່ແຕ່ລະຄັ້ງຫ່າງກັນປະມານ 2-8 ວັນ, ໄຂ່ມີລັກສະນະເປັນໄຂ່ຈົມເກາະຕິດກັບວັດຖຸໃນນ້ຳ, ມີເສັ້ນຜ່າສູນກາງປະມານ 3 ມມ, ຟັກເປັນຕົວໃຊ້ເວລາປະມານ 3-4 ວັນ, ທີ່ອຸນຫະພູມ 23-26 ອົງສາ, ລູກປາຈະເລີນເຕິບໂຕໄດ້ດີ ແລະ ມີອັດຕາການລອດຕາຍສູງທີ່ອຸນຫະພູມປະມານ 29-30 ອັງສາ. ອາຫານຂອງພວກມັນແມ່ນກີນປານ້ອຍ, ລູກກຸ້ງ ແລະ ສັດນ້ຳຂະໜາດນ້ອຍ.

Contribute