ເຫັດເຜິ້ງນົກກະທາ / bolete mushroom

Use
Food
Scientific Name / Family
Rugiboletus extremiorientalis (Lj.N. Vassiljeva) G. Wu & Zhu L. Yang / Boletaceae
Synonyms
Krombholzia extremiorientalis Lj.N. Vassiljeva,
Krombholziella extremiorientalis (Lj.N. Vassiljeva) Šutara,
Leccinum extremiorientale (Lj.N. Vassiljeva) Singer,
Other Names
Eng: bolete mushroom
Botanical Description

ເປັນເຫັດເຜິ້ງຊະນິດທີ່ມີດອກໃຫຍ່ ແລະ ຜິວໝວກແຕກ. ໝວກໂນນໂຄ້ງ ແລະ ມີຂົນນຸ້ມປົກຄຸມ, ແລະ ຂອບຂ້ອນຂ້າງສວດອອກໄປເຖິງ 200 ມມ, ຜິວເປັນຮ່ອງຕອນຍັງອ່ອນ ແລະ ແຕກອອກຕອນແກ, ເປັນສີເຫຼືອງໝົ່ນຫາສີນໍ້າຕານສົ້ມ. ຜິວສ້າງສະປໍມີທໍ່ນ້ອຍ ແລະ ຍາວ, ເປັນສີເຫຼືອງ, ຕິດກັບກ້ານ ແຕ່ບໍ່ລາມລົງໄປຫາກ້ານຫຼາຍ. ກ້ານມີເກັດນ້ອຍ, ສີເຫຼືອງ ແລະ ມີສີແດງສົ້ມປົນລາມລົງໄປຫາຖານກ້ານ, ຖານມີເສັ້ນໄຍສີເຫຼືອງ, ເນື້ອກ້ານຂາວ ແລະ ແຂງ, ບໍ່ປຽນສີ. ກິ່ນອ່ອນ. ລົດຊາດບໍ່ແຮງ.
 

Description of Use

ເປັນຊະນິດທີ່ກິນໄດ້ ແລະ ມີຂາຍໃນຕະຫຼາດບາງຂົງເຂດ. ສາມາດນຳມາປະກອບເປັນອາຫານໄດ້ຫລາຍລາຍການ ເຊັ່ນ: ແກງ, ຂົ້ວ, ປີ້ງຕ່ຳແຈ່ວ ຫຼື ຊຸບປົນກັບຜັກຕ່າງໆ. 

Contribute