ສາຍບົວ / Hairy Water Lily

Use
Food
Income
Scientific Name / Family
Nymphaea pubescens Willd. / Nymphaeaceae
Synonyms
Nymphaea lotus var. pubescens (Willd.) Hook. f. & Thomson
Other Names
ລາວ: ສາຍບົວ, ສາຍບົວແດງ
ໄທ: ບົວສາຍກິນ, ບົວກິນສາຍ, ສາຍບົວ, ບົວຂົມ, ບົວຂີ້ແພະ, ບົວແດງ, ບົວສາຍສີຊົມພູ
Eng: hairy water lily or pink water-lily
Botanical Description

ເປັນພືດນໍ້າອາຍຸຫຼາຍປີ ມີເຫົ້ງາຢູ່ໃຕ້ດິນຮາກຝັກຢູ່ໃນດິນ, ກ້ານຢູ່ໃຕ້ນໍ້າ, ສ່ວນກ້ານດອກອ່ອນມີເປືອກລອກອອກໄດ້ເປັນສາຍໃຍ ຜິວກ້ຽງ ແລະ ບໍ່ມີໝາມ ຢູ່ໃນລະດັບນໍ້າເລີກ 0.3-1 ມ. ໃບດ່ຽວລຽງສະຫຼັບ, ແຜ່ນໃບມີເສັ້ນຜ່າສູນກາງ 25-30 ຊມ. ຂອບໃບຫຍັກ ແລະ ແຫຼມ, ຫູໃບເປີດ, ຜິວໃບອ່ອນວາງຢູ່ເທິງໝ້ານໍ້າ, ແຜ່ນໃບດ້ານເທິງລຽບເປັນມັນມີສີຂຽວເລື້ອມອວບນໍ້າຕານອ່ອນ ຫຼື ສີແດງເລືອດໝູ, ຜິວໃບດ້ານລຸ່ມຂອງໃບອ່ອນເປັນສີມ່ວງ, ໃບແກ່ຈະເປັນສີຂຽວ, ຜິວໃບດ້ານລຸ່ມຂອງໃບຖ້າແກ່ຈະເປັນສີນໍ້າຕານມີຂົນນຸ່ມໆ, ສ່ວນກ້ານໃບເປັນສີນໍ້າຕານອົມຂຽວອ່ອນ, ມີຮູອາກາດ. ດອກມີຢູ່ຫຼາຍສີແຕກຕ່າງກັນໄປ ເຊັ່ນ: ຊະນິດ ດອກສີຊົມພູ, ດອກຂາວ, ດອກແດງ, ດອກສິມ່ວງ ດອກສີເຫຼືອງ, ດອກສີຂຽວ ດອກມີກາບດອກ 4 ກີບ, ເປັນສີຂຽວເຫຼື້ອມນໍ້າຕານແດງ, ດອກເປັນຮູບວົງກົມ. ດອກມີກີບດອກຈໍານວນຫຼາຍລຽງຊ້ອນກັນຫຼາຍຊັ້ນ 19 ກີບ, ຮູບຫອກ ເມື່ອດອກບານເຕັມທີ່ຈະມີຄວາມກ້ວາງປະມານ 15-20 ຊມ, ດອກມີເກສອນເພດຜູ້ສີເຫຼືອງ, ມີຈໍານວນຫຼາຍ 60 ອັນ, ເປັນແຜນແປ ແລະ ເກສອນມີຄວາມຍາວປະມານ 2 ຊມ. ໝາກສົດ ແລະ ແກ່ນຈໍານວນຫຼາຍ ແກ່ນມີຂະໝາດນ້ອຍສີດໍາມີເນື້ອຫຸ້ມ ເປັນວຸ້ນໃສ.

Description of Use

ເປືອກ ທີ່ຫຸ້ມຢູ່ອອກແລ້ວເດັດດອກອອກ ແລ້ວນໍາມາກິນ ເປັນຜັກສົດ ຫຼື ນໍາໄປປຸງແຕ່ງເປັນອາຫານ ນອກຈາກນີ້ຍັງສາມາດນໍາໄປເຮັດເຂົ້າໝົມ ແລະ ໃຊ້ວັດຄວາມເລິກຂອງລະດັບບໍລິເວນນໍ້າໄດ້ ເນື່ອງຈາກຄວາມຍາວຂອງກ້ານໃບ ແລະ ກ້ານດອກຈະຍາວຂື້ນຕາມລະດັບນໍ້າ. ກ້ານດອກຂອງບົວສາມາດນໍາມາສະກັດຍ້ອມສີເສັ້ນໄໝໄດ້ ໂດຍຈະໄດ້ສີເທົາ.

Contribute