ເອື້ອງຫົວເຜືອກ / The Large Bulbed Eulophia

Use
Income
Medicine
Ornamental
Scientific Name / Family
Eulophia macrobulbon (E.C.Parish & Rchb.f.) Hook.f. / Orchidaceae
Synonyms
Cyrtopera macrobulbon E.C.Parish & Rchb.f.
Eulophia burmanica Hook.f.
Eulophia cambodiensis Guillaumin
Graphorchis burmanica (Hook. f.) Kuntze
Graphorchis macrobulbon (Hook. f.) Kuntze
Graphorkis burmanica (Hook.f.) Kuntze
Graphorkis macrobulbon (E.C.Parish & Rchb.f.) Kuntze
Other Names
Thai: Wan Ung
Botanical Description

ພືດລົ້ມລຸກອາຍຸຫຼາຍປີ, ຂະຫຍາຍຕົວທາງດ້ານຂ້າງ. ຫົວຢູ່ໃຕ້ດິນ, ມົນກົມ, ດ້ານນອກ ສີນໍ້າຕານປົນສີເທົາ, ດ້ານໃນສີຂຽວອ່ອນປົນສີຂາວ. ໃບຈັບແບບສະຫຼັບ, ຮູບຂອບຂະໜານ ຫຼື ຮູບຮີ,  ແຜ່ນໃບໜາຄ້າຍໜັງ, ພັບເປັນຮ່ອງຕາມລວງຍາວ, ສີຂຽວປົນສີນໍ້າຕານ, ກ້ຽງ. ຊໍ່ດອກ ແບບກະຈະ, ອອກກ່ອນເກີດໃບ, ຕັ້ງຊື່, ກ້ຽງ, ສີຂຽວອ່ອນ, ມີ 14-34 ດອກຕໍ່ຊ. ກາບເທິງຮູບຮີ, ຂອບລຽບ, ປາຍແຫຼມ, ກ້ຽງ, ສີຂຽວອ່ອນປົນສີແດງ. ກາບຂ້າງຮູບຮີ, ຂອບລຽບ, ປາຍແຫຼມ, ກ້ຽງ, ສີຂຽວອ່ອນປົນສີແດງ, ບໍລິເວນໂຄນສີເຫຼືອງອ່ອນ. ກີບດອກຮູບຮີ ຫຼື ຮູບຂອບຂະໜານກ້ຽງ, ສີຂຽວອ່ອນປົນສີແດງ. ກີບປາກຮູບໄຂ່ປີ້ນ, ມີຂົນ, ມີສັນຕາມລວງຍາວ, ແຍກເປັນສາມແສກ, ສອງແສກຂ້າງຮູບຂອບຂະໜານ, ກ້ຽງ, ສີເຫຼືອງອ່ອນປົນສີນໍ້າຕານ. ກຸ່ມຖົງເມັດລະອອງມີ 2 ຖົງ, ຮູບມົນກົມ, ກ້ຽງ, ສີເຫຼືອງ. ຝາປິດກຸ່ມຖົງເມັດລະອອງຮູບໝວກກ້ຽງ, ສີເຫຼືອງ. ຮວງຮັບເມັດລະອອງເປັນແອ່ງ, ຮູບສາມຫຼ່ຽມ. ເຕົ້າໄຂ່ຮູບຮີ, ກ້ຽງ, ສີຂຽວປົນສີນໍ້າຕານ. ໝາກຮູບກ້ຽງ, ສີຂຽວ.

Description of Use

ການນໍາໃຊ້: ມີການນໍາໃຊ້ຫົວ ແລະ ໃບ ເອົາມາຕົ້ມນໍ້າອາບເພື່ອປິ່ນປົວຂີ້ກາກ ຫຼື ອາການ ຄັນຄາຍຕາມຜິວໜັງໄດ້. ຫົວມີນໍ້າເມືອກສາມາດໃຊ້ທາບໍລິເວນທີ່ຖືກໄຟ ແລະ ນໍ້າຮ້ອນລວກໄດ້. ນອກຈາກໃຊ້ເປັນຢາແລ້ວບາງທ້ອງຖິ່ນຍັງມີຄວາມເຊື່ອຖືວ່າເອົາເອື້ອງຊະນິດນີ້ມາປູກໄວ້ບ້ານຈະເຮັດໃຫ້ຄົນໃນຄອບຄົວສຸຂະພາບແຂງແຮງດີ.

Contribute