ໝາກແໜ່ງກວາງຕຸງ / Guangtong Cardamom
APA 6th ed. ໝາກແໜ່ງກວາງຕຸງ / Guangtong Cardamom. (2020, January 31). Retrieved from https://www.phakhaolao.la/kb/0000066
MLA 8th ed. ໝາກແໜ່ງກວາງຕຸງ / Guangtong Cardamom. Pha Khao Lao, 31 January 2020, https://www.phakhaolao.la/kb/0000066.
Chicago 17th ed. Pha Khao Lao. 2020. "ໝາກແໜ່ງກວາງຕຸງ / Guangtong Cardamom." Published January 31, 2020. https://www.phakhaolao.la/kb/0000066.
Cardamomum xanthioides Wall. ex Kuntze
Amomum villosum var. xanthioides (Wall. ex Baker) T.L.Wu & S.J.Chen
Thai: Nor Neng, Rèw
ເກິດເປັນເຫງົ້າເລືອ, ລຳຕົ້ນສູງ 2–3.5 ມ, ເຫງົ້າໜາ 0.7–1.5 ຊມ, ສີຂົນອົມສີນ້ຳຕານ ຫຼື ສີຂຽວ. ລຳຕົ້ນມີໃບ ປະມານ 30–40 ໃບຕໍ່ຕົ້ນ ລຳຕົ້ນກ້ຽງ ແລະ ມື່ນ . ໃບສີຂຽວເຂັ້ມ ແລະ ບາງ ລີ້ນໃບສັ້ນ ແຜ່ນໃບຂອບຂະໜານ, ຂະໜາດ 10–45 x 1–9 ຊມ, ກ້ຽງ, ໂຄນຫຼີ້ມ, ປາຍຮຽວແຫຼມ, ເສັ້ນກ່າງກາງໃບນູນທາງດ້ານທ້ອງ, ເສັ້ນໃບ ຂະແໜງເຫັນ ເປັນເງົາ. ຊໍ່ດອກເກິດຈາກເຫງົ້າໃກ້ກັບກົກ, ຍາວປະມານ 5–15 ຊມ, ມີດອກ 1–3 ຊໍ່ຕໍ່ຕົ້ນ, ພວງດອກຮູບໄຂ່ ເຖີງ ຮູບຮີ, ຂະໜາດ 3–4 x 1.5–3 ຊມ, ມີດອກປະມານ 1–2(–4) ດອກບານພ້ອມກັນ. ພວງໝາກ ມີກ້ານຍາວ 2–4 ຊມ, ໜາ 0.3 ຊມ, ສີນ້ຳຕານ, ກ້ຽງບໍລິເວນໂຄນ, ມີຂົນສ່ວນປາຍ, ພວງໝາກມີ ໝາກໜ້ອຍ ຂະໜາດ 2–6 x 3 ຊມ, ມີກ້ານໝາກສັ້ນໆ ຍາວປະມານ 3 ມມ, ມີຂົນ, ໝາກກົມ ເຖີງຮູບໄຂ່, ຂະໜາດ 0.5–1.5 ຊມ, ມີຂົນ ແລະ ໜາມ, ສີແດງ, ສີບົວອົມສີແດງ, ຫຼື ສີແດງປົນສີນ້ຳຕານ, ໜາມແປກົກ, ມີຂົນ. ໝາກມົນກົກຂະໜາດ 2–3 ຊມ, ສີນ້ຳຕານດຳ, ກ້ຽງ, ເຍື້ອຫຸ່ມເມັດສີນ້ຳຕານຈາງ ມີ 15 ເມັດຕໍ່ຫ້ອງ.
ໝາຍເຫດ: ໝາກແໜ່ງກວາງຕຸງ ເປັນພັນໝາກແໜ່ງນຳເຂົ້າຈາກປະເທດຈີນ ມາປູກໃນເຂດພາກເໜືອຂອງລາວເພື່ອຜົນປະໂຫຍດທາງດ້ານການຄ້າ ແລະ ການສົ່ງເສີມລາຍໄດ້ຂອງປະຊາຊົນ ເພາະໝາກແໜ່ງພັນນີ້ໃຫ້ຜົນຜະລິດສຸງ ທຽບກັບການເກັບໝາກແໜ່ງແດງ ແລະ ໝາກແໜ່ງຂຽວໃນທຳມະຊາດ
ນຳໃຊ້ເປັນເຄື່ອງເທດ ປູງແຕ່ງອາຫານ, ມີສ່ວນປະສົມເປັນຢາດີເຈັບທ້ອງ ແລະ ແກ້ອາການທ້ອງອືດ ຊ່ວຍຍ່ອຍ ອາຫານ. ແກ່ນ ແລະ ໝາກແໜ່ງອ່ອນ ຍັງເຮັດເປັນປູງແຕ່ງ ອາຫານຫວານຫຼາຍຊະນິດທີມີລົດຊາກເຜັດ. ໝາກ ແໜ່ງ ບໍ່ນິຍົມກັນນໍາໃຊ້ປະໂຫຍດໃນລາວ, ສ່ວນໃຫຍ່ແມ່ນສົ່ງອອກໄປຍັງຕະຫລາດຕ່າງ ປະເທດໂດຍ ສະເພາະ ແມ່ນ ປະເທດຈີນ ເຊິ່ງນໍາໃຊ້ໝາກແໜ່ງເປັນເຄື່ອງເທດ ທີ່ມີສ່ວນປະສົມສໍາຄັນ ຂອງຢາຫລາຍຊະນິດ ຄື: ຢາແກ້ເຈັບທ້ອງ, ແກ້ອາການທ້ອງອືດ, ແລະ ຊ່ວຍຍ່ອຍອາຫານ, ພ້ອມນີ້ມັນຍັງ ຖືກນໍາໃຊ້ຄ້ຽວ ສ້າງລົມຫາຍໃຈສົດຊື່ນ ແລະ ແຂ້ວຂາວ ສະອາດ. ນໍ້າມັນສີຂາວ ທີ່ສະກັດຈາກ ແກ່ນໝາກແໜ່ງ ເມື່ອຮັບປະທານ (ກິນ) ຊ່ວຍ ໃຫ້ກິນເຂົ້າແຊບ. ນອກຈາກ ນັ້ນ, ໝາກ ແລະ ແກ່ນໝາກແໜ່ງ ຍັງນໍາໄປປຸ່ງແຕ່ງເປັນອາຫານຫວານຫລາຍຊະນິດ ຫລື ອາຫານລົດຊາດເຜັດ ປະເພດຕ່າງໆ ເຊັ່ນ: ແກງ… ໝາກແໜ່ງ ແມ່ນນໍາໃຊ້ເປັນເຄື່ອງເທດ ທີ່ນໍາໃຊ້ບໍລິໂພກກັນມາແຕ່ບູຮານນະການ.