ການປູກຫວາຍແຍ້ໃນປີທຳອິດອາດຈະໄດ້ໃຊ້ຕົ້ນທຶນຫຼາຍ, ແຕ່ຜົນລະລິດອາດໄດ້ຜົນຕອບແທນຄ່ອນຂ້າງຕ່ຳ, ເມື່ອຮອດປີທີ 2 ຂຶ້ນໄປຈະໄດ້ຮັບຜົນຜະລິດສູງເກືອບສອງເທົ່າ. ຈາກຕົ້ນທືນການຜະລິດໃນໜື່ງເຮັກຕາ ເຊິ່ງນຳໃຊ້ເບ້ຍຫວາຍຢູ່ປະມານ 3965 ເບ້ຍ, ຄ່າໃຊ້ຈ່າຍໃນການຊື້ແກ່ນ ແລະ ກ້າເບ້ຍ ຈະຖືກຢູ່ເບ້ຍລະປະມານ 2000 ກິບ, ເຊິ່ງລວມຕົ້ນທຶນຂອງການຜະລິດເບ້ຍໃຫ້ພຽງພໍຕໍ່ໜື່ງເຮັດຕາປະມານ 7.924.000 ກິບ. ນອກຈາກຄ່າເບ້ຍແລ້ວຍັງມີ ຕົ້ນທຶນຂອງການອານາໄມ ຫຼື ໄຖ 12,00000 ກິບ, ຄ່າພາສີທີ່ດິນກະສິກຳ 250000 ກິບຕໍ່ປີ, ຄ່າບົວລະບັດຮັກສາ ແລະ ຄ່າຝຸ່ນຄອກປະມານ 2500000 ກິບຕໍ່ປີ. ຕົ້ນທືນປີທຳອິດຈະລວມເຖິງ 11,874,000 ກິບ, ແຕ່ປີຕໍ່ໄປແມ່ນບໍ່ມີຄ່າເບ້ຍຫວາຍ ແລະ ໄຖສວນ ອາດຕົກປະມານປີລະ 2,750,000 ກິບຕໍ່ປີ, ແຕ່ຜົນຜະລິດອາດໄດ້ສອງເທົ່າຕົວ. ຖ້າມີການບົວລະບັດຮັກສາດີໃຫ້ນ້ຳ ແລະ ຝຸ່ນພຽງພໍຜົນຜະລິດຍິ່ງໄດ້ຫຼາຍຂື້ນກວ່າເກົ່າ. ຜົນຕອບແທນປີທຳອິດອາດຈະບໍ່ທັນໄດ້ທືນຄືນ, ແຕ່ປີຕໍ່ໄປຈະໄດ້ຮັບຜົນຕອບແທນຄືນ. ໂດຍສຸ່ມໜື່ງຈະມີໜໍ່ປະມານ 5-8 ໜໍ່. ເຊິ່ງສາມາດຕັດຂາຍໄດ້ປະມານ 4 ໜໍ່ ເຊິ່ງໜໍ່ລະ 3000-5000 ກິບ, ຈະໄດ້ເງີນທັງໝົດທີ່ຂາຍໜໍ່ຫວາຍປະມານ 79,300,000 ກິບ, ມັນຈະໄດ້ກຳໄລ່ຢູ່ປະມານ 68,300,000 ກິບ.

Contribute