ວິທີການປູກຜັກຫວານປ່າ

ຜັກຫວານປ່າເປັນພືດທີ່ບໍ່ສາມາດປູກໂດດດ່ຽວໄດ້ ເພາະເປັນພືດຕ້ອງອາໄສພືດຊະນິດອື່ນເປັນຮົ່ມເງົາ ຫຼື ແບ່ງປັນອາຫານຈາກພືດຊະນິດອື່ນ. ມີຫຼາຍທ່ານມີປັນຫາ ເພາະປູກແລ້ວຕາຍ ຍ້ອນຂາດປະສົບການ ດັ່ງນັ້ນເຮົາແນາະນຳວິທີປູກແບບປະສົມປະສານຂັ້ນພື້ນຖານດັ່ງລຸ່ມນີ້

TABI
ຂັ້ນຕອນການປູກດ້ວຍແກ່ນທີ່ງອກຮາກແລ້ວ. ການປູກດ້ວຍວິທີນີ້ ເບ້ຍທີ່ເກີດມາແມ່ນມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ.

ວິທີການປູກດ້ວຍແກ່ນ

1. ກຽມແກ່ນໃຫ້ງອກຮາກໃຫ້ປະຕິບັດຕາມຂັ້ນຕອນວິທີກ້າແກ່ນ, ໃຫ້ຮາກຍາວປະມານ 1 ຂໍ້ມື ຫຼື ຍາວກວ່າ.
2. ກຽມພື້ນທີ່ປູກ, ຖ້າເປັນພື້ນທີ່ວາງ ຫຼື ດິນບຸກເບິກໃໝ່ຄວນກະກຽມປູກຕົ້ນໄມ້ຊະນິດອື່ນຮ່ວມໄປພ້ອມ ເຊັ່ນ: ເບ້ຍແຄຂາວ, ຕົ້ນຂາມເທດ, ຕົ້ນຕາກົບ, ລີ້ນຈີ, ລຳໄຍ, ກ້ວຍ ແລະ ອື່ນໆ.
3. ກະກຽມຫຍ້າແຫ້ງ ຫຼື ເຟືອງ, ຝຸ່ນຄອກ, ຜ້າກັນແສງ, ໄມ້ຫຼັກ, ເຊືອກມັດ, ເຫຼັກແຫມ.
4. ໃຫ້ປັກຫຼັກໝາຍໃນພື້ນທີ່ປູກກ່ອນ ໂດຍຂະໜາດ 2 x 1.5 ແມັດ.
5. ໃຫ້ປູກຕົ້ນໄມ້ຮ່ວມຕາມຫຼັກທີ່ໝາຍໄວ້, ຈາກນັ້ນໃຫ້ຂຸດຂຸມໃກ້ກັບຕົ້ນໄມ້ທີ່ປູກ ຂະໜາດ ກວ້າງ 10 ຊັງຕິແມັດ, ເລິກ 20 ຊັງຕິແມັດ, ຈາກນັ້ນໃຫ້ເອົາດິນທີ່ຂຸດຂຸມປະສົມກັບຝຸ່ນຄອກ ແລ້ວເຖລົງຂຸມ.
6. ເອົາເຫັກແຫຼມແທງຮູ ແລ້ວເຮົາຮາກແທງລົງໄປຕາມຮູ.
7. ເອົາຫຍ້າແຫ້ງ ຫຼື ເຟືອງປົກ. ຖ້າຢາກໃຫ້ຄັກແມ່ນໃຊ້ຜ້າກັນແສງອ້ອມໄວ້ ແລະ ມຸງປົກໄວ້ເພື່ອບໍ່ໃຫ້ຖືກແສງຫຼາຍເກີນໄປ.
8. ຫົດນໍ້າໃຫ້ຊຸ່ມດີ, ອາດຈະເປັນວັນລະຄັ້ງ.

ວິທີການປູກດ້ວຍເບ້ຍ:

TABI
ພາບລວມວິທີການປູກດ້ວຍເບ້ຍ.

ໃຫ້ປະຕິດບັດຕາມຂັ້ນຕອນຂອງການປູກດ້ວຍແກ່ນ, ແຕ່ໃຫ້ປ່ຽນເປັນເບ້ຍທີ່ກະກຽມໂດຍຂັ້ນຕອນວິທີກ້າແກ່ນ, ເບ້ຍທີ່ເໝາະສົມຕໍ່ການປູກແມ່ນອາຍຸປະມານ 7-10 ເດືອນ. 

1. ໃຫ້ຂຸດຂຸມ, ເລິກ 30 ຊັງຕິແມັດ, ກວ້າງ 20 ຊັງຕິແມັດ. ໃຊ້ຝຸ່ນຄອກປະສົມກັບດີນແລ້ວເຖຮອງພື້ນປະມານ 15 ຊັງຕິແມັດ.
2. ເອົາເບ້ຍຜັກຫວານລົງປູກ, ແລ້ວເອົາດິນທີ່ປະສົມກັບຝຸ່ນຄອກຖົ່ມ.
3. ເອົາເຟືອງ ຫຼື ຫຍ້າແຫ້ງປົກອ້ອມຕົ້ນເບ້ຍຜັກຫວານ.
4. ເອົາຜ້າກັນແສງອ້ອມ. ເພື່ອບໍ່ໃຫ້ຖືກແສງແດດຫຼາຍເກີນໄປ. 
5. ຫົດນ້ຳທຸກມື້, ຖ້າເປັນໄປໄດ້ຄວນມີລະບົບນ້ຳແບບສະປີງເກີ. 

ທັ້ງກໍລະນີ ປູກດ້ວຍແກ່ນງອກ ຫຼື ປູກດ້ວຍເບ້ຍ. ຖ້າປູກໃນພື້ນທີເປັນສວນໝາກໄມ້ທີ່ມີຮົ່ມເງົາຢູ່ແລ້ວ ກໍ່ອາດບໍ່ຈຳເປັນຕ້ອງປູກຕົ້ນໄມ້ຊະນິດອື່ນຮ່ວມແລ້ວ. ຄວນເປັນບ່ອນທີ່ມີຮົ່ມ ແລະ ຖືກແສງແດດປະມານ 30% ຕໍ່ວັນ, ກໍ່ເປັນໄປໄດ້ແລ້ວ, ເພາະຜັກຫວານປ່າບໍ່ຕ້ອງການແດດຫຼາຍ.

Contribute