ເຊີນທ່ຽວ ງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈຳປີ 2020

Sep 28
2020
-
Oct 02
Location
ດ້ານຫຼັງສູນການຄ້າວຽງຈັນເຊັນເຕີ

ເປີດແລ້ວສຳລັບງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮຶອໄຟປະຈຳປີ 2020 ເຊິ່ງປີນີ້ຈັດຂຶ້ນທີ່ດ້ານຫຼັງຂອງສູນການຄ້າວຽງຈັນເຊັນເຕີ ໂດຍຈະດຳເນີນໄປເປັນເວລາ 5 ມື້ ນັບຕັ້ງແຕ່ ວັນທີ 28 ກັນຍາ ຫາ ວັນທີ 2 ຕຸລາ 2020 ເວລາ 3 ໂມງແລງເປັນຕົ້ນໄປ

ງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈຳປີ 2020 ເກີດຂຶ້ນໄດ້ຍ້ອນການຮ່ວມມືຂອງພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ

ບໍລິສັດ ກຣິດຕະພົງ ເອັນເຕີເທັນເມັ້ນ ອີເວັ້ນ ແລະ ສູນການຄ້າວຽງຈັນເຊັນເຕີ ໂດຍມີຈຸດປະສົງ ສືບສານປະເພນີ, ວັດທະນະທຳ ການດຳລົງຊີວິດຂອງປະຊາຊົນລາວມາແຕ່ດົນານ ຜູ້ມີຫົວຄິດປະດິດສ້າງ ເຄື່ອມືຮັບໃຊ້ໃນການດຳລົງຊີວິດບໍ່ວ່າຈະເປັນ ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ ທີ່ສຳຄັນງານນີ້ ຍັງຖືເປັນກິດຈະກຳສົ່ງເສີມຄົນລາວທ່ຽວລາວນຳອີກ

ຮູບແບບຂອງງານຈະເປັນລັກສະນະຢ້ອນຍຸກ ບັນດາາຮ້ານຂາຍເຄື່ອງຕ່າງໆ ຈະຕົບແຕ່ງປະດັບປະດາດ້ວຍໄມ້ໄຜ່, ໄພຫຍ້າ ແລະ ໃບຕອງ ທີ່ນອກຈາກຈະສື່ໃຫ້ເຫັນຄວາມເປັນລາວແລ້ວ ຍັງເປັນການຮັກສາສິ່ງແວດລ້ອມ ຫຼຸດຜ່ອນການສ້າງຂີ້ເຫຍື້ອຍ່ອຍສະຫຼາຍຍາກໄດ້ອີກ

ພາຍໃນງານ ທ່ານສາມາດແຕ່ງກາຍຍ້ອນຍຸກສຳລັບໄຫຼເຮືອໄຟ, ຖ່າຍຮູບກັບບັນຍາກາດພາຍໃນງານ ຫຼື ຈະທ່ຽວຊົມຊິມເຂົ້າໜົມ, ອາຫານ ເຄື່ອງດື່ມກໍໄດ້ນຳອີກ

 

ຂ່າວ https://laoedaily.com.la/2020/09/29/83962/

Contribute