ສະເຫຼີມສະຫຼອງ ວັນປ່າໄມ້ສາກົນ 21 ມີນາ ປີ2024 ຈັດຂຶ້ນພາຍໃຕ້ຫົວຂໍ້ 'ປ່າໄມ້ ແລະ ນະວັດຕະກໍາ'

Mar 21
2024
Location
phakhaolao
ສະເຫຼີມສະຫຼອງ ວັນປ່າໄມ້ສາກົນ 21 ມີນາ 2024 ຈ
www.phakhaolao.la

 

ວັນປ່າໄມ້ສາກົນ 2024 ຈັດຂຶ້ນພາຍໃຕ້ຫົວຂໍ້ 'ປ່າໄມ້ ແລະ ນະວັດຕະກໍາ' ສະມັດຊາໃຫຍ່ ສປຊ (UNGA) ໄດ້ປະກາດເອົາວັນທີ 21 ມີນາ 2012 ຂອງທຸກໆປີ ເປັນວັນປ່າໄມ້ສາກົນ ເພື່ອສະເຫຼີມສະຫຼອງ ແລະ ປູກຈິດສຳນຶກໃຫ້ຄົນໃນສັງຄົມໄດ້ເຫັນເຖິງຄວາມສຳຄັນຂອງປ່າໄມ້ທຸກປະເພດ.

ປ່າໄມ້ມີບົດບາດສຳຄັນຫຼາຍ ຕໍ່ຄວາມອຸດົມສົມບູນຂອງລະບົບນິເວດ ລວມທັງຄົນ ແລະ ສັດ.ໂດຍປະຊາກອນລາວສ່ວນໃຫຍ່ທີ່ອາໄສຢູ່ໃນເຂດຊົນນະບົດ ແມ່ນເພິ່ງພາອາໄສທຳມະຊາດ ໃນການດຳລົງຊີວິດ ໂດຍສະເພາະແມ່ນປ່າໄມ້ ເຊິ່ງເປັນແຫຼ່ງນ້ຳທີ່ດີ ແລະ ສະອາດ, ຊ່ວຍເຮັດໃຫ້ມີອາກາດຫາຍໃຈທີ່ດີ, ປອດໂປ່ງ ແລະ ຊ່ວຍຫຼຸດມົນລະພິດໃນອາກາດໄດ້ດີ, ມີຄວມຈຳເປັນຕໍ່ການຫຼຸດພາວະໂລກຮ້ອນ ແລະ ການປ່ຽນແປງສະພາບອາກາດ. ນອກຈາກນີ້ແລ້ວຍັງເປັນແຫຼ່ງສະໜອງອາຫານ ແລະ ຢາປົວພະຍາດ. ໂດຍສະເພາະແມ່ນເຄື່ອງປ່າຂອງດົງ (NTFPs) ເປັນປັດໃຈອັນໜຶ່ງສຳລັບການຄ້ຳປະກັນທາງດ້ານສະບຽງອາຫານ, ເສດຖະກິດແຫ່ງຊາດ ແລະ ທ້ອງຖິ່ນ ມັນຍັງເປັນອົງປະກອບທີ່ສຳຄັນສຳລັບການລົບລ້າງຄວາມທຸກຍາກ, ການອຸນຸລັກປ່າໄມ້ ແລະ ຊີວະນາໆພັນ.

ເນື່ອງຈາກ ການພັດທະນາຕົວເມືອງ ແລະ ການຂະຫຍາຍຕົວຂອງກະສິກຳ ເປັນໂຕຂັບເຄື່ອນການຫຼຸດລົງຂອງປ່າໄມ້, ດັ່ງນັ້ນ ນະວັດຕະກໍາ ຈຶ່ງເປັນສິ່ງສໍາຄັນ ແລະ ຈໍາເປັນຫຼາຍ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນໃຫ້ທຸກຄົນ ຢູ່ທຸກພື້ນທີ່ໄດ້ເຂົ້າເຖິງຂໍ້ມູນ ເຮັດໃຫ້ຕະໜັກເຖິງຄວາມສໍາຄັນຂອງປ່າໄມ້ ແລະ ຊ່ວຍກັນປົກປັກຮັກສາປ່າ, ຮ່ວມໃຈກັນປູກຕົ້ນໄມ້ທົດແທນ ເພື່ອຊ່ວຍຟື້ນຟູພູມມີທັດ ແລະ ລະບົບນິເວດໃຫ້ດີຂຶ້ນ.

ຍ້ອນເຫັນໄດ້ເຖິງຄວາມສໍາຄັນດັ່ງກ່າວ ດັງນັ້ນ, ເວັບໄຊ ພາເຂົ້າລາວ ຈຶ່ງເປັນສ່ວນໜຶ່ງໃນການເຜີຍແຜ່ຂໍ້ມູນ ແລະ ແລກປ່ຽນຄວາມຮູ້ ທາງດ້ານຊີວະນາໆພັນ ເພາະມັນເປັນສ່ວນສໍາຄັນໃນການຟື້ນຟູລະບົບນິເວດ ແລະ ປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍົງໃນອະນາຄົດ.

 

Contribute